ອຸບັດຕິເຫດຕາມທ້ອງຖນົນ
ມີຜູ້ຄົນ ເສັຽຊີວິດ ຍ້ອນ ອຸບັດຕິເຫດ ຕາມທ້ອງ ຖນົນ ຫຼາຍຂຶ້ນ ໃນ ນະຄອນ ຫຼວງວຽງຈັນ ສປປ ລາວ.
-
ສິດນີ
2015-08-12 -
-
-
Your browser doesn’t support HTML5 audio
ຣະຫວ່າງ ວັນທີ 3 ຫາ ວັນທີ 9 ເດືອນ ສິງຫາ ປີນີ້, ມີຄົນ ເສັຽຊິວິດ ເພີ້ມອີກ 5 ຄົນ ໃນຣະຍະ ເວລາ 1 ອາທິດ ທີ່ ນະຄອນ ຫຼວງວຽງຈັນ, ເຈົ້າຫນ້າທີ່ ຈາຣະຈອນ ນະຄອນ ຫຼວງວຽງຈັນ ກ່າວວ່າ, ມີ ອຸປຕິເຫດ ເກີດຂື້ນ 30 ຄັ້ງ ໃນ ນະຄອນ ຫຼວງວຽງຈັນ ໃນອາທິດ ທີ່ ຜ່ານມາ ໜ້ອຍກວ່າ ອາທິດ ກອ່ນ ສາມ ຄັ້ງ.
ອຸປຕິເຫດ ດັ່ງກ່າວ ເຮັດໃຫ້ ຄົນ ໄດ້ຮັບ ບາດເຈັບ ບ້າງ ເລັກນ້ອຍ 9 ຄົນ ໄດ້ຮັບ ບາດເຈັບ ເຂົ້າ ໂຮງຫມໍ 20 ຄົນໃນນັ້ນ 8 ຄົນ ໄດ້ຮັບ ບາດເຈັບ ສາຫັດ ແລະ 5 ຄົນ ເສັຽ ຊິວິດ.
ອຸປຕິເຫດ ສ່ວນໃຫຽ່ ແມ່ນ ເກີດຈາກ ຖນົນບໍ່ດີ ແລະ ຊຸດໂຊມ ໃນຫຼາຍ ພື້ນທີ່ ໃນ ນະຄອນ ຫຼວງວຽງຈັນ ແລະ ໃນລາວ ໂດຍ ທົ່ວໄປ ນອກຈາກ ນັ້ນ ກໍເກີດ ຈາກການ ຂັບຣົດ ບໍ່ ຣະວັງ, ສ່ວນໃຫຽ່ ແມ່ນ ຣົດຈັກ ກັບ ຣົດໃຫຍ່ ຍ້ອນບໍ່ ປະຕິບັ ດຕາມ ກົດ ຈາຣະຈອນ.
ໃນ ເດືອນ ກໍຣະກະດາ ຜ່ານມາ ມີຄົນ ເສັຽຊິວິດ ຍ້ອນ ອຸບັດຕິເຫດ ຕາມ ທ້ອງຖນົນ ໃນທົ່ວ ປະເທດ 69 ຄົນ ລຸດລົງ ຈາກ 84 ຄົນ ຂອງ ເດືອນ ກ່ອນໜ້າ ນັ້ນ, ການຕາຍ ສ່ວນໃຫຍ່ ແມ່ນຢູ່ ນະຄອນ ຫຼວງວຽງຈັນ ປະມານ 18 ສົບ ຈາກ ເຫດການ ອຸປຕິເຫດ 124 ຄັ້ງ. ອຸບບັດຕິເຫດ ສ່ວນໃຫຽ່ ນອກຈາກ ຖນົນ ບໍ່ດີແລ້ວ ກໍແມ່ນ ການຂັບ ຣົດ ໃນຍາມ ມືນເມົາ ແລະ ໃນຍາມ ກາງຄືນ ທີ່ ໄຟຟ້າ ບໍ່ຮຸ່ງ