ນໍ້າຖ້ວມນະຄອນຫຼວງ ຍ້ອນ ຂີ້ເຫຍື້ອ

ຂີ້ເຫຍື້ອຕັນ ທໍ່ ຣະບາຍນໍ້າ ສາເຫດ ນໍ້າຖ້ວມ ຖນົນຫຼາຍສາຍ ໃນ ນະຄອນຫຼວງ ວຽງຈັນ.

ໃນນະຄອນຫຼວງວຽງຈັນ ມີໜອງນໍ້າທີ່ບໍ່ໄຫລ ແລະສົ່ງກິ່ນຢູ່ຫຼາຍແຫ່ງ ຊຶ່ງບ່ອນທີ່ ຍຸງມັກໄຂ່ໃສ່ RFA/TP

ຂີ້ເຫຍື້ອຕັນທໍ່ຣະບາຍນໍ້າ ເປັນສາເຫດໃຫຍ່ ທີ່ເຮັດໃຫ້ຖນົນຫຼາຍສາຍ ໃນນະຄອນຫຼວງວຽງຈັນ ຖືກນໍ້າຖ້ວມຂັງ ໂດຍສະເພາະສີ່ແຍກ ໄຟແດງດົງໂດກ, ສີ່ແຍກທາດຫຼວງ ແລະ ຄ້ອຍໂພນຕ້ອງ. ດັ່ງຝົນຕົກເມື່ອວັນທີ 07-08 ສິງຫາ ທີ່ຜ່ານມາ ຝົນຕົກບໍ່ພໍ ເທົ່າໃດຊົ່ວໂມງ ຖນົນໃນເຂດດັ່ງກ່າວ ນໍ້າກໍ່ຖ້ວມທັນທີ ເຊີ່ງເປັນເຫດການທີ່ເກີດຂື້ນທຸກປີ ຍັງບໍ່ທັນໄດ້ຮັບການແກ້ໄຂ. ດັ່ງເຈົ້າໜ້າທີ່ໂຍທາທິການ ແລະ ຜັງເມືອງນະຄອນຫຼວງວຽງຈັນ ກ່າວຕໍ່ RFA ໃນວັນທີ 12 ສິງຫາ ວ່າ:

"ປະຣິມານມັນຫຼາຍ ມັນເຮັດໃຫ້ນໍ້າຖ້ວມໄຫຼ ບໍ່ທັນຊື່ໆ ແຕ່ວ່າຣົດຕໍ່າ ກາຫຍຸ້ງຍາກນ້ອຍນຶ່ງເນາະ ຂີ້ເຫຍື້ອເນາະຕັນທາງອີຫຍັງຫັ້ນນ່າ ທາງນໍ້າໄຫຼຫັ້ນນ່າ ເປັນຖົງຢາງໃຍໄມ້ອີ່ ຫຍັງຫັ້ນນ່າ ຕັນທ້ອງນໍ້າໄຫຼລົງໃສ່ທໍ່ເນາະ ກາໄດ້ມີໜ່ວຍງານກວດກາ ເບິ່ງແຕ່ລະຈຸດເນາະ ແລະ ກໍ່ມີການອານາໄມຕື່ມ."

ຕໍ່ບັນຫານໍ້າຖ້ວມຖນົນນະຄອນຫຼວງວຽງຈັນ ໃນຍາມຝົນຕົກໜັກນັ້ນ ມັນເປັນມາຫຼາຍປີແລ້ວ ແຕ່ຍັງບໍ່ທັນມີການແກ້ໄຂ ເມື່ອໃດຝົນຕົກ ແຮງຈຸດ ກໍເກີດນໍ້າຖ້ວມທັນທີ ແລະ ກໍເປັນຈຸດເກົ່າ ທີ່ເກີດນໍ້າຖ້ວມທຸກປີ. ດັ່ງປະຊາຊົນຜູ້ໄດ້ ຮັບຜົລກະທົບ ກ່າວຕໍ່ RFA ວ່າ:

"ເຈົ້າໜ້າທີ່ນີ້ກໍ່ບໍ່ຮູ້ຄືກັນວ່າເພີ່ນ ຈະແກ້ໄຂແນວໃດ ຄັນເວົ້າເຣື່ອງການຣະບາຍນໍ້າ ກໍຍັງບໍ່ໄດ້ເຮັດຣະອຽດປານໃດ ອັນນີ້ມັນຂຶ້ນກັບເພິ່ນເນາະ ບາງທີ່ທໍ່ອາດຈະນ້ອຍກວ່າປະຣິມານນໍ້າ ທີ່ຈະໄຫຼອອກທັນ ຫົນທາງມັນຕໍ່າເນາະຖ້າວ່າມັນຣະບາຍທັນ ກໍບໍ່ນໍ້າຖ້ວມດອກເນາະການສັນຈອນ ບາງບ່ອນ ຣົດຈັກກໍແລ່ນບໍ່ໄດ້."

ສະພາບນໍ້າຖ້ວມຂັງ ເຖິງແມ່ນວ່າຫ້ອງການ ວ່າການປົກຄອງນະຄອນຫຼວງວຽງຈັນ ໄດ້ມີໂຄງການທີ່ມີຊື່ວ່າຕ້ານ ແລ້ງຕ້ານຖ້ວມ ເພື່ອແກ້ ບັນຫານີ້ສະເພາະນັ້ນ ກໍຖືກຍົກເລີກໄປແລ້ວ ເນື່ອງຈາກຕ້ອງໃຊ້ງົບປະມານສູງ ແລະປະຊາຊົນຫຼາຍພື້ນທີ່ໄດ້ຮັບ ຜົລກະທົບຈາກໂຄງການ ນີ້ ທາງນະຄອນຫຼວງ ຈຶ່ງໄດ້ສັ່ງໃຫ້ໂຈະການກໍ່ສ້າງ.

2025 M Street NW
Washington, DC 20036
+1 (202) 530-4900
lao@rfa.org