ກຸ່ມສິ່ງແວດລ້ອມຍັງຂ້ອງໃຈ ເຂື່ອນ ດອນສະໂຮງ
2014.10.20

ໃນມື້ນີ້ ກຸ່ມ ປົກປ້ອງ ສິດທິມະນຸດ ແລະ ສິ່ງແວດລ້ອມ ໄດ້ ຮຽກຮ້ອງ ໃຫ້ ຄນະ ກັມມາທິການ ດ້ານ ສິດທິມະນຸດ ມາເລເຊັຽ ເຂົ້າຫຍຸ້ງ ກ່ຽວ ໃນການ ກໍ່ສ້າງ ເຂື່ອນ ດອນສະໂຮງ ຂອງ ບໍຣິສັດ ມາເລເຊັຽ ໃນລາວ.
ທ່ານ ຕັນຊາ ວີນີ ສນິກ ຜູ້ຈັດການ ທາງດ້ານ ກົດຫມາຍ ກ່ຽວກັບ ແມ່ນ້ຳຂອງ ຊື່ງ ເປັນ ອົງການ ປົກປ້ອງ ສິດທິ ມະນຸດ ແລະ ສິ່ງ ແວດລ້ອມ ເວົ້າວ່າ ພວກຂະເຈົ້າ ຕ້ອງການ ຢາກໃຫ້ ຄນະ ກັມມາທິການ ສິດທິ ມະນຸດ ມາເລເຊັຽ ຫລື ຊູຫາກຳ ທຳການ ສືບສວນ ໃນ ຂໍ້ກ່າວຫາ ທີ່ວ່າ ໂຄງການ ເຂຶ່ອນ ດອນສະໂຮງ ສົ່ງຜົນ ກະທົບ ຕໍ່ ວິຖີ ຊີວີດ ຂອງ ປະຊາຊົນ ທ້ອງຖິ່ນ ຜູ້ ທີ່ອາສັຍ ຢູ່ຕາມ ແຄມນ້ຳ ຂອງ ດັ່ງ ລາວ ກຳພູຊາ ໄທ ວຽດນາມ ແລະ ພະມ້າ.
ໂຄງການ ເຂື່ອນ ດອນສະໂຮງ ແມ່ນການ ຮ່ວມທຶນ ຣະຫວ່າງ ຣັຖບານ ລາວ ກັບ ບໍຣິສັດ ເມກາເຟີສ ຂອງ ມາເລເຊັຽ ທີ່ ມີ ສູນກາງ ຢູ່ເຂດ ປາຕາລິງ ຈາຢາ ແລະ ໂຄງການ ດັ່ງກ່າວ ເປັນພາກສ່ວນ ຂອງ ແຜນການ ທີ່ ຣັຖບານ ລາວ ຢາກປ່ຽນ ສປປລາວ ໃຫ້ເປັນ ໝໍ້ໄຟ ໃນ ເອເຊັຽ ອາຄະເນ ໃນ ອະນາຄົດ.
ທ່ານ ວີນິກ ສນີກ ເວົ້າວ່າ ພວກເຮົາ ໄດ້ຕິດຕໍ່ ໄປຍັງ ບໍຣິສັດ ເມກາເຟິສ ຜ່ານ ຈົດຫມາຍ ແລະ email ແຕ່ ບໍ່ໄດ້ຮັບ ຄຳຕອບ ທ່ານ ກ່າວ ຫລັງຈາກ ໄດ້ສົ່ງ ບົດບັນທຶກ ໄປຫາ ຄນະ ກັມມາທິການ ສິດທິ ມະນຸດ ມາເລເຊັຽ ທີ່ ສູນກາງ ຂອງ ອົງການ ດັ່ງກ່າວ ທີ່ ກຸງ ກົວລາລຳເປີ ທີ່ຮ່ວມດ້ວຍ ຕົວແທນ ຊາວບ້ານ ຈາກ ໄທ ກຳພູຊາ ແລະ ວຽດນາມ.