ໂຮງງານຜລິດເຈັ້ຽຂອງຈີນ ຈະຂຍາຍ ພື້ນທີ່

ໂຮງງານ ຜລິດເຈັ້ຍ ຊັນ-ເປເປີ ຈະເອົາດິນ ໂຮງຮຽນ ແລະ ດິນ ຂອງຊາວບ້ານ ຕື່ມອີກ 40 ເຮັກຕ້າ ເພື່ອ ຂຍາຍໂຮງງານ.

ກອງໄມ້ ທີ່ທາງບໍຣິສັດ ຊັນເປເປີ້ ນໍາເຂົ້າມາໃນໂຮງງານ ມີທັງໄມ້ວິກ ເພື່ອຜລິດເຈັ້ຽ ແລະ ໄມ້ທັມມະດາ ທີ່ຊາວບ້ານ ຕັດມາຂາຍໃຫ້ບໍຣິສັດ Screen captured : ໂທຣະພາບເຊໂປນ

ໂຮງງານຜລິດເຈັ້ຍ ຂອງບໍຣິສັດ ຊັນ-ເປເປີ ລາວ ໂຮນດິ້ງ ຈຳກັດ ຢູ່ບ້ານມັນຈີ ເມືອງເຊໂປນ ແຂວງສວັນນະເຂດ ເອົາເນື້ອທີ່ໃກ້ເຂດ ໂຮງງານເພີ່ມອີກ 40 ເຮັກຕ້າ ເພື່ອຂຍາຍໂຮງງານ ໃນນັ້ນກວມເອົາດິນໂຮງຮຽນ 1 ແຫ່ງ ເຮືອນ 1 ຫຼັງ ແລະ ດິນທຳການຜລິດ ຂອງ ປະຊາຊົນ ອີກຫລາຍຄອບຄົວ. ຕາມຄຳເວົ້າຂອງເຈົ້າໜ້າທີ່ ເມືອງເຊໂປນ ທ່ານນຶ່ງ ກ່າວຕໍ່ ວິທຍຸເອເຊັຍເສຣີ ໃນວັນທີ 07 ສິງຫາ ນີ້ວ່າ:

"ເປົ້າໝາຍມັນຄັດເອົາດິນ 40 ເຮັກຕ້າ ອີກມັນຢາກເອົາມັນຢາກຍ້າຍໂຮງຮຽນ ມ ຕົ້ນ ຫັ້ນມີເຮືອນປະຊາຊົນນຳ 1 ຫລັງ ດິນໄຮ່ດິນນາ ປະຊາຊົນນີ້ຫລະ ມັນຂຍາຍເນື້ອທີ່ໂຮງງານຫັ້ນເດ."

ເຈົ້າໜ້າທີ່ກ່າວຕື່ມວ່າ ປະຊາຊົນທ້ອງຖິ່ນຫລາຍຄົນ ບໍ່ເຫັນດີກັບການເອົາເນື້ອທີ່ດິນຂອງໂຮງຮຽນ ເພາະຈະເຮັດໃຫ້ນັກຮຽນ 8 ບ້ານ, ທີ່ ຮຽນຢູ່ໂຮງຮຽນດັ່ງກ່າວ ຕ້ອງຍ້າຍໄປບ່ອນໃໝ່ ແຕ່ຍັງບໍ່ທັນສລຸບວ່າ ຈະເອົາດິນໂຮງຮຽນແທ້ ຫລືບໍ່, ສ່ວນປະຊາຊົນທີ່ຈະເສັຍເຮືອນ ແລະ ດິນໄຮ່ດິນນາ ໃຫ້ແກ່ການຂຍາຍໂຮງງານ ບໍ່ມີຄວາມຂັດຂ້ອງ ແຕ່ຢ່າງໃດ ເພາະໝັ້ນໃຈວ່າ ຈະໄດ້ຄ່າຊົດເຊີຍ.

ທ່ານກ່າວຕື່ມອີກວ່າ ໃນຣະຍະນີ້ ເຈົ້າໜ້າທີ່ຂອງບໍຣິສັດ ຊັນ-ເປເປີ ລາວ ໂຮນດີິ້ງ ກຳລັງວັດແທກເນື້ອທີ່ດິນໄຮ່ສວນ ຂອງປະຊາຊົນ ໃນຂອບເຂດ 40 ເຮັກຕ້າ ນັ້ນເພື່ອຄິດໄລ່ຄ່າເສັຍຫາຍ, ພ້ອມທັງສຳຣວດຈຳນວນຄອບຄົວ ທີ່ຈະຖືກຜົລກະທົບຢ່າງຣະອຽດ ຕໍ່ໄປ.

ຢ່າງໃດກໍ່ຕາມ ໂຮງງານຜລິດເຈັ້ຍແຫ່ງນີ້ ຍັງບໍ່ທັນຫລຸດຜ່ອນກິ່ນເໝັນ ລົບກວນປະຊາຊົນໃກ້ຄຽງເທື່ອ, ຫຼ້າສຸດມີຣາຍງານວ່າ ມີຊາວບ້ານ 3 ຄົນ ທີ່ອາສັຍຢູ່ໃກ້ໂຮງງານດັ່ງກ່າວ ຕ້ອງໄດ້ໄປປີ່ນປົວ ຢູ່ໂຮງໝໍຍ້ອນມີອາການເຈັບຫົວ ແບບບໍ່ຮູ້ສາເຫດ, ຕາມຄຳເວົ້າ ຂອງຊາວບ້ານ ຄົນນຶ່ງ:

"2-3 ຄົນແຫລະໄປເຂົ້າໂຮງໝໍ ມາແຕ່ສາມແຍກເຂົ້າບໍຣິສັດ ແຕ່ວ່າສາເຫດສິຍ້ອນແມ່ນບໍ່ ຫລື ຍ້ອນພຍາດເຮົາກະບໍ່ຮູ້ ກະຢູ່ນຳທ່ານໝໍ ພຸ້ນແຫລະ ເຈັບຫົວເຈັບອັນນີ້ແຫລະ ໄປກວດໄຂ້ຍຸງ ກະບໍ່ເຫັນຈັກເທື່ອ ລາວຍັງບໍ່ທັນມາເດ້ແຕ່ໂຮງໝໍຫັ້ນ."

ວິທຍຸເອເຊັຍເສຣີ ພຍາຍາມຕິດຕໍ່ໄປຍັງ ອຳນາດການປົກຄອງເມືອງເຊໂປນ ເພື່ອຖາມກ່ຽວກັບຄວາມຄືບໜ້າ ຂອງການແກ້ໄຂບັນຫາ ໂຮງງານປ່ອຍກິ່ນເໝັນ ແຕ່ເຈົ້າໜ້າທີ່ກ່ຽວຂ້ອງ ກໍກຳລັງຫາລືກັນໃນທີ່ປະຊຸມ ຍັງບໍ່ສາມາດບອກຣາຍຣະອຽດ.

2025 M Street NW
Washington, DC 20036
+1 (202) 530-4900
lao@rfa.org