ການຂາຍໄມ້ທີ່ຍຶດມາໄດ້ບໍ່ ແຈ້ງຂາວ
2014.04.24

ໃນຕົ້ນ ເດືອນ ເມສາ ທີ່ ຜ່ານມາ ເຈົ້າໜ້າທີ່ ປກສ ແຂວງ ອຸດົມ -ໄຊ ສາມາດ ຈັບແລະ ຍຶດໄມ້ ກະຍຸງ ຜິດກົດໝາຍ ໄດ້ ຈຳນວນ ນຶ່ງ ແຕ່ຫລັງຈາກ ໄດ້ຂອງກາງ ທັງໝົດ ແລ້ວ ເຈົ້າໜ້າທີ່ ຮັບຜິດ ຊອບ ພັດບໍ່ໄດ້ ແຈ້ງຕໍ່ ຜແນກ ອຸດສາຫະກັມ ແລະ ການຄ້າ ແຂວງ ເພື່ອ ຈັດຕັ້ງ ຄະນະ ກັມມະການ ປະມູນ ຂາຍ ໃຫ້ຖືກຕ້ອງ. ດັ່ງ ເຈົ້າໜ້າທີ່ ທ່ານນຶ່ງ ກ່າວວ່າ:
"ແມ່ນແທ້ ໃຫ້ຖືກຕ້ອງ ຕາມຣະບຽບ ມັນແທ້ ຍຶດໄດ້ແລ້ວ ກໍມາ ປະ ມູນຂາຍ ອອກ ຂໍ້ຕົກລົງ ແມ່ນຫຍັງ ຕ່າງໆ ອອກມາແລ້ວ ກໍແມ່ນ ແທ້ ການຄ້າ ເປັນຜູ້ຂາຍ ເປັນຜູ້ ປະມູນ ເຣື້ອງຣາຄາ ຫລັງຈາກ ນັ້ນ ກໍມອບເງິນ ມອບຄຳ ເຂົ້າຢູ່ໃນ ການເງິນ ຄັງເງິນ ເນາະ ໃຫ້ ຖືກແທ້ນ່າ ແຕ່ວ່າ ທີ່ ຜ່ານມາ ມັນກໍອັນນັ້ນ ໜ້ອຍນຶ່ງ ບໍ່ໃຫ້ ການ ຄ້າ ບໍ່ໄດ້ ເຂົ້າຮ່ວມ ນຳນ່າ".
ເຈົ້າໜ້າທີ່ ກ່າວຕື່ມ ອີກວ່າ ທີ່ຜ່ານມາ ມີເຫດ ການຄ້າຍ ຄືກັນ ເມື່ອ ເຈົ້າໜ້າທີ່ ຈັບຍຶດ ໄມ້ໄດ້ແລ້ວ ຜູ້ຮັບ ຜິດຊອບ ບໍ່ເອົາມາ ແຈ້ງໃຫ້ ຜແນກ ອຸດສາຫະກັມ ແລະ ການຄ້າ ແຕ່ນຳໄມ້ ດັ່ງກ່າວ ໄປບ່ອນ ອື່ນ ເພື່ອ ຂາຍ ເອົາເອງ.
ໃນຕົ້ນເດືອນ ເມສາ ທີ່ຜ່ານມາ ຢູ່ເມືອງ ນາໝໍ້ ແຂວງ ອຸດົມໄຊ ເຈົ້າໜ້າ ປກສ ກໍສາມາດ ຈັບໄມ້ ກະຍຸງ ນ້ຳໜັກ 8 ຕັນ ໃນຂະນະ ທີ່ ໄມ້ດັ່ງກ່າວ ກຳລັງ ຖືກຂົນໄປ ເມືອງ ງອຍ ແຂວງ ຫລວງ ພຣະບາງ. ໃນເວລາ ດຽວກັນ ນັກຂ່າວ ເອເຊັຍ ເສຣີ ໄດ້ຕິດຕໍ່ ໄປຫາ ເຈົ້າ ໜ້າທີ່ ເມືອງນາໝໍ້ ແລະ ເຈົ້າໜ້າທີ່ ກໍຢືນຢັນ ວ່າ ມີການຈັບ ຍຶດໄມ້ ຈຳນວນ ດັ່ງກ່າວແທ້ ແຕ່ບໍ່ສາມາດ ໃຫ້ຂໍ້ມູນ ເພີ່ມເຕີມ ໄດ້.