ທາງໂຄງການ ເຂື່ອນໄຊຍະບູຣີ ກໍາລັງຈະຍຸຕິ ການໃຫ້ຄວາມຊ່ອຍເຫຼືອ ປະຊາຊົນຜູ້ໄດ້ຮັບ ຜົລກະທົບ ຈາກໂຄງການເຂື່ອນ ພາຍໃນປີ 2017 ນີ້ ຍ້ອນວ່າ ໄດ້ຄົບຕາມສັນຍາ ຊ່ອຍເຫຼືອເປັນເວລາ 3 ປີແລ້ວ. ປັດຈຸບັນ ທາງໂຄງການເຂື່ອນ ໄດ້ບອກໃຫ້ປະຊາຊົນ ຕຽມຕົວ ຮັບກັບເຣື່ອງດັ່ງກ່າວ ຕາມຄໍາເວົ້າ ຂອງປະຊາຊົນ ຜູ້ໄດ້ຮັບ ຜົລກະທົບ ຈາກໂຄງການ ສ້າງເຂື່ອນ ໄຊຍະບູຣີ ເມື່ອວັນທີ 23 ສິງຫານີ້.
"ເພິ່ນຈະຍຸຕິການຊ່ອຍເຫລືອ ພາຍໃນປີນີ້ ເພິ່ນກະວ່າ ມີແຕ່ໃຫ້ກະກຽມ ກະກຽມ ເພິ່ນວ່າ ເພິ່ນສິຍຸຕິແລ້ວ ໃຫ້ປະຊາຊົນນັ້ນ ກະກຽມ ປູກພືດ ປູກຫຍັງ ໄວ້ສິນະ."
ທ່ານກ່າວວ່າ ທີ່ຜ່ານມາ ທາງໂຄງການ ຍັງບໍ່ໄດ້ຝຶກອົບຮົມອາຊີບ ໃຫ້ປະຊາຊົນ ຜູ້ທີ່ຖືກ ຜົລກະທົບ. ມີແຕ່ໃຫ້ແນວພັນພືດ ແລະ ແຈກພັນ ສັດລ້ຽງ ຈໍານວນນຶ່ງ ໃຫ້ເທົ່ານັ້ນ ຊຶ່ງປັດຈຸບັນ ຫຼາຍຄອບຄົວ ກໍບໍ່ໄດ້ສືບຕໍ່ ລ້ຽງສັດເຫຼົ່ານັ້ນແລ້ວ ແລະ ບາງຄົນ ກໍຕ້ອງປ່ຽນອາຊີບ ໄປຮັບ ຈ້າງເຮັດວຽກ ຢູ່ໃນເຂື່ອນ.
"ບໍ່ ກໍຍັງຄືເກົ່າຢູ່ ຍັງຄືເກົ່າຢູ່ ກໍບໍ່ມີຫຍັງເດ໊ກໍ໊ ມີແຕ່ໄປ ເຮັດວຽກ ຢູ່ເຂື່ອນເທົ່ານັ້ນ ເຮັດວຽກ ຢູ່ໃນເຂື່ອນນໍາຂະເຈົ້າ ກໍາລັງ ຂະເຈົ້າ ກໍຍັງເຮັດຢູ່ ເພາະວ່າ ຂະເຈົ້າ ໄປອະນາມັຍ ໜ້າເຂື່ອນ."
ທີ່ຜ່ານມາ ທາງໂຄງການ ເຂື່ອນໄຊຍະບູຣີ ບໍ່ໄດ້ຊົດເຊີຍ ທີ່ດິນປູກຝັງ ໃຫ້ປະຊາຊົນ ຜູ້ທີ່ໄດ້ຮັບ ຜົລກະທົບ ມີພຽງແຕ່ ຊົດເຊີຍເປັນເງິນ. ໂຄງການ ເຂື່ອນໄຊຍະບູຣີ ຂນາດ 1 ພັນ 260 ແມັກກາວັດ ສ້າງໃສ່ ແມ່ນໍ້າຂອງ ແຫ່ງທໍາອິດ ຂອງລາວ ຢູ່ແຂວງ ໄຊຍະບູູຣີ ກໍ່ສ້າງ ໂດຍ ບໍຣິສັດ ຊ.ການຊ່າງ ຂອງໄທຍ໌. ມາເຖິງປັດຈຸບັນ ການກໍ່ສ້າງຄືບໜ້າ ໄປແລ້ວປະມານ 80 ສ່ວນຮ້ອຍ ຊຶ່ງທາງໂຄງການ ຄາດຫວັງ ວ່າ ຈະສ້າງແລ້ວ ແລະ ສາມາດ ທົດລອງໃຊ້ໄດ້ ພາຍໃນປີ 2018.