ອຸບັດຕິເຫດ ຕາມທ້ອງຖນົນ ຍັງມີໂຕເລຂສູງ

ພູວົງສ໌
2019.02.27
f-accident ອຸບັດຕິເຫດ ຕາມທ້ອງຖນົນຫຼວງ ໃນແຕ່ລະປີ ທີ່ສ້າງຄວາມເສັຽຫາຍ ທັງຊັບສິນ ແລະ ຊີວິດ
RFA/LX

ຊາວລາວ ທ່ານນຶ່ງ ໃນນະຄອນຫຼວງວຽງຈັນ ໄດ້ແບ່ງປັນປະສົພການ ໃນການສັງເກດການ ຂອງການເກີດອຸບັດຕິເຫດ ແລະ ຈຳນວນ ຜູ້ເສັຽຊີວິດ ຍ້ອນອຸບັດຕິເຫດ ຕາມທ້ອງຖນົນ ໃນລາວ ຕໍ່ຜູ້ສື່ຂ່າວເອເຊັຽເສຣີ ເມື່ອບໍ່ດົນມານີ້ວ່າ ການເກີດອຸບັດຕິເຫດ ແລະ ຈຳນວນ ຜູ້ເສັຽຊີວິດ ຍ້ອນອຸບັດຕິເຫດ ຕາມທ້ອງຖນົນໃນລາວ ຍັງມີຈຳນວນຫຼາຍ ແລະ ມີໃຫ້ເຫັນຢູ່ທຸກມື້, ດັ່ງທ່ານໄດ້ກ່າວວ່າ:

“ໄປນຳຖອກນຳທາງ ສ່ວນຫຼາຍກະເຫັນຕລອດ ມີທັງເສັຽຊີວິດ ບາດເຈັບສາຫັດ ບາດເຈັບເລັກນ້ອຍ. ຜູ້ເສັຽຊີວິດ ກະຂ້ອນຂ້າງ ຕາມເຫັນ ຂ່າວໃນໂທລະພາບ (ໂທ​ຣະ​ທັດ) ຫຼືວ່າ ສື່ສັງຄົມອອນລາຍ ກະຖືວ່າ ກະຈຳນວນເກືອບ ກະຄິດວ່າ ຫຼາຍເນາະ. ຕາມທີ່ເບິ່ງນີ້ ຄັນເຮົາ ມາຄິດໄລ່ນີ້ ກະຢາກ ວ່າເກືອບທຸກມື້ ພຸ້ນແຫຼະ.”

ເມື່ອປີ 2018 ທີ່ຜ່ານມາ, ເຈົ້າໜ້າທີ່ຕຳຣວດ ຈະຣາຈອນ ຍັງບໍ່ທັນສລຸບໂຕເລກ ຈຳນວນອຸບັດຕິເຫດ ແລະ ຈຳນວນຜູ້ເສັຽຊີວິດ ຈາກອຸບັດຕິເຫດ ຕາມທ້ອງຖນົນ ຢ່າງເປັນ ທາງການເທື່ອ. ແຕ່ເມື່ອປີ 2017 ທີ່ຜ່ານມານັ້ນ, ອີງຕາມການຣາຍງານ ຂອງກົມໃຫຍ່ຕຳຣວຈຈະຣາຈອນ, ປະກົດວ່າ ມີການເກີດອຸບັດຕິເຫດ ຕາມທ້ອງຖນົນ ໃນທົ່ວປະເທສ ທັງໝົດ ຈຳນວນ 5,868 ກໍຣະນີ. ມີພາຫະນະ ເປ່ເພ ເສັຽຫາຍທັງເໝິດຈຳນວນ 3,129 ຄັນ, ເຊິ່ງລວມທັງ ຣົດຈັກ ແລະ ຣົດໃຫຍ່. ມີຜູ້ໄດ້ບາດເຈັບ ທັງສາຫັດ ແລະ ທົ່ວໄປ ຈຳນວນ 2,385 ຄົນ ແລະ ມີຜູ້ເສັຽຊີວິດ ຈຳນວນສູງເຖິງ 1,053 ຄົນ. ຈາກສະຖິຕິດັ່ງກ່າວ ສາມາດເວົ້າໄດ້ວ່າ ມີຜູ້ເສັຽຊີວິດ ຍ້ອນອຸບັດຕິເຫດ ຕາມທ້ອງຖນົນ ໃນລາວ ເກືອບ 3 ຄົນ ໃນແຕ່ລະມື້.

ເຈົ້າໜ້າທີ່ ອາສາກູ້ພັຍ ທີ່ແຂວງສວັນນະເຂດ ນາງນຶ່ງ ໄດ້ກ່າວຢືນຢັນ ຕໍ່ຜູ້ສື່ຂ່າວເອເຊັຽເສຣີ ເມື່ອບໍ່ດົນມານີ້ວ່າ ນາງປະຕິບັດໜ້າທີ່ກູ້ພັຍ ແລະ ກູ້ສົພ ແມ່ນເຫັນ ອຸບັຕິເຫດ ຕາມທ້ອງຖນົນທຸກມື້ ແລະ ມີຜູ້ເສັຽຊີວິດ ຈາກການເກີດອຸບັດຕິເຫດ ເກືອບທຸກມື້. ບາງກໍຣະນີ ກໍເສັຽຊີວິດ ຄາທີ່ ແລະ ຈຳນວນຫຼາຍ ກໍໄປເສັຽຊີວິດ ທີ່ໂຮງໝໍ ພາຍຫຼັງທີ່ ໜ່ວຍກູ້ພັຍ ໄດ້ໄປຊ່ອຍເຫຼືອ ແຕ່ລະຄັ້ງ, ດັ່ງຍານາງໄດ້ກ່າວວ່າ:

“ໂອເກີດຂຶ້ນ ຫຼາຍຢູ່ເຈົ້າ ເກືອບມີທຸກໆມື້ເລີຍ. ເພາະວ່າສ່ວນຫຼາຍ ກະອຸບັດຕິເຫດ ມັນກະໜັກ ສ່ວນຫຼາຍ ກະເກີດເຫດໜັກ ເຮົາຊ່ອຍ ໄປແລ້ວ ບາງທີ ກະເສັຽຊີວິດ ຢູ່ໂຮງໝໍແນ່. ຫຼາຍເຈົ້າ ກ່ຽວກັບ ການສັນຈອນ ເຮົາບໍ່ຣະມັດຣະວັງ ນີ້ແຫຼະ ຫຼືວ່າມຶນເມົາ.”

ເຊັ່ນດຽວກັບ ເຈົ້າໜ້າທີ່ອາສາກູ້ພັຍ ແຂວງສວັນນະເຂດ ອີກທ່ານນຶ່ງ ກໍໄດ້ຢືນຢັນ ຕໍ່ຜູ້ສື່ຂ່າວເອເຊັຽເສຣີ ເວລາໄລ່ເລັ່ຽກັນ ນັ້ນວ່າ ໃນແຕ່ລະປີ ຄືເມື່ອຫວ່າງ 3-4 ປີຫຼັງມານີ້, ຈຳນວນ ການເກີດອຸບັດຕິເຫດ ໃນລາວ ມີຈຳນວນຫຼາຍພັນຄັ້ງ ແລະ ມີຜູ້ເສັຽຊີວິດ ຈຳນວນສູງເກືອບ 1,000 ຄົນຕໍ່ປີ ແລະ ບາງປີກໍມີຜູ້ເສັຽຊີວິດ ກາຍ 1,000 ຄົນກໍມີ. ໂດຍສະເພາະ ໃນແຂວງສວັນນະເຂດ ທີ່ພາກສ່ວນອາສາກູ້ພັຍ ແລະ ເຈົ້າໜ້າທີ່ ຕຳຣວຈຈະຣາຈອນ ໄດ້ຮິບໂຮມ ສະຖິຕິມາ ເມື່ອປີ 2017 ນັ້ນ, ມີການເກີດອຸບັດ​ຕິເຫດ ຫຼາຍພັນຄັ້ງ ແລະ ມີຜູ້ປະສົພເຫດ ເຖິງເກືອບ 2,000 ປາຍຄົນ ແລະ ສ່ວນໃຫຍ່ ແມ່ນເກີດມາຈາກ ການດື່ມສິ່ງມຶນເມົາ ແລ້ວຂັບຣົດ, ດັ່ງເຈົ້າໜ້າທີ່ ອາສາກູ້ພັຍສວັນນະເຂດ ໄດ້ກ່າວວ່າ:

“ເຈົ້າໆ ຍັງຫຼາຍຢູ່ເຈົ້າ ປີນຶ່ງ ເກືອບຮອດ 2,000 ກວ່າຄົນ ເກີດອຸບັດຕິເຫດ. ເກີດອຸບັດຕິເຫດ ຍ້ອນຫຼັບໄນ ລະກະມຶນເມົາ. ສ່ວນຫຼາຍກະເມົາ ຜ່າໄຟແດງ ຂັບຣົດ ໂດຍປມາດນັ້ນແຫຼະ.”

ໃນຂນະດຽວກັນ, ຜູ້ປະກອບການ ບໍຣິການ ງານສົພ ແລະ ຂາຍເມມ ໃນນະຄອນຫຼວງວຽງຈັນ ກໍໄດ້ກ່າວຢືນຢັນ ຕໍ່ຜູ້ສື່ຂ່າວເອເຊັຽເສຣີ ເມື່ອບໍ່ດົນມານີ້ວ່າ ຍ້ອນຈຳນວນ ຜູ້ເສັຽຊີວິດ ຕາມທ້ອງຖນົນ ມີສະຖິຕິ ທີ່ສູງຂຶ້ນ ໃນແຕ່ລະປີ ເຮັດໃຫ້ ໂຮງໝໍບາງແຫ່ງ ແລະ ອາສາກູ້ພັຍບາງມູລນິທິ ປ່ຽນວິກິຈ ຈຳນວນ ຜູ້ເສັຽຊີວິຕ ຈາກອຸບັດຕິເຫດ ຈຳນວນຫຼາຍ ມາເປັນໂອກາດ ແລ້ວຫັນມາເປັນ ໂຕແທນ ບໍຣິການງານສົພ ແລະ ຂາຍເມມ ເສັຽເອງ ຈົນເຮັດໃຫ້ ຜູ້ປະກອບການ ບໍຣິການ ງານສົພ ບໍ່ໄດ້ຮັບຈັດງານສົພ ທີ່ມີສາເຫດ ມາຈາກການເກີດອຸບັດຕິເຫດອີກ.

“ເຮົາບໍ່ໄດ້ເລີຍ ງານອຸບັດຕິເຫດ ເຮົາບໍ່ໄດ້ເລີຍ. ກູ້ພັຍຂາຍເມມ ກູ້ພັຍມາຂາຍໂລງສົພ ອັນນີ້ ເຮົາເວົ້າເລີຍ ກູ້ພັຍແນ່ ໂຮງໝໍແນ່. ເອີ, ຕາມເຮົາຮູ້ຍິນຂ່າວ ຂະເຈົ້າ ກະຕິດຕໍ່ໃຫ້ຫັ້ນລະ. ຕິດຕໍ່, ນຶ່ງມາ ຂະເຈົ້າກະຂາຍເອງ, ສອງມາ ລາງເທື່ອ ກະໂຊເຟີ້ຣົດ ແກ່ສົພ ຢູ່ໂຮງໝໍ ຂາຍເອງຊີ້ນ່າ. ມັນຫຼາຍ ຫຼາຍໆອັນນ່າ ດຽວນີ້ນ່າ.”

ຕໍ່ບັນຫາດັ່ງກ່າວ, ເຖິງວ່າພາກສ່ວນ ເຈົ້າໜ້າທີ່ຈະຣາຈອນ ຈະໃຊ້ມາຕການ ຫຼາຍຢ່າງແລ້ວກໍຕາມ, ບໍ່ວ່າ ຈະເປັນການຄຸມເຂັ້ມ ຕັ້ງດ່ານກວດ ວັດແທກ ຣະດັບ ການດື່ມສິ່ງມຶນເມົາ, ລະ​ດົມ ໃຫ້ປະຊາຊົນ ໃສ່ໝວກກັນນ໋ອກ ແລະ ສຶກສາອົບຮົມ ຜູ້ທີ່ຣະເມີດ ກົດຣະບຽບຈະຣາຈອນ ຕາມສະຖານທີ່ຕ່າງໆ ແລ້ວກໍຕາມ, ແຕ່ບັນຫາ ການເກີດອຸບັດຕິເຫດ ແລະ ຈຳນວນຜູ້ເສັຽຊີວິດ ຍ້ອນອຸບັດຕິເຫດ ຕາມທ້ອງຖນົນ ໃນທົ່ວປະເທສ ກໍຍັງບໍ່ມີທ່າທີ ຈະຫຼຸດລົງ ແລະ ຍັງບໍ່ສາມາດ ແກ້ໄຂໃຫ້ດີຂຶ້ນ ກວ່າເກົ່າໄດ້.

ຫຼ້າສຸດນີ້, ທ່ານ ດຣ. ສິນລະວົງ ຄຸດໄພທູນ, ເຈົ້າຄອງນະຄອນຫຼວງວຽງຈັນ, ກໍໄດ້ເຊັນຂໍ້ຕົກລົງ ທີ່ຈະມີຜົລບັງຄັບໃຊ້ ໃນເດືອນມີນາ ທີ່ຈະມາເຖິງນີ້ ກ່ຽວກັບ ມາຕການປັບໄໝ 20 ເທົ່າ ຕໍ່ຜູ້ຣະເມີດ ກົດຣະບຽບຈະຣາຈອນ, ໂດຍສະເພາະ ຜູ້ທີ່ດື່ມສິ່ງມຶນເມົາ ແລ້ວຂັບຣົດ. ການອອກຂໍ້ຕົກລົງ ສບັບດັ່ງກ່າວ ກໍເພື່ອຢາກແນໃສ່ ເຮັດໃຫ້ການສັນຈອນ ໃນນະຄອນຫຼວງວຽງຈັນ ປອດພັຍຂຶ້ນ ແລະ ຫຼຸດຜ່ອນຈຳນວນ ການເກີດອຸບັດຕິເຫດ ແລະ ຈຳນວນຜູ້ເສັຽຊີວິຕ ຍ້ອນອຸບັດຕິເຫດ ຕາມທ້ອງຖນົນ ໃນຂອບເຂດ ນະຄອນຫຼວງວຽງຈັນ.

ອີງຕາມການຣາຍງານ ຂອງກົມໃຫຍ່ຕຳຣວຈຈະຣາຈອນ, ກະຊວງປ້ອງການຄວາມສງົບ ໃນແຕ່ລະປີ ກ່ຽວກັບອຸບັດຕິເຫດ ຕາມທ້ອງຖນົນ ໃນລາວ ເມື່ອ 3 ປີຜ່ານມາແລ້ວ ແມ່ນວ່າ:

- ເມື່ອປີ 2015 ມີຈຳນວນ ຜູ້ເສັຽຊີວິດ ຈາກອຸບັດຕິເຫດ ຕາມທ້ອງຖນົນ ໃນທົ່ວປະເທສທັງໝົດ 955 ຄົນ, ຈາກການເກີດອຸບັດຕິເຫດ 5,571 ຄັ້ງ.
- ປີ 2016 ມີຈຳນວນ ຜູ້ເສັຽຊີວິດ ຈາກອຸບັດຕິເຫດ ຕາມທ້ອງຖນົນ ໃນທົ່ວປະເທສທັງໝົດ 1,086 ຄົນ, ຈາກການເກີດອຸບັດຕິເຫດ 5,610 ຄັ້ງ.
- ປີ 2017 ມີຈຳນວນ ຜູ້ເສັຽຊີວິດ ຈາກອຸບັດຕິເຫດ ຕາມທ້ອງຖນົນ ໃນທົ່ວປະເທສທັງໝົດ 1,053 ຄົນ, ຈາກການເກີດອຸບັດຕິເຫດ 5,868 ຄັ້ງ.

ເຖິງວ່າໃນປີ 2018 ຍັງບໍ່ທັນມີ ການສລຸບ ໂຕເລຂ ການເກີດອຸບັດຕິເຫດ ແລະ ຈຳນວນຜູ້ເສັຽຊີວິດຈາກອຸບັດຕິເຫດ ຢ່າງເປັນທາງການເທື່ອ, ແຕ່ໂຕເລຂ ຜູ້ເສັຽຊີວິດ ຍ້ອນອຸບັດຕິເຫດ ພຽງ 10 ເດືອນ ຂອງປີ 2018 ພັດມີ ຈຳນວນສູງເຖິງ 987 ຄົນ, ຈາກອຸບັດຕິເຫດ ທັງໝົດ 5,753 ຄັ້ງ.

ຈາກຈຳນວນໂຕເລຂ ທີ່ໄດ້ກ່າວມາ ຂ້າງເທິງ, ຈາກການຣາຍງານ ອຸບັດຕິເຫດ ຕາມສື່ສັງຄົມອອນລາຍ ໃນແຕ່ລະມື້ ແລະ ຈາກການກູ້ພັຍ ໂຕຈິງ ໃນແຕ່ລະມື້ ຂອງໜ່ວຍງານກູ້ພັຍ ລ້ວນແຕ່ ໄດ້ຊີ້ໃຫ້ເຫັນວ່າ ການເກີດອຸບັດຕິເຫດ ແລະ ຈຳນວນຜູ້ເສັຽຊີວິດ ຍ້ອນອຸບັດຕິເຫດ ຕາມທ້ອງຖນົນ ໃນລາວ ຍັງເປັນສິ່ງທີ່ ຍັງບໍ່ມີທ່າທີວ່າ ຈະແກ້ໄຂ ໃຫ້ດີຂຶ້ນໄດ້ເທື່ອ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.