ຖນົນເມືອງທົ່ງມີໄຊ ໄປມາ ລໍາບາກ

ມະນີຈັນ
2017.05.26
F-road ເສັ້ນທາງ ໃນ ນະຄອນຫຼວງວຽງຈັນ
Citizen Journalist

ປະຊາຊົນຫລາຍບ້ານ ຢູ່ເມືອງທົ່ງມີໄຊ ແຂວງໄຊຍະບູລີ  600 ປາຍຄອບຄົວ ເດີນທາງໄປມາ ລຳບາກຫລາຍ ຍ້ອນຫົນທາງບໍ່ດີ, ເປັນ ທາງດິນແດງ, ໃນຍາມຝົນ ກໍເປັນຂີ້ຕົມ, ໃຊ້ຣົດຈັກ ຣົດຖີບບໍ່ໄດ້. ຕາມຄຳເວົ້າ ຂອງ ເຈົ້າໜ້າທີ່ ເມືອງທົ່ງມີໄຊ:

"ມັນມີຢູ່ 4 ບ້ານ ບ້ານດອນພູນ ບ້ານນາມົນ ແລະ ມີບ້ານທາດ ບ້ານແຄນ ຄັນຍາມຝົນນີ້ ກະຫຍູ້ງຍາກຢູ່ ກະດີລະວ່າ ຖ້າມີທຶນມີຮອນ ກະຢາກຫາ ຄວາມຊ່ວຍເຫລືອ ຈາກທາງ ສູນກາງພຸ້ນແຫລະ ຍາດແຍງທຶນ ມາພັທນາ".

ບ້ານ ທີ່ມີຄວາມຫຍຸ້ງຍາກ ໃນການເດີນທາງໄປມາ ມີ 4 ບ້ານ ຄືບ້ານດອນພູນ, ໄລຍະທາງ 5 ກິໂລແມັດ, ບ້ານນາມົນ 3.6 ກິໂລແມັດ, ບ້ານທາດ 5 ກິ ໂລແມັດ ແລະບ້ານແຄນ 8.5 ກິໂລແມັດ. ຣົດໃຫຍ່ແລ່ນ ໄປມາບໍ່ໄດ້.

ເພື່ອແກ້ໄຂບັນຫາດັ່ງກ່າວ ທີ່ຜ່ານມາ ທາງເມືອງທົ່ງມີໄຊ ກໍໄດ້ສເນີຂໍ ງົບປະ ມານ ໄປຍັງແຂວງ ໄຊຍະບູລີ ເພື່ອປັບປຸງ ປົວແປງເສັ້ນ ທາງ ໃຫ້ປະຊາຊົນ ເດີນທາງ ໄດ້ສະດວກ. ແຕ່ຈົນມາເຖິງ ປັດຈຸບັນ ກໍຍັງບໍ່ທັນໄດ້ ຮັບຄຳຕອບເທື່ອ.

ທ່ານເວົ້າຕື່ມອີກວ່າ ນອກຈາກ 4 ບ້ານ ທີ່ວ່າມີຄວາມຫຍຸ້ງຍາກ ໃນການເດີນ ທາງນັ້ນແລ້ວ ໃນເມືອງນີ້ ກໍຍັງມີອີກ ຫລາຍບ້ານ ໃນເຂດ ຫ່າງໄກ ທີ່ບໍ່ທັນມີ ຫົນທາງດີໃຊ້, ເຮັດໃຫ້ ປະຊາຊົນ ເປັນຕົ້ນນັກຮຽນ ທຽວໄປໂຮງຮຽນ ໃນແຕ່ລະມື້ ໄດ້ຮັບຄວາມ ຫຍຸ້ງຍາກຫລາຍ ໂດຍສະເພາະ ໃນຣະດູຝົນ ຫົນທາງ ເປັນຂີ້ຕົມ ຣົດທຸກປະເພດ ບໍ່ສາມາດ ແລ່ນໄປມາ ໄດ້ເລີຍ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.