ກິ່ນເໝັນຈາກຮ່ອງນໍ້າເສັຽ ຜູ້ຄົນ ທົນບໍ່ໄຫວ

ອຸ່ນແກ້ວ ສຸກສະຫວັນ
2020.07.30
F-Sewer ຕົວຢ່າງໜອງນໍ້າ ຫ້ວຍຮ່ອງ ໃນ ນະຄອນຫຼວງວຽງຈັນ ທີ່ເປັນບ່ອນເກັບນໍ້າເສັຽ ຈາກຊຸມຊົນ ທີ່ສົ່ງກິ່ນເໝັນ
RFA/PN

ຊາວບ້ານທີ່ອາສັຍຕາມຮ່ອງແຊງ ຊຶ່ງເປັນຮ່ອງລະບາຍນ້ຳເປື້ອນ ຢູ່ນະຄອນຫລວງວຽຈັນ ໄດ້ຮັບຜົນກະທົບຈາກກິ່ນເໝັນຈາກນ້ຳເປື້ອນ.

ຢູ່ເຂດບ້ານໂພນເຄັງ ເມືອງໄຊເສດຖາ ມີຊາວບ້ານ 20 ຄອບຄົວ ຕ້ອງໄດ້ທົນດົມກິ່ນເໝັນ ໂດຍສະເພາະຍາມແດດຮ້ອນ ເຂົາເຈົ້າຕ້ອງໄດ້ ໃສ່ຜ້າອັດປາກ-ດັງ ມາໄດ້ຫລາຍປີແລ້ວ. ຊາວບ້ານໂພນເຄັງ ໄດ້ກ່າວຕໍ່ເອເຊັຽເສຣີ ໃນວັນທີ 30 ກໍຣະກະດາ ວ່າ:

"ນັບແຕ່ເພິ່ນມາຈົກຮ່ອງລະບາຍນ້ຳນີ້ແຫລະ ເຮົາກໍກິນບໍ່ໄດ້ເລີຍ ນ້ຳນະໄຫລມັນກໍເປັນຝອດ ຄື ຟອງສະບູ ຟອງແຟບ ຢູ່ກ້ອງຂົວຫັ້ນນະ ບາດນີ້ ເປັນນ້ຳມັນດຳ ຖືວ່າ ປາກໍກິນບໍ່ໄດ້ເລີຍ ຢູ່ຮ່ອງແຊງ ແຕ່ກີ້ ໂອ້ຍເຮັດກ້ອຍ ເຮັດນັ້ນກິນນີ້ ຫລາຍ ກໍທົນໄປຫັ້ນແຫລະ ຜ້າອັດປາກ ມັນກໍບໍ່ທົນລະ."

ສ່ວນຊາວບ້ານຮ່ອງແຊງ ເມືອງຈັນທະບູລີ ມີ 10 ຄອບຄົວ ໄດ້ຮັບຜົນກະທົບກັບກິ່ນເໝັນຢູ່ຮອງແຊງ ໂດຍສະເພາະຕອນແລງ, ແລະ ບໍ່ມີໃຜ ກ້າເອົາປາຫາຢູ່ຮ່ອງແຊງມາກິນ. ຊາວບ້ານຮ່ອງແຊງ ໄດ້ກ່າວຕໍ່ເອເຊັຽເສຣີ ວ່າ:

"ພວກເຮົາຢູ່ໃກ້ຫັ້ນ ມັນກໍລຶ້ງເລີຍຊື່ໆ ມີແຕ່ວ່າແລງມາ ກິນເຂົ້າບໍ່ໄດ້ພຸ້ນແຫລະ ຫາກລຶ້ງຢູ່ແບບວ່າ ຫັ້ນແຫລະ ມັນຈຳເປັນເດ້, ເລື່ອງປາ ມັນມີຫລາຍແຕ່ວ່າ ບໍ່ມີໃຜກ້າລົງກິນ ຫາມາແລ້ວ ມັນກໍກິນບໍ່ໄດ້ເດ້ ຈັບໄດ້ຊນິດປາຢູ່ຫັ້ນ ຖືວ່າ ມາແລ້ວ ລະມັນກິນ ແລ້ວມັນກະຄາວ ມັນເໝັນ ມັນກຸຍເດ້, ມັນຜັກຕົບ ບາງເທື່ອມັນອັ່ງລົງມາແລ້ວ ລະມັນກໍແບບເປັນຕົມຫັ້ນແຫລະ ສິ່ງສົກກະປົກແຕ່ລະອັນມັນໄຫລລົງມາ."

ນອກຈາກນີ້ ຊາວບ້ານທົ່ງສາງນາງ ທີ່ຢູ່ຕິດກັບບ້ານຮ່ອງແຊງ ກໍໄດ້ຮັບຜົນກະທົບ ເຊັ່ນດຽວກັນ, ດັ່ງຊາວບ້ານທົ່ງສາງນາງ ໄດ້ກ່າວວ່າ:

"ມັນເປັນຜັກ ແລ້ວນ້ຳມັນກໍສູງຂຶ້ນ ແລ້ວນ້ຳໂຕນັ້ນ ມັນກໍບໍ່ໄຫລເນາະ ຄັນນ້ຳມັນອັ່ງ ມັນກໍມີຂັງ ຍ້ອນມັນຄົນຫລາຍ ມັນກໍມີກິ່ນເໝັນ ບາດນ້ຳມັນໄຫລ ເປັນຟອງສະບູຫັ້ນເນາະ ມັນກໍມີກິ່ນເໝັນເນາະ ຄັນຝົນຕົກ ນ້ຳໄຫລ ມັນບໍມີ ໄທເຮົາກໍບໍ່ຮູ້ຈັກຊິເຮັດ ຊາວບ້ານກະດາຍ ເນາະ."


ເຈົ້າໜ້າທີ່ຫ້ອງການຄຸ້ມຄອງ ແລະ ບໍຣິຫານຕົວເມືອງ ກ່າວວ່າ ນ້ຳເສັຍຢູ່ຮ່ອງແຊງ ໄຫລມາຈາກຫລາຍບ່ອນ ຈຶ່ງເຮັດໃຫ້ມີກິ່ນເໝັນ:

"ນ້ຳເສັຍຫັ້ນບໍ່ ມັນກໍມາອອກຈາກນີ້ແຫລະ ສຸຂພິບານ ຂອງໂຕເມືອງນີ້ແຫລະ ເພາະວ່າ ສຸຂພິບານຂອງໂຕເມືອງ ເຂົາເຈົ້າຍັງບໍ່ທັນເວົ້າ ເລື່ອງບຳບັດນ້ຳເສັຍເທື່ອເດ້ ໃຫ້ເວົ້າລວມ ແນວນັ້ນ ບໍ່ໄດ້ໝາຍຄວາມ ມີແຕ່ຄົວເຮືອນ ມີແຕ່ຮ້ານອາຫານ ມັນກໍມີທັງໝົດ ທັງໂຮງງານແດ່ ໂຮງງານຍ່ອຍ ໂຮງງານນ້ອຍ ໂຮງງານໃຫຍ່ ລະກະ ກໍພວກໂຮງແຮມ ບ້ານພັກ ຈັ່ງຊີ້ນ່າ."

ພາກສ່ວນກ່ຽວຂ້ອງມີໂຄງການບຳບັດນ້ຳເປື້ອນ ຢູ່ນະຄອນຫລວງວຽງຈັນ ໂດຍກູ້ຢືມເງິນ 100 ລ້ານໂດລາ ຈາກປະເທດຮັງກາຣີ, ເຈົ້າໜ້າທີ່ໂຄງການ ບຳບັດນ້ຳເປື້ອນ ນະຄອນຫລວງ ວຽງຈັນ ໄດ້ກ່າວວ່າ:

"ຢືມເງິນຮັງກາຣີ ນີ້ ຄືໂຄງການມັນຍັງບໍ່ທັນໄດ້ຮອດ ເຂົ້າເຖິງໂຄງການຍັງຢູ່ການສຶກສາ ການອອກແບບຈັ່ງຊີ້ນ່າ ວິທີການບຳບັດຍັງເຮັດ ຍັງບໍ່ ຮອດກໍ່ສ້າງ."

ອີງຕາມການຣາຍງານຂອງເວັບໄຊ ຂ່າວ Lao Update News ໃນວັນທີ 7 ທັນວາ 2017, ໂຄງການບຳບັດນ້ຳເປື້ອນ ນະຄອນຫຼວງ ວຽງຈັນ ໄດ້ເຊັນສັນຍາຢືມເງິນ ໃນວັນທີ 7 ທັນວາ ເພື່ອມາເຮັດໂຄງການບຳບັດນ້ຳເປື້ອນ ຈາກຄົວເຮືອນ ແລະ ໂຮງງານຢູ່ 4 ຕົວເມືອງ ຢູ່ນະຄອນຫລວງວຽງຈັນ. ໂຄງການດັ່ງກ່າວ ເລີ່ມສຶກສາ ສຳຣວດອອກແບບ ໃນປີ 2018, ແລະ ເລີ່ມດຳເນີນການກໍ່ສ້າງ ໃນປີ 2019 ເປັນຕົ້ນມາ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.