ຝຸ່ນໄງ່ຈາກການສ້າງທາງ ລົບກວນ ຊາວບ້ານ
2020.01.15
ໂຄງການກໍ່ສ້າງເສັ້ນທາງປູຢາງ ຈາກເມືອງໄຊ ແຂວງອຸດົມໄຊ ເຂົ້າໄປຫາ ຖໍ້າ ຈອມອອງ ຣະຍະທາງ 56 ກິໂລແມັດ ໂດຍບໍຣິສັດ ຈິດຈະເຣີນ ກໍ່ສ້າງເປັນຜູ້ຮັບເໝົາ ເກີດຄວາມຫຼ້າຊ້າ ກະທົບຕໍ່ປະຊາຊົນຫຼາຍບ້ານ ເປັນຕົ້ນ ບ້ານຈອມອອງ ແລະບ້ານ ຈອມອອງເໜືອ ຍ້ອນຂີ້ຝຸ່ນຈາກດິນແດງ ທີ່ໃຊ້ຖົມທາງນັ້ນ ປິວມາໃສ່ເຮືອນຊານ ຂອງປະຊາຊົນ ທີ່ອາສັຍຢູ່ແຄມທາງ, ດັ່ງປະຊາຊົນ ບ້ານຈອມອອງ ທ່ານນຶ່ງ ກ່າວຕໍ່ວິທຍຸ ເອເຊັຽ ເສຣີ ໃນວັນທີ່ 15 ມົກກະຣາ ນີ້ວ່າ:
“ລໍາບາກ ຢູ່ເຮືອນບໍ່ຢາກໄດ້ເລີຍ ເພາະວ່າ ມັນມີຂີ້ຝຸ່ນເຂົ້າໄປ ຢູ່ຂອງຢູ່ຂອງກິນ ນັ່ງແຄມທາງນິ່ບໍ່ໄດ້ເລີຍ ໄດ້ໃສ່ຜ້າປິດປາກເລີຍ ຖ້າແມ່ນຝົນບໍ່ຕົກ ຖ້າຝົນຕົກກໍເປື້ອນ ມື່ນກໍໄປບໍ່ໄດ້.”
ປະຊາຊົນ ຜູ້ນີ້ເວົ້າວ່າ ເປັນທາງການແຂວງ ເພິ່ນມາກໍສ້າງທາງເສັ້ນນີ້ ຫຼາຍປີແລ້ວ ແຕ່ກໍຍັງບໍ່ທັນສໍາເຣັດເທື່ອ ເຮັດໃຫ້ການເປັນຢູ່ ຂອງປະຊາຊົນ ທີ່ອາສັຍຢູ່ແຄມທາງ ນີ້ໄດ້ຮັບຄວາມລໍາບາກ ຕ້ອງໃຊ້ຜ້າອັດປາກອັດດັງ ເພື່ອປ້ອງກັນຝຸ່ນເຂົ້າໄປ ໃນຣະບົບຫາຍໃຈ ຮວມທັງເຄື່ອງຊື້ເຄື່ອງຂາຍ ກໍມີແຕ່ຂີ້ຝຸ່ນ.
ໂຄງການກໍ່ສ້າງທາງປູຢາງ ເຂົ້າໄປຖໍ້າຈອມອອງນີ້ ເລີ່ມກໍ່ສ້າງມາແຕ່ເດືອນກຸມພາ ປີ 2018 ກໍານົດສ້າງໃຫ້ສໍາເຣັດ ແມ່ນໃນເດືອນ ມິນາ ປີ 2020 ນີ້, ແຕ່ຄົງບໍ່ແລ້ວຕາມກໍານົດ, ດັ່ງເຈົ້າໜ້າທີ່ ຜແນກໂຍທາທິການແລະຂົນສົ່ງ ແຂວງອຸດົມໄຊ ກ່າວຕໍ່ ວິທຍຸເອເຊັຽເສຣີ ໃນມື້ ດຽວກັນນັ້ນວ່າ ຍອມຮັບວ່າ ໂຄງການດັ່ງກ່າວນີ້ ສ້າງໄປໄດ້ 80 ປາຍ ສ່ວນຮ້ອຍແລ້ວ ແຕ່ຄົງບໍ່ສໍາເຣັດ ຕາມວັນເວລາທີ່ກໍານົດໄວ້:
“ຍັງບໍ່ທັນສໍາເຣັດ ບາງບ່ອນເຮົາກໍໄດ້ປູຢາງ ອັດແຂງໝົດແລ້ວ ຍັງແຕ່ບາງບ່ອນຊື່ໆ ເດືອນ 6 ປີ 2020 ນີ້ ຈະປູທາງແລ້ວເບື້ອງນຶ່ງເນາະ ແລ້ວຄິດວ່າ ປີ 2020 ນີ້ ຈະສໍາເຣັດ 100%.”
ເຈົ້າໜ້າທີ່ທ່ານນີ້ ກ່າວຕື່ມວ່າ ການກໍ່ສ້າງທາງເສັ້ນນີ້ ເກີດຄວາມຫຼ້າຊ້າ ບໍ່ເປັນໄປຕາມແຜນທີ່ກໍານົດໄວ້ ຍ້ອນຫຼາຍປັດຈັຍ ໂດຍສະເພາະ ເຣື່ອງການນໍາເຂົ້າ ຄົນງານ, ນໍາເຂົ້າກົນຈັກຊັກຊ້າ ແລະ ຍັງມີເຄື່ອງຈັກບາງປະເພດເປ່ເພ ລໍຖ້າການສ້ອມແປງຢູ່ ແລະອີກຢ່າງນຶ່ງ ທີ່ ເຮັດໃຫ້ການກໍ່ສ້າງທາງ ນີ້ຫຼ້າຊ້ານັ້ນ ຍ້ອນທາງການແຂວງ ບໍ່ມີການປັບໃໝ ບໍຣິສັດຜູ້ຮັບເໝົາ.
ໂຄງການດັ່ງກ່າວ ແມ່ນໄດ້ຮັບທຶນສນັບສນຸນ ຈາກ ທະນາຄານ ພັທນາອາຊີ ຫຼື ADB ຈໍານວນ 9 ລ້ານໂດລ້າ ສະຫະຣັຖ ແລະເປັນນຶ່ງ ໃນໂຄງການ ພັັທນາໂຄງຮ່າງພື້ນຖານ ຂອງວຽກງານທ່ອງທ່ຽວ ຢູ່ພາຍໃນແຂວງອຸດົມໄຊ.