ພາຍຫຼັງທີ່ເຂດພັທນາ ເສຖກິຈໃໝ່ ສີທັນດອນ ທີ່ເປັນຂອງຄົນຈີນ ມີແຜນຈະຂຍາຍພື້ນທີ່ ພັທນາເພີ່ມ ໂດຍຈະສ້າງໂຮງແຮມ ແຄນຄູ່ ຢູ່ເມືອງໂຂງ ແຂວງຈຳປາສັກນັ້ນ ຊາວບ້ານທີ່ໄດ້ຮັບຜົລກະທົບເຣື່ອງທີ່ດິນ ໃນເຂດດັ່ງກ່າວ ບໍ່ສາມາດເຮັດຫຍັງໄດ້ ກໍຈຳເປັນຍອມເສັຽທີ່ດິນ ໃຫ້ຍ້ອນວ່າ ເຂດດັ່ງກ່າວເປັນພື້ນທີ່ ທີ່ຣັຖບານລາວ ໄດ້ໃຫ້ສັມປະທານ ຈີນໄປແລ້ວ.
ເຖິງວ່າຜູ້ເຂົ້າມາສັມປະທານ ມີສິທທີ່ິດິນໃນພື້ນທີ່ ແຕ່ຊາວບ້ານກໍຢາກໃຫ້ທາງການ ຈ່າຍຄ່າຊົດເຊີຍທີ່ເໝາະສົມ ບໍ່ກົດລາຄາ ແລະ ຢາກໃຫ້ຈ່າຍເງິນຊົດເຊີຍ ກ່ອນຈະໃຫ້ໂຍກຍ້າຍ ອອກນໍາດ້ວຍ.
ດັ່ງຊາວບ້ານ ໃນເມືອງໂຂງທີ່ຂໍສງວນຊື່ ກ່າວຕໍ່ວິທຍຸເອເຊັຽເສຣີໃນວັນທີ 10 ສິງຫານີ້ວ່າ:
" ເພິ່ນລົງເອົາຂໍ້ມູນແລ້ວ ເປັນເຮືອນປະຊາຊົນອີ່ຫຍັງຫັ້ນແຫຼະ ຖືກຫຼາຍຢູ່ ແຜນເພິ່ນເອົາລົງເປັນຮູບແຄນຄູ່ອື່ນຫຍັງຫັ້ນແຫຼະ ຫຼາຍຄົນກໍບໍ່ຢາກຍ້າຍດອກແຕ່ວ່າ ຖືກໂຄງການເພິ່ນມາກໍຕ້ອງໄດ້ຍ້າຍ ໃຫ້ເພິ່ນວ່າຫັ້ນນ່າ ໄດ້ຍິນເພີ່ນເວົ້າວ່າ ເພິ່ນຊິຊົດເຊີຍໃຫ້ຫັ້ນແຫຼະ ກໍຢາກໃຫ້ຈ່າຍຕາມຄວາມເປັນຈິງ ສ່ວນໃຫຍ່ກໍຢາກໃຫ້ຈ່າຍກ່ອນ. "
ສ່ວນເຣື່ອງຄ່າຊົດເຊີຍນີ້ ຫຼາຍຄົນກໍຕ້ອງການໃຫ້ຈ່າຍກ່ອນ ຈະຍ້າຍອອກເພາະອອກໄປ ໂດຍບໍ່ມີເງິນກໍລຳບາກ ໃນການໃຊ້ຊີວິຕ ໂຕຢ່າງຄືການສ້າງເຂື່ອນ ຢູ່ດອນສະໂຮງ ກໍມີໃຫ້ເຫັນແລ້ວວ່າ ທາງການບໍ່ໄດ້ຈ່າຍເງິນຊົດເຊີຍໃຫ້ຄົບ ຊີວິຕຊາວບ້ານກໍບໍ່ໄດ້ດີຂຶ້ນ ທຳມາຫາກິນຍາກລຳບາກ.
ດັ່ງຊາວເມືອງໂຂງ ອີກທ່ານນຶ່ງກ່າວວ່າ:
“ມັນເປັນຊັພສິນຂອງຣັຖບານລາວ ເວົ້າຄວາມຈິງກໍບໍ່ມີໃຜ ຢາກຍ້າຍດອກ ແຕ່ຫາກວ່າໄດ້ສົມມາ ພາຄວນອີ່ຫຼີ ເຮົາກໍຕ້ອງຍ້າຍ ໃຜກໍຈຳໃຈຊ້າຍອອກຫັ້ນແຫຼະ ການທີ່ເຮົາຍ້າຍໄປຢູ່ບ່ອນອື່ນ ເຮົາກໍມີຄ່າໃຊ້ຈ່າຍຕ້ອງກິນ ຕ້ອງມີທີ່ນອນເລີຍເດ້ ເວົ້າງ່າຍໆ ກໍຍົວະກັນອອກກ່ອນວ່າຊັ້ນເທາະ ໂຕຢ່າງມາເຂື່ອນໄຟຟ້າດອນສະໂຮງ ທີ່ວ່າມີທົ່ງນາຂອງປະຊາຊົນ ຖືກຜົລກະທົບ ເຂົາເຈົ້າກໍ່ສ້າງເຂື່ອນຈົນແລ້ວແຫຼະ ເຂົາເຈົ້າກໍຫາແຕ່ເອົາເງິນມາຢາຍປະຊາຊົນ.”
ສຳລັບເຂດພັທນາ ເສຖກິຈໃໝ່ ສີທັນດອນ ເມືອງໂຂງ ແຂວງຈຳປາສັກ ທີ່ຈະສ້າງໂຮງແຮມແຄນຄູ່ນີ້ຈະກວມເອົາເນື້ອທີ່ 2 ບ້ານ ຄືບ້ານທ່າຄໍ້ ແລະ ບ້ານບຶງງາມ ປັດຈຸບັນເຈົ້າໜ້າທີ່ ກຳລັງຢູ່ລະຫວ່າງການສຳຣວດ ເກັບກຳຂໍ້ມູນ ຈຶ່ງຍັງບໍ່ທັນຮູ້ວ່າໄດ້ຮັບຜົລກະທົບ ຈັກຄອບຄົວ ແລະມີພື້ນທີ່ຈັກເຮັກຕ້າ.
ດັ່ງເຈົ້າໜ້າທີ່ ທີ່ກ່ຽວຂ້ອງ ເມືອງໂຂງ ທີ່ຂໍສງວນຊື່ ແລະຕຳແໜ່ງກ່າວວ່າ:
“ບ່ອນຕຶກແຄນຄູ່ ຢູ່ເຂດບ້ານທ່າຄໍ້ ບ້ານບຶງງາມສິ່ງແວດລ້ອມນີ້ ກາບໍ່ກະທົບຫຼາຍດອກເນາະ ໂຕກະທົບກາດ້ານສັງຄົມຫັ້ນແຫຼະ ຊີວິຕການເປັນຢູ່ ເຂົາເຈົ້າຍັງເຮັດວຽກງານ ການສຳຣວດຄອບຄົວ ຜູ້ຖືກຜົລກະທົບ ຢູ່ຈັກຄອບຄົວນີ້ຍັງບໍ່ທັນໄດ້ອອກມາ.”
ສ່ວນການສຳຣວດພື້ນທີ່ ທີ່ຈະສ້າງໂຮງແຮມແຄນຄູ່ນີ້ ເຫັນທາງການວ່າຈະສຳເຣັດ ໃນທ້າຍເດືອນກັນຍານີ້ ແລະກໍຈະມີພິທີວາງສີລາຣຶກທັງຕຣຽມ ສ້າງບ້ານຈັດສັນໃຫ້ປະຊາຊົນ ທີ່ໄດ້ຮັບຜົລກະທົບນຳດ້ວຍ ແລະຄາດວ່າ ໃນປີ 2023 ທາງເຂດພັທນາເສຖກິຈໃໝ່ ສີທັນດອນຈະເຣີ່ມກໍ່ສ້າງ ໂຮງແຮມແຄນຄູ່.
ການກໍ່ສ້າງມີກຳນົດ ການປະມານ 1 ປີ ຈະສຳເຣັດ ໃນທ້າຍປີ 2024 ກໍຄາດວ່າ ຈະສາມາດເປີດບໍຣິການ ໃຫ້ນັກທ່ອງທ່ຽວມາໄດ້.
ດັ່ງເຈົ້າໜ້າທີ່ ທີ່ກ່ຽວຂ້ອງໃນເມືອງໂຂງ ທ່ານນຶ່ງທີ່ຂໍສງວນຊື່ ແລະຕຳແໜ່ງກ່າວ ໃນມື້ດຽວກັນນີ້ວ່າ:
ກຳລັງສຳຣວດຂໍ້ມູນ ໂຍກຍ້າຍຢູ່ໃນພື້ນທີ່ເພື່ອຈະຊົດເຊີຍ ແລະຄາດວ່າເດືອນ 9 ຊິມານີ້ ຈະໄດ້ວາງສີລາຣຶກ ແຕ່ວ່າຍັງຈະໄດ້ເຮັດສະຖານທີ່ ບ່ອນຈະໂຍກຍ້າຍ ຈັດສັນຜູ້ທີ່ຈະຖືກຜົລກະທົບນັ້ນອອກ ຄາດວ່າຈະເປັນໃນປີ 2023 ຈະໄດ້ເຣີ່ມການກໍ່ສ້າງ.
ໂຮງແຮມແຄນຄູ່ ຢູ່ເມືອງໂຂງ ແຂວງຈຳປາສັກນີ້ ມີຄວາມສູງເກືອບ 240 ແມັດ ຖ້າສ້າງສຳເຣັດຈະເປັນຕຶກທີ່ສູງ ແລະງົດງາມເປັນເອກລັກ ທີ່ສຸດໃນປະເທດລາວ. ນອກຈາກນີ້ ເຂດພັທນາເສຖກິຈໃໝ່ສີທັນດອນ ຈະສ້າງສາງຂ່ຽນ ຖ່າຍສິນຄ້າໜອງນົກຂຽນນຳດ້ວຍ ຊຶ່ງຢູ່ຫ່າງຈາກຊາຍແດນ ລາວ-ກັມພູຊາ ປະມານ 3 ກິໂລແມັດ ຊຶ່ງໄລຍະທຳອິດໂຄງການສາງ ຂ່ຽນຖ່າຍສິນຄ້າໜອງນົກຂຽນນີ້ ຈະກວມເອົາເນື້ອທີ່ 120,000 ຕາແມັດ ແລະ ເນື້ອທີ່ກໍ່ສ້າງ 22,000 ຕາແມັດ. ພາຍຫຼັງຈາກການສ້າງສຳເຣັດ ຍົກລະດັບໃຫ້ເປັນເຂດ ໂລຈີສຕິກສ໌ ລະຫວ່າງ ລາວ, ໄທຍ ແລະກັມພູຊາ.