ຖນົນຫົນທາງເປ່ເພຫຼາຍ ຢູ່ລາວ

ຖນົນ ຫົນທາງ ເປ່ເພ ຫລາຍ ຢູ່ລາວ; ທາງ ທີ່ ປູຢາງ ແຕກ ກາຍເປັນ ທາງ ດິນແດງ, ເວລາ ຝົນຕົກ ມີ ແຕ່ ຂີ້ຕົມ ເວລາ ອາກາດ ຮ້ອນ ເຕັມແຕ່ ຂີ້ ຝຸ່ນ ໄງ່ ການ ສັນຈອນ ລໍາບາກ ເປັນ ພັຍ ຕໍ່ ສຸຂພາບ.

ເສັ້ນທາງເຂດບ້ານດອນຕິ້ວ ແລະ ອີກຫລາຍໆສາຍ ທີ່ຕ້ອງການສ້ອມແປງ ຢ່າງຮີບດ່ວນ Citizen Journalist

ຖນົນ ຫົນທາງ ຢູ່ລາວ ເປ່ເພ ຫລາຍ ປີນີ້ ເປ່ເພ ຫລາຍ ກວ່າ ທຸກໆປີ. ແຕ່ກ່ອນ ຖນົນ ປູຢາງ ແຕ່ ປັດຈຸບັນ ຢາງ ແຕກ ອອກ, ມີແຕ່ ຂຸມ ແລະ ກາຍເປັນ ທາງ ດິນແດງ, ເວລາ ຝົນຕົກ ມີແຕ່ ຂີ້ຕົມ ມື່ນ ພະລາດ, ເວລາ ອາກາດ ແຫ້ງ ທາງ ເຕັມແຕ່ ຂີ່ຝຸ່ນ ເວລາ ຣົດ ແລ່ນ ຜ່ານ ຂີ່ຝຸ່ນ ໄງ່ ປິວ ໄປໃສ່ ບ້ານ ເຮືອນ, ເປັນ ອັນຕະຣາຍ ຕໍ່ ການ ສັນຈອນ ທຸຣະກິດ ການຄ້າ ແລະ ສຸຂພາບ ຂອງ ປະຊາຊົນ.

ຖນົນ ທີ່ ເປ່ເພ ຫລາຍ ເສັ້ນ ເປັນຖນົນ ທີ່ ສຳຄັນ ຕົວຢ່າງ ຖນົນ ຫລວງ ເລກ ທີ 13 ຊຶ່ງ ຖືວ່າ ເປັນ ສາຍເລືອດ ຂອງ ປະເທດ ລາວ ກໍ ເປ່ເພ ຢ່າງ ໜັກ. ດັ່ງ ຊາວ ນະຄອນ ຫລວງ ວຽງຈັນ ທ່ານນຶ່ງ ທີ່ ທຽວທາງ ເສັ້ນນີ້ ເປັນ ປະຈຳ ຈົ່ມວ່າ:

“ຫົນທາງ ຮູ້ສຶກວ່າ ຫົນທາງ ມັນ ບໍ່ດີ ດຽວນີ້ ເພາະວ່າ ຫົນທາງ ເປ່ເພ ຫລາຍ ແບບ ຖນົນ ສີໄຄ, ສີໄຄ ໄປຮອດ ພູພະ ຫິນເຫບ ເພ ໝົດ ສ້ອມ ກະແຕ່ ວ່ານ ຫີນ ໂຮຍ ຫີນ ໃສ່ ທັມມະດາ ພໍແຕ່ ເສັຽຫຍ້າ ປົກ ຂີ້ໝາ.”

ຫົນທາງ ອີກ ເສັ້ນນຶ່ງ ຢູ່ ນະຄອນ ຫລວງ ວຽງຈັນ ຄື ເສັ້ນ ຈາກ ດອນໜູນ ຫລື ຈາກ ດອນດິ້ວ ອອກ ໄປຫາ ບ້ານ ທ່າງ່ອນ, ທີ່ ກຳລັງ ສ້ອມແປງ ແລະ ສ້າງໃໝ່ ກໍມີ ແຕ່ ຂີ່ຝຸ່ນ ແລະ ຂີ່ຕົມ ຫລາຍ ໃນ ຣະຍະ ນີ້. ສະພາບ ແບບ ນັ້ນ ໄດ້ສ້າງ ຄວາມ ລຳບາກໃຫ້ແກ່ ການ ສັນຈອນ ແລະ ປະຊາຊົນ.

ຊາວບ້ານ ໃກ້ຄຽງ ຈົ່ມວ່າ ການ ສ້າງ ຖນົນ ເສັ້ນ ດັ່ງກ່າວ ຊັກຊ້າ ສ້າງ ບໍ່ແລ້ວ ຈັກເທື່ອ ຣົດ ກໍ ແລ່ນ ຫລາຍ ຍາມຝົນ ກາຍເປັນ ຂີ້ຕົມ, ຍາມແຫ້ງ ຂີ່ຝຸ່ນ ໄງ່ ເປັນ ອັນຕະຣາຍ ຕໍ່ໍ ຊາວບ້ານ ຜູ້ຂີ່ ຣົດຈັກ ເກີດ ອຸບັດຕິເຫດ ໂດຍສະເພາະ ຍາມ ກາງຄືນ. ປະຊາຊົນ ແລະ ຮ້ານ ຂາຍເຄື່ອງ ຢູ່ໃກ້ ທາງ ຈົ່ມວ່າ ຂີ່ຝຸ່ນ ຫລາຍ ຂາຍ ເຄື່ອງ ບໍ່ໄດ້ ແຕ່ ກ່ອນຂາຍ ໄດ້ເງິນ ເຖິງ ສອງສາມ ແສນ ກີບ ຕໍ່ມື້, ແຕ່ ປັດຈຸບັນ ບໍ່ໄດ້ ຮອດແສນ. ຮ້າຍໄປ ກວ່ານັ້ນ ຊາວບ້ານ ຍັງມັກ ເປັນຫວັດ ເປັນໄອ ຊື້ຢາ ມາກິນ ເປັນ ປະຈຳ. ແມ່ຄ້າ ຜູ້ນຶ່ງ ເວົ້າວ່າ ເພິ່ນ ກໍ ຫົດນ້ຳ ຢູ່ ແຕ່ ຫົດ ແຕ່ ສອງ ເທື່ອ ຕໍ່ມື້ ຫົດ ແລ້ວ ບໍ່ດົນ ຂີ່ຝຸ່ນ ກໍໄງ ຄືເກົ່າ, ດີແທ້ ຕ້ອງຫົດ ມື້ນຶ່ງ 6 ຫາ 7 ເທື່ອ ພຸ້ນ.

ຖນົນ ຈາກ ບ້ານ ໂບໂອ ລົງໄປ ເຖິງ ບ້ານຫ້ອມ ໃນເຂດ ນະຄອນ ຫລວງ ວຽງຈັນ ແຮ່ງຮ້າຍ ແຕ່ກ່ອນ ປູຢາງ ຢ່າງດີ, ແຕ່ ຕໍ່ມາ ກໍເປ່ເພ ຢ່າງໜັກ ທາງການ ມີແຜນ ຈະ ສ້ອມແປງ ຫລື ສ້າງໃໝ່, ແຕ່ ບໍ່ລົງມື ເຮັດ ຈັກເທື່ອ. ທາງ ເສັ້ນນີ້ ກໍ ກາຍເປັນ ອຸປສັກ ຕໍ່ ການ ສັນຈອນ ແລະ ເປັນ ອັນຕະຣາຍ ຕໍ່ ສຸຂພາບ. ຊາວ ບ້ານຫ້ອມ ຜູ້ນຶ່ງ ຈົ່ມວ່າ ເຂົາ ລຳບາກ ຫລາຍ ຈຳເປັນ ຕ້ອງ ຂີ່ຣົດ ຜ່ານ ຂີ່ຝຸ່ນ ຂີ່ຕົມ ໄປການ ຢູ່ໃນ ນະຄອນ ຫລວງ ທຸກໆ ມື້.

ປະຊາຊົນ ລາວ ຕ່າງ ແຂວງ ກໍປະສົບ ກັບ ຄວາມ ຫຍຸ້ງຍາກ ຫລາຍ ໃນການ ເດີນທາງ ໄປມາ ຕາມ ຖນົນ ຫົນທາງ ໂດຍສະເພາະ ໃນຍາມ ຝົນ ປີນີ້. ຊາວລາວ ຄົນນຶ່ງ ທີ່ ເດີນທາງ ກັບ ຣົດ ໂດຍສານ ໃນ ຕ່າງ ແຂວງ ໄດ້ຖ່າຍ ວິດີໂອ ລົງ ທາງ Facebook. ໃນ ວິດີໂອ ນັ້ນ ຄົນເບິ່ງ ຈະ ເຫັນ ຣົດ ໂດຍສານ ຄັນນັ້ນ ແລ່ນໄປ ເຖິງ ຖນົນ ຕອນ ທີ່ ເປ່ເພ ທີ່ ເຕັມໄປ ດ້ວຍ ຂີ້ຕົມ ແລະ ມື່ນ ຣົດ ຄັນນັ້ນ ກໍ ຄາ ບໍ່ສາມາດ ແລ່ນ ຕໍ່ໄດ້ ຈຳເປັນ ຕ້ອງ ບອກໃຫ້ ຄົນ ໂດຍສານ ລົງ ຣົດ ໝົດ ແລ້ວ, ຄົນ ໂດຍສານ ກໍພາກັນ ຍ່າງ ຜ່າ ຂີ້ຕົມ ໄປ, ສ່ວນ ເຈົ້າຂອງ ຣົດ ກໍມັດ ສາຍໂສ້ ໃສ່ ຕິນຣົດ ແລ້ວ ໃສ່ ເກັຽຕໍ່າ ຄ່ອຍ ບືນໄປ ເທື່ອ ລະເລັກ ລະນ້ອຍ ຣົດ ກໍເຈືອກ ຊ້າຍ ເຈືອກ ຂວາ ບືນໄປ ໃຊ້ ເວລາ ດົນນານ ຈຶ່ງ ຫວິດ.

ນັກ ທ່ອງທ່ຽວ ຕ່າງ ປະເທດ ກໍຈົ່ມ ວ່າ ຖນົນ ຢູ່ລາວ ຂີ້ຮ້າຍ ຫລາຍ ພວກເຂົາ ເດີນທາງ ທາງຣົດ ຊັກຊ້າ ຫລາຍ ຄົນໄປ ເຂດ ນອກ, ແລ້ວ ກັບ ເຂົ້າມາ ໃນເມືອງ ບໍ່ທັນ ຖ້ຽວບິນ ເຮັດໃຫ້ ເຂົາ ປະສົບ ກັບຄວາມ ຫຍຸ້ງຍາກ ລຳບາກ ເສັຽ ທັງເງິນ ທັງ ເວລາ ແລະ ເສັຽໃຈ. ກ່ຽວກັບ ເຣື່ອງ ນີ້ ຂ້າພະເຈົ້າ ໄດ້ ສຳພາດ ຄົນ ຂັບຣົດ ຂົນໄມ້ ຜູ້ນຶ່ງ ຈາກ ແຂວງ ຄຳມ່ວນ ອອກໄປ ວຽດນາມ ເປັນ ປະຈຳ ວ່າ:

“ຖນົນ ເລກ ທີ 12 ຫັ່ນແຫລະ ແມ່ນແລ້ວ ຖນົນ ໄຄແດ່ ແລ້ວວະ ຂ້າເຈົ້າ ແປງແດ່ ແລ້ວ ວະ ໂອຍ ແຕ່ເຂດ ລັງຄັງ ຂື້ນໄປ ຫາ ຊາຍແດນ ຫັ່ນ ມັນ ເປັນຂຸມ ເປັນອັນ ນັ້ນ ເຂົາ ເອົາຫິນ ໄປໃສ່ ພໍໄປ ໄດ້ ບໍ່ທັນ ໄດ້ລົງຢາງ ລົງຫຍັງ ຢາງ ມັນລອກ ໝົດ ແລ້ວ, ແຕ່ກ່ອນ ປູຢາງ ຢ່າງດີ ແມ່ນບໍ່? ໂອ່ ແຕ່ກ່ອນ ປູຢາງ ພອນສັກ ເຮັດໃຫ້ ດຽວນີ້ ເລີ້ມ ຝົນແຮງ ຮ້າຍ ແລ້ວເນາະ ໂອຍ ບໍ່ເວົ້າ ຂີ່ຝຸ່ນ ຄືກັບ ທາງ ສມັຍ ແຕ່ກີ້ ພຸ້ນ ຢາງ ມັນລອກ ອອກ ໝົດ ຍັງ ເຫລືອ ແຕ່ ຫີນ ເຂົາ ເອົາຫີນ ໄປໃສ່ ພໍໄປ ໄດ້ ມັນ ກໍຄວັນ ຈວດໆ ຂື້ນ ແຫລະ.”

ຢູ່ ແຂວງ ຫລວງ ນ້ຳທາ ຖນົນ ເລກທີ 3 ຊຶ່ງ ເປັນຖນົນ ເຊື່ອມຕໍ່ ຣະຫວ່າງ ໄທ ແລະ ຈີນ, ບໍ່ພຽງ ແຕ່ ເປ່ເພ ທັມມະດາ ເທົ່ານັ້ນ, ແຕ່ ທາງ ບາງຕອນ ຍຸບ ລົງເລີຍ ຣົດແລ່ນ ບໍ່ໄດ້, ແຕ່ ຕໍ່ມາ ທາງການ ກໍເອົາຫີນ ເອົາດິນ ໄປຖົມ ພໍຣົດ ຜ່ານ ໄດ້. ຊາວບ້ານ ໃກ້ຄຽງ ເວົ້າວ່າ ຖນົນ ຕອນນີ້ ຍຸບ ລົງ ເພາະ ມີການ ຂຸດຄົ້ນ ບໍ່ຖ່ານຫີນ ຢູ່ ໃກ້ໆ ນັ້ນ.

ປະຊາຊົນ ລາວ ຫລາຍຄົນ ກໍຖາມ ກັນວ່າ ເປັນຫຍັງ ຖນົນ ຫົນທາງ ຢູ່ລາວ ຈຶ່ງ ເປ່ເພ ຫລາຍແທ້? ຊາວລາວ ທັມມະດາ ສາມັນ ສ່ວນຫລາຍ ກໍ ຕອບວ່າ ຖນົນ ຫົນທາງ ເປ່ເພ ໄວ ກໍ ເພາະວ່າ ຜູ້ຮັບເໝົາ ກໍ່ສ້າງ ສ້າງ ບໍ່ໄດ້ ມາດຕະຖານ ເຊັ່ນ ຢຽບດິນ ບໍ່ແໜ້ນ ແລະ ປູຢາງ ບໍ່ໜາ. ອີກ ສາເຫດ ນຶ່ງ ເມື່ອ ສ້າງແລ້ວ ທາງການ ກໍ ປະປ່ອຍ ໃຫ້ ຣົດ ບັນທຸກ ໜັກ ເກີນ ກຳນົດ ແລ່ນ ຫລາຍ ເກີນໄປ ເປັນຕົ້ນ ຣົດ ຂົນໄມ້ ຂົນຫີນ ແລະ ແຮ່ທາດ ອື່ນໆ. ຊາວລາວ ບໍ່ ໜ້ອຍ ໃຫ້ ຄຳຄິດ ຄຳເຫັນ ວ່າ ເມື່ອ ຖນົນ ເປ່ເພ ແລ້ວ ຣັຖບານ ກໍບໍ່ ມີເງິນ ສ້ອມແປງ ປະປ່ອຍ ໃຫ້ ເປ່ເພ.

ຂ້າພະເຈົ້າ ສັງເກດ ເຫັນ ຣົດ ຂົນ ຫີນກາວ ທີ່ ແລ່ນ ຕາມຖນົນ ເລກທີ 8 ຜ່ານບ້ານ ຫລັກຊາວ ເມືອງ ຄຳເກີດ ແຂວງ ບໍຣິຄຳໄຊ ອອກ ໄປ ວຽດນາມ ບັນທຸກ ໜັກ ໜັກຈົນ ຣົດ ບໍ່ສາມາດ ແລ່ນ ຂຶ້ນຄ້ອຍ ໄດ້ ເຈົ້າຂອງ ຣົດ ຈຳເປັນ ຕ້ອງ ລົງມາ ເອົາໄມ້ ໝູນ ຕີນຣົດ ໄວ້ ເພື່ອ ບໍ່ໃຫ້ ຣົດ ໄຫລ ກັບ ຫລັງ; ເວລາ ຣົດ ບືນຂຶ້ນ ໄດ້ ເລັກນ້ອຍ ກໍຍັບ ໄມ້ ໝູນ ຂຶ້ນ ໄປນຳ. ຜົນ ກະທົບ ກໍຄື ຖນົນ ໃນ ເຂດ ເມືອງ ຄຳເກີດ ບາງບ່ອນ ກໍ ເປ່ເພ ຈົນ ຣົດ ແລ່ນ ບໍ່ໄດ້ ທາງການ ຈຳເປັນ ຕ້ອງ ສ້າງ ທາງ ຫລີກ ອ້ອມ ຕອນ ເປ່ເພ ນັ້ນໄປ. ຖນົນ ເລກທີ 9 ທີ່ ແຂວງ ສວັນນະເຂດ ກໍ ເປ່ເພ ເຊັ່ນດຽວ ກັນ, ຂ້າພະເຈົ້າ ສັງເກດ ເຫັນ ຣົດ ຂົນໄມ້ ທີ່ ໜັກ ເກີນໄປ ແລ່ນ ອອກໄປ ວຽດນາມ ທັງ ເວັນ ທັງ ຄືນ.

2025 M Street NW
Washington, DC 20036
+1 (202) 530-4900
lao@rfa.org