ຊາວກະສິກອນຢາກໄດ້ ການຊ່ອຍເຫຼືອ
ຊາວບ້ານ ທີ່ ເມືອງໂພນໃຊ ແຂວງ ຫລວງພຣະບາງ ຕ້ອງການ ຄວາມຊ່ອຍເຫລືອ ທາງດ້ານ ການກະເສດ ຫລັງຈາກ ນໍ້າຖ້ວມ.
-
2013-10-25 -
-
-
Your browser doesn’t support HTML5 audio
ຊາວກະສິກອນທ່ານນື່ງຈາກເມືອງໂພນໄຊ ແຂວງຫລວງພຣະບາງເວົ້າວ່າ ເຫດການນໍ້າຖ້ວມຣະຫວ່າງວັນທີ 19-24 ສິງຫາ ຜ່ານມາຍ້ອນ ຝົນຕົກຫນັກ ຕິດຕໍ່ກັນຫລາຍມື້ ເຮັດໃຫ້ເກີດນໍ້າປ່າໄຫລແຮງຊຸ 18 ບ້ານ ປະມານ 1000 ຄອບຄົວ ໄດ້ຮັບຜົລກະທົບ ຈົນຮອດທຸກມື້ນີ້ຍັງ ບໍ່ມີຫນ່ວຍງານໃດເຂົ້າມາແກ້ໄຂບັນຫາ ທີ່ດິນປູກຝັງທີ່ໄດ້ຮັບຄວາມເສັຽຫາຍ ຊື່ງຊາວບ້ານຢ້ານວ່າໃນອະນາຄົດ ອາດຈະບໍ່ມີເຂົ້າກຸ້ມກິນ:
"ກ່ຽວກັບຂົງເຂດການຜລິດນີ້ປັດຈຸບັນ ບໍ່ທັນແກ້ໄຂແນວໃດ ຊາວນາທີ່ທໍາການຜລິດ ຫລືວ່າຊາວກະສີກອນ ຖືວ່າຍັງບໍ່ທັນໄດ້ຮັບຫຍັງ ຄອງ ເຫມືອງເກື່ອນຫລືຂາດເລີຍ ມາເຖີງນີ້ເກັບກ່ຽວ ໄດ້ຈຳນວນນື່ງ ຖືວ່າຜົລໄດ້ຊີ່ໄດ້ ແຕ່ສ່ວນນຶ່ງ ຖີ້ມສອງສ່ວນ ບາດນີ້ພາກສ່ວນທີ່ຢູ່ແຄມນໍ້າ ລະແມ່ນບໍ່ທັນ ມີວິທີໃດແກ້ໄຂ 4-5 ບ່ອນເປັນບ່ອນຫີນເລີຍ ບໍ່ເຫັນເຂົ້າ ຈັກຫນ່ອຍ ຈຳນວນນຶ່ງກໍເກື່ອນ ເອົາດິນນາຫັ້ນໄປ".
ທ່ານເວົ້າຕື່ມວ່າ ພື້ນທີ່ກະສິກັມທີ່ເມືອງໂພນໄຊໄດ້ຮັບຄວາມເສັຽຫາຍເຖິງ 300 ເຮັກຕາ ສ່ວນຫລາຍເປັນນາເຂົ້າທີ່ຖືກດິນເຈື່ອນມາຖົມ ເລີ້ມ ແຕ່ນໍ້າຖ້ວມມາ ຮອດປັດຈຸບັນຫລາຍຄອບຄົວບໍ່ມີເຂົ້າກິນ ຍ້ອນເຂົ້າສານທີ່ເກັບໄວ້ ເສັຽຫາຍຫມົດ ຮ່ວມທັງສັດລ້ຽງເສັຽຊິວິດກວ່າ 2 ພັນໂຕ. ການແຈກຢາຍອາຫານໃຫ້ແກ່ຊາວບ້ານແຕ່ລະຄອບຄົວກໍມີພຽງແຕ່ຄອບຄົວລະ 10 ກິໂລກຣາມ ກຸ້ມກິນພຽງແຕ່ສອງສັປດາເທົ່ານັ້ນ.
ເມືອງໂພນໄຊ ຕັ້ງຫ່າງຈາກ ນະຄອນຫລວງພຣະບາງ ທາງຕິດຕາເວັນອອກປະມານ 60 ກິໂລແມັດ ທ່ານເວົ້າຕື່ມວ່າ ສີ່ງທີ່ຊາວບ້ານຕ້ອງ ການໃນເວລານີ້ກໍຢາກໃຫ້ຣັຖບານຊ່ອຍຂຸດດິນ ດຸດຫີນອອກທີ່ນາ ຂອງພວກຂະເຈົ້າ ເພື່ອຈະໄດ້ກັບໄປ ເຮັດນາຄືນໃຫມ່ ຮ່ວມທັງຢາກໄດ້ ແນວພັນເຂົ້າ ເພື່ອໃຊ້ໃນການປູກຝັງ.