ປະຊາຊົນ ຮຽກຮ້ອງ ໃຫ້ແກ້ໄຂບັນຫາ ລັກຖິ້ມຂີ້ເຫຍື້ອ ເຂດນະຄອນຫຼວງ

0:00 / 0:00

ປະຊາຊົນ ຢາກໃຫ້ພາກສ່ວນທາງການ ທີ່ກ່ຽວຂ້ອງ ແກ້ໄຂບັນຫາ ການລັກຖິ້ມຂີ້ເຫຍື້ອ ຊະຊາຍ ຂອງຮ້ານຄ້າ ແລະອື່ນໆ ຢູ່ຕາມເສັ້ນທາງ ຕັດໃໝ່ໜອງບົວທອງເໜືອ-ດົງນາໂຊກໃຕ້-ໜອງບຶກໃຕ້ ເມືອງສີໂຄດຕະບອງ ນະຄອນຫລວງວຽງຈັນ. ປັດຈຸບັນ ເສັ້ນທາງຕັດໃໝ່ ໃນເຂດບ້ານດົງນາໂຊກໃຕ້ ສ່ວນຫລາຍແມ່ນຮ້ານຄ້າ ຢູ່ຕລາດຊັງຈຽງ ເອົາຂີ້ເຫຍື້ອຫລາຍປະເພດ ມາຖິ້ມຢູ່ແຄມທາງຕັດໃໝ່ ໃນຍາມກາງຄືນ, ເຮັດໃຫ້ມີຄວາມເປິະເປື້ອນ. ດັ່ງນັ້ນ ຊາວບ້ານຈຶ່ງພາກັນ ຮຽກຮ້ອງໃຫ້ພາກສ່ວນ ທີ່ກ່ຽວຂ້ອງ ຕິດຕັ້ງໄຟ ເຍືອງທາງ ເພື່ອໃຫ້ເຈົ້າໜ້າທີ່ກວດກາ ລາດຕະເວນ ໄລ່ຕິດຕາມ ຈັບຜູ້ທີ່ເອົາຂີ້ເຫຍື້ອມາຖິ້ມ, ອີງຕາມຄໍາເວົ້າ ຂອງຊາວບ້ານ ບ້ານດົງນາໂຊກໃຕ້ ຕໍ່ວິທຍຸ ເອເຊັຽ ເສຣີ ໃນມື້ວັນທີ 8 ທັນວານີ້.

" ກໍບໍ່ທັນມີເຮືອນຄົນຢູ່ ໄປເຍືອງທາງຫັ້ນ ຖືວ່າພວກອັນມືໄວເອົາໄປໝົດລະ ຂີ້ເຫຍື້ອຮ້ານອາຫານແຫລະສ່ວນຫລາຍ ແຖວຊັງຈອກ ຊັງຈຽງນີ້ແຫລະ ສ່ວນຫລາຍກໍແມ່ນຈີນ, ຂອງຄົນຈີນ ຢູ່ຊັງຈຽງມັນຫລາຍຮ້ານ ກິ່ນເໝັນ ກໍບໍ່ສູ້ປານໃດດອກ ເພາະມັນຖິ້ມອອກນອກ ມັນຖືກແດດ ຖືກຫຍັງຫັ້ນແດ່ ສ່ວນຫລາຍກໍເປັນຂີ້ເຫຍື້ອ ເປັນຜັກເປັນເຄື່ອງເສດ ດອກຟືນ ດອກໄຟ ໄປຊັ້ນນ່າ ກະໂລ້ເສດບໍ່ ຫລືວ່າຈະເປັນເພດານເສດ ເປັນເບຕົ້ງເສດ ອີ່ຫຍັງຫັ້ນນ່າ. "

ຊາວບ້ານ ບ້ານໜອງບົວທອງເໜືອ ກໍເວົ້າໃນມື້ດຽວກັນນີ້ວ່າ ເສັ້ນທາງຕັດ ໃໝ່ໃນເຂດບ້ານໜອງບົວທອງເໜືອນີ້ ກໍມີຄົນຂີ່ຣົຖໃຫຍ່ ມາລັກຖິ້ມຂີ້ເຫຍື້ອໃສ່ ເວລາກາງຄືນ ເຮັດໃຫ້ບ້ານເມືອງ ເປິະເປື້ອນ ແລະທັງມີກິ່ນເໝັນ ກະທົບໃສ່ຜູ້ຄົນ ທີ່ໃຊ້ຣົຖໃຊ້ຖນົນ ຜ່ານໄປມານໍາດ້ວຍ.

ດັ່ງນັ້ນ ຊາວບ້ານຫລາຍຄົນ ຈຶ່ງຢາກຮຽກຮ້ອງໃຫ້ ພາກສ່ວນທີ່ກ່ຽວຂ້ອງ ຊ່ອຍແກ້ໄຂບັນຫາທີ່ວ່ານີ້.

" ເພິ່ນກໍຖິ້ມຢູ່ທາງຕັດໃໝ່ ໜອງບຶກຫັ້ນລະ ຄົນມາລັກຖິ້ມນ່າ ຂີ່ຣົຖໃຫຍ່ມາ ກໍດຶກລົງໆກາງຄືນເດ້ ນ້ອງເອີຍ ເປັນເສດອາຫານ ເຂດບ້ານເຮົາກໍບໍ່ມີຜູ້ຢູ່ບໍ່ມີຜູ້ເບິ່ງ ມັນກໍເກີດບໍ່ງາມແຫລະ ເຮົາໄປມື້ເວັນນີ້ເຫັນໝົດ ຖົງຂີ້ເຫຍື້ອ ອີ່ຫຍັງແມ່ນບໍ່ ກາງຄືນນີ້ມືດຕຶບ ເສດອາຫານທີ່ວ່າເປັນນໍ້າບໍ່ ເປັນຂອງປຽກມັນກໍເໝັນແຫລະ ບາງຄົນກາຍທາງໄປ ຈັກຜູ້ໃຫຍ່ຜູ້ນ້ອຍຈັກເຈົ້າໜອກເຈົ້ານາຍ ເໝັນເດ້ນ້ອງ ເໝັນໆ ຄັນວ່າມີບໍຣິສັດມາພັທນາ ຄືວ່າມາປະມູນຫັ້ນນ່ານ້ອງ ດີເດ້. "

ພ້ອມດຽວກັນນັ້ນ ຊາວບ້ານບ້ານໜອງບຶກໃຕ້ ຜູ້ນຶ່ງ ກໍເວົ້າຕໍ່ວິທຍຸ ເອເຊັຍ ເສຣີ ວ່າ ປັດຈຸບັນ ບັນຫາການລັກຖິ້ມຂີ້ເຫຍື້ອ ຢູ່ເຂດບ້ານໜອງບຶກໃຕ້ນີ້ ຖືວ່າເບົາບາງລົງ ແດ່ແລ້ວ ແຕ່ກໍຍັງມີຢູ່ ຍ້ອນເຈົ້າໜ້າທີ່ກວດກາລາຕເວນ ເຖິງແມ່ນວ່າ ການກວດກາລາຕເວນນັ້ນ ຈະບໍ່ທົ່ວເຖິງ ແລະຢູ່ເຂດນັ້ນ ບໍ່ມີກ້ອງວົງຈອນປິດ ຍ້ອນມີຄົນລັກໄປ ຍັງເຫລືອແຕ່ແຜ່ນໂຊລາຣ໌ເຊລ. ຊາວບ້ານຢາກໃຫ້ ພາກສ່ວນທີ່ກ່ຽວ ຂ້ອງ ເອົາກ້ອງວົງຈອນປິດ ມາຕິດຕັ້ງໃສ່ຕື່ມ.

" ແຕ່ກີ້ເພິ່ນກໍຕິດກ້ອງໃຫ້ເນາະ ຈຸອັນເລ້ລ້ອນມາລັກເອົາກ້ອງຫັ້ນນ່າ ກ້ອງວົງຈອນປິດ ເຣື່ອງແຜງໂຊລ້າສອກໂຊລ້າຣ໌ເຊລ ຍັງຄືເກົ່າຫັ້ນແຫລະ ມີແຕ່ໄຟແຍງທາງ ຫົນທາງ ເຂົາເຈົ້າເປີດກໍມີ ບໍ່ເປີດກໍແມ່ນບໍ່ມີຫັ້ນແຫລະ ສເນີທາງເທິງພຸ້ນແລ້ວ ໃຫ້ເພິ່ນເບິ່ງເອົາ ກ້ອງວົງຈອນປິດ ມາຕິດຕັ້ງໃຫ້ອີກຫັ້ນແລ້ວ. "

ກ່ຽວກັບເຣື່ອງທີ່ວ່ານີ້ ວິທຍຸ ເອເຊັຽ ເສຣີ ກໍໄດ້ຕິດຕໍ່ໄປຫາ ອໍານາດການປົກຄອງບ້ານ ດົງນາທອງ, ໄດ້ຮັບຄໍາຕອບວ່າ ປັດຈຸບັນ ບໍ່ມີການຖິ້ມຂີ້ເຫຍື້ອ ຊະຊາຍແລ້ວ ເນື່ອງຈາກອໍານາດ ການປົກຄອງບ້ານ ປະຕິບັດມາຕການ ຢ່າງເຄັ່ງຄັດ ຄື ປັບໃໝຜູ້ກະທໍາຜິດ ໂດຍຄິດໄລ່ເປັນກິໂລ, ກິໂລນຶ່ງ 400 ກີບ ແລ້ວຄູນໃຫ້ 10 ເທົ່າ.

ດັ່ງເຈົ້າໜ້າທີ່ ອໍານາດການປົກຄອງບ້ານ ດົງນາທອງ ກ່າວວ່າ:

" ຈາກ 3 ແຍກບ້ານດົງນາທອງໄປ ພວກເຮົາ ເສັ້ນຕັດໃໝ່ນີ້ ມີແຕ່ປະມານ ໝ້ອງ 300 ແມັດນຶ່ງ ເຂດບ້ານເຮົາເດ້ ບໍ່ປາກົດເຫັນນ່າ ພວກເຮົາເລາະພວກເຮົາ ຕິດຕາມຢູ່ ເກັບກໍາມື້ກ່ອນນີ້ ໃນຊ່ວງໄລຍະປີຜ່ານມາ ຈັບໄດ້ຄົນມາຖິ້ມເຮົາກໍເອົາມາປັບໃໝ. "

ພ້ອມດຽວກັນນັ້ນ ເຈົ້າໜ້າທີ່ເມືອງສີໂຄດຕະບອງ ກໍກ່າວຕໍ່ວິທຍຸ ເອເຊັຽ ເສຣີ ເຖິງແຜນການແກ້ໄຂບັນຫາ ການລັກຖິ້ມຂີ້ເຫຍື້ອ ຕາມເສັ້ນທາງຕັດໃໝ່ ຂອງຫ້ອງການຄຸ້ມຄອງ ແລະບໍຣິການຕົວເມືອງວຽງຈັນວ່າ ຍັງໃຫ້ຂັ້ນບ້ານແຕ່ງຕັ້ງ ໜ່ວຍກວດກາລາຕເວນ ປ້ອງກັນບັນຫານັ້ນຢູ່.

" ອັນຊ່ວງນີ້ ບໍ່ຄ່ອຍເຫັນເດ້ຊ່ວງນີ້ ເພິ່ນກໍເຄັ່ງຄັດ ດຽວນີ້ບ້ານເພິ່ນກໍເຄັ່ງຄັດເນາະ ຕອນນັ້ນກໍມີຢູ່ບາງຊ່ວງເນາະ ແລ້ວບາດນີ້ ບ້ານເພິ່ນກໍເຄັ່ງ ແມ່ນໃຜມາຖິ້ມ ເພິ່້ນກໍເບິ່ງ ມີແຕ່ແຈ້ງບ້ານໃຫ້ເບິ່ງຊ່ວຍນ່າ. "

ເຈົ້າໜ້າທີ່ ກວດກາລາຕເວນ ປະຈໍາເຂດບ້ານດົງນາໂຊກ ກ່າວເຖິງການແຕ່ງຕັ້ງ ທີມກວດກາລາຕເວນຂອງບ້ານ ເພື່ອປ້ອງກັນ ບໍ່ໃຫ້ມີການລັກຖິ້ມຂີ້ເຫຍື້ອ ນັ້ນວ່າ ຍັງເຮັດໄດ້ບໍ່ທົ່ວເຖິງ ຍ້ອນເຈົ້າໜ້າທີ່ ມີໜ້ອຍ 2-3 ຄົນ ຂະນະທີ່ພື້ນທີ່ ທີ່ຕ້ອງໄດ້ກວດກາ ຍາວເຖິງ 6-7 ກິໂລແມັດ ແລະຮູບແບບການລັກຖິ້ມຂີ້ເຫຍື້ອນັ້ນ ປ່ຽນໄປຈາກແຕ່ກ່ອນ, ເຮັດໃຫ້ຈັບບໍ່ໄດ້ໄລ່ບໍ່ທັນ.

" ມີແຕ່ວ່າໃຫ້ກໍາລັງຫັ້ນລະ ຕິດຕາມເອົາກໍບໍ່ທັນມັນດອກ ເພາະວ່າມັນກໍ 1. ມັນຫລາຍຈຸດຫລາຍບ່ອນຫລາຍ ມັນກໍກວ້າງເນາະທາງກໍປະມານ 6-7 ກິໂລແມັດເນາະ ກໍຍາກຢູ່ບັນຫານີ້ຊິໃຫ້ມັນໝົດຫັ້ນນ່າ. ແຕ່ວ່າປັດຈຸບັນ ກໍເບົາບາງໄປແລ້ວ ບໍ່ຫລາຍຄືຊ່ວງທໍາອິດ ລັກສະນະຈອດແລ້ວ ກໍຂົນລົງຄືແຕ່ກົ່າຫັ້ນ ບໍ່ມີແລ້ວ ມີແຕ່ວ່າເຂົາໂຍນຖິ້ມແລ້ວ ກໍໄປເລີຍຫັ້ນນ່າ ຣົຖກໍບໍ່ຈອດເລີຍນ່າ ແລ່ນໆຊ້າໆ ຊ້ອຍໜ້ອຍນຶ່ງຢູ່ພວກຂ້າງຫລັງ ກໍໂຍນຖິ້ມ ແລ້ວກໍແລ່ນເລີຍ. "

ເມື່ອກ່ອນນີ້ ປີ 2019 ມີຮ້ານຂາຍເຄື່ອງຂອງ ເປັນຕົ້ນຂາຍຕຸກກະຕາ ເສື້ອຜ້າ ເຄື່ອງນຸ່ງຫົ່ມ ຢູ່ຕາມແຄມທາງບ້ານທົ່ງຕູມ ເມືອງໄຊເສດຖາ ນະຄອນຫລວງວຽງຈັນ ທັງໝົດ 30 ປາຍຮ້ານ ໄດ້ເອົາຂີ້ເຫຍື້ອໄປຖິ້ມຊະຊາຍ. ໃນນັ້ນຈໍານວນນຶ່ງ ເຈົ້າໜ້າທີ່ກໍໄດ້ຕັກເຕືອນ ແລະເຮັດບົດບັນທຶກໄວ້. ອີກຈໍານວນນຶ່ງ ເຈົ້າໜ້າທີ່ ກໍໄດ້ປັບໃໝຄົນລະ 30-40 ພັນກີບ ຍ້ອນເຮັດຜິດເປັນເທື່ອທີ 2 ແລະທີ 3 ແຕ່ມາປີ 2022 ນີ້ ທາງຫ້ອງການຄຸ້ມຄອງ ແລະບໍຣິການຕົວເມືອງວຽງຈັນ ກໍໄດ້ສຶກສາອົບຮົມທ້າວ ອາເຈີນ ພະນັກງານບໍຣິສັດອາຍກົວ ວິສະວະກັມ ກໍ່ສ້າງ ຕົບແຕ່ງວຽງຈັນ ຈໍາກັດ ແລະປັບໃໝ 63 ລ້ານກີບ ຍ້ອນຜູ້ກ່ຽວຍລັກຖິ້ມຂີ້ເຫຍື້ອ ປະມານ 6 ຕັນ ຢູ່ບຶງທາດຫລວງ ເມືອງໄຊເສຖາ.

ໃນມື້ວັນທີ 1 ທັນວານີ້ ໜັງສືພິມ ລາວພັທນາ ຣາຍງານວ່າ ໄດ້ພົບການຖິ້ມຂີ້ເຫຍື້ອ ຊະຊາຍ ຕາມເສັ້ນທາງຕັດໃໝ່ ດົງນາທອງ-ໜອງພະຍາ ນີ້ຢູ່.