ເລື່ອນ ການກໍ່ສ້າງ ເຮືອນຖາວອນ ອອກໄປອີກ

ເຮືອນຖາວອນ ຂອງຜູ້ປະສົບໄພ ເຂື່ອນແຕກ ຍັງເປັນບັນຫາ ເພາະການກໍ່ສ້າງ ບໍ່ໄດ້ຕາມກຳໜົດ ຄືຍັງສ້າງບໍ່ສໍາເຣັດ ຕາມກໍານົດໄລຍະເວລາ ແລະ ມາເຖິງປັດຈຸບັນນີ້ ກໍຖືກເລື່ອນອອກໄປ ໃນປີ 2023-2025.

ເຮືອນຖາວອນ 700 ຫຼັງ ຂອງປະຊາຊົນ ຜູ້ປະສົບພັຍ ເຂື່ອນແຕກ ກໍາລັງເລີ້ມກໍ່ສ້າງ ໂດຍເຈົ້າຂອງໂຄງການ ເຂື່ອນ ເຊປຽນ-ເຊນໍ້ານ້ອຍ ທີ່ຍັງສ້າງບໍ່ສຳເຣັດ ແລະ ເລື່ອນໄລຍະເວລາການກໍ່ສ້າງອອກໄປຕື່ມອີກ. ນັກຂ່າວ ພົລເມືອງ

ການກໍ່ສ້າງເຮືອນພັກຖາອອນ 700 ຫຼັງ ໃຫ້ຜູ້ປະສົບໄພຈາກເຊື່ອນເຊປຽນ-ເຊນໍ້ານ້ອຍແຕກ ຢູ່ເມືອງສນາມໄຊ ແຂວງອັດຕະປື ບໍ່ສໍາເຣັດຕາມແຜນໃນປີ 2021 ໃນຂະນະທີ່ທາງການລາວ ອ້າງວ່າ ຍ້ອນການຣະບາດຂອງໂຄວິດ-19.​ ຫຼ້າສຸດ ເຈົ້າໜ້າທີີແຂວງອັດຕະປື ກໍອອກມາເວົ້າວ່າ ການກໍ່ສ້າງເຮືອນພັກ 700 ຫຼັງຈະໃຫ້ສໍາເລັດ 100 ເປີເຊັນ ພາຍໃນປີ 2023-2025.​

ເຈົ້າໜ້າທີ່ ແຂວງອັດຕະປື ທ່ານນຶ່ງ ກ່າວຕໍ່ເອເຊັຽເສຣີ ໃນວັນທີ 18 ກຸມພາ ວ່າ:​

ກະສືບຕໍ່ຫາກຊ້າຫັ້ນແຫຼວ ເພາະວ່າ ຊ້ວງໂຄວິດຫວ່າງແລ້ວນີ້ ນໍາແຮງງານເຂົ້າບໍ່ໄດ້ຫັ້ນນ່າ ຂະເຈົ້າກະຢຸດສງັກມາຫຼາຍເດືອນເຕີບ ຫາກໍ່ເຣີ່ມຕໍ່ ເວົ້າກັນວ່າ ໃຫ້ມັນແລ້ວຕໍ່ໃນ 23 ພຸ້ນ 25 ໃຫ້ມັນແລ້ວ ພື້ນຖານໂຄງລ່າງ ຊິຕໍ່ຮອດພຸ້ນ ແຫຼະ ແຕ່ກ່ອນວ່າ 23 ໃຫ້ມັນແລ້ວ ມັນບໍ່ແລ້ວເດ້.”

ທ່ານ ກ່າວຕື່ມວ່າ ການກໍ່ສ້າງເຮືອນຢູ່ຖາວອນ ຈໍານວນ 700 ຫຼັງ ລວມທັງໝົດ 5 ຈຸດ. ປັດຈຸບັນ ກໍ່ສ້າງແລ້ວ 3 ຈຸດ ຄື ຈຸດບ້ານດົງບາກໃໝ່, ບ້ານໃໝ່ ແລະ ບ້ານທ່າຫີນ ມີຄວາມຄືບໜ້າໄປແລ້ວ 78 ເປີເຊັນ ສ່ວນອີກ 2 ຈຸດ ຄື ບ້ານຫີນລາດ ແລະ ບ້ານຕາມະຢອດ ຍັງບໍ່ທັນເຣີ່ມກໍ່ສ້າງເທື່ອ.​

ນອກຈາກຕິດເລື່ອງບັນຫາ ການຣະບາດໂຄວິດ-19​, ບັນຫາສໍາຄັນອີກອັນນຶ່ງ ກໍຄື ຄວາມບໍ່ເອົາໃຈໃສ່ ຕໍ່ວຽກງານຂອງເຈົ້າໜ້າທີ່ ພາກສ່ວນກ່ຽວຂ້ອງ ທັງເຣື່ອງ ການຄວບຄຸມວຽກປຸກສ້າງ, ການວ່າຈ້າງບໍຣິສັດ ຜູ້ຮັບເໝົາ ແລະ ການເບີກຈ່າຍ ເງິນງົບປະມານຕ່າງໆ ບໍ່ມີຄວາມໂປ່ງໄສ ແລະ ບໍ່ສອດຄ່ອງກັບ ວຽກງານໂຕຈິງ ຈຶ່ງພາໃຫ້ເກີດຄວາມຊັກຊ້າ.​ ຊາວບ້ານຜູ້ທີ່ປະສົບໄພເຂື່ອນແຕກ ສ່ວນຫຼາຍກໍຍັງບໍ່ທັນໄດ້ເຮືອນຢູ່ຖາວອນ ແລະ ຊາວບ້ານຈໍານວນນຶ່ງ ກໍຍັງ ບໍ່ໄດ້ຮັບການຈັດສັນທີ່ດິນກະສິກັມ ເພາະວ່າ ເນື້ອທີ່ດິນມີໜ້ອຍ.

ຊາວບ້ານຜູ້ປະສົບໄພເຂື່ອນແຕກ ເມືອງສນາມໄຊ ແຂວງອັດຕະປື ໄດ້ກ່າວຕໍ່ເອເຊັຽເສຣີ ໃນວັນທີ 18 ກຸມພາ ວ່າ:

ບາງຫຼັງກະຂຶ້ນຢູ່ແລ້ວ ບາງຫຼັງກະຍັງ ກະເປີເຊັນໜ້ອຍ ທີ່ຂຶ້ນຢູ່ ແຕ່ວ່າ ສ່ວນຫຼາຍກະຍັງເຣື່ອງດິນດອນ ແບ່ງກັນກະບໍ່ຕົກ ບໍ່ແຕກແດ່ ກະຍັງບໍ່ທັນແລ້ວນິ ປະຊາຊົນກະບໍ່ພໍໃຈ ແມ່ນຫຍັງກະຍັງບໍ່ທັນແລ້ວເນາະ.

ນອກຈາກນີ້ ຊາວບ້ານຍັງຕ້ອງປະສົບບັນຫາ ຖນົນດິນແດງທີ່ເປ່ເພ ເຊິ່ງມັນໄດ້ສ້າງຄວາມຫຍຸ້ງຍາກໃຫ້ແກ່ຊາວບ້ານ.

ຊາວບ້ານເມືອງສນາມໄຊ ແຂວງອັດຕະປື ອີກຜູ້ນຶ່ງ ໄດ້ກ່າວຕໍ່ເອເຊັຽເສຣີ ໃນວັນທີ 18 ກຸມພາ ວ່າ:

ຍັງບໍ່ທັນແລ້ວ ວ່າ ມັນປະສົບບັນຫານໍາໂຄວິດ ນໍາອີ່ຫຍັງ ນີ້ ແຫຼະ ເຂົາແຈ້ງມາວ່າ ປະສົບບັນຫາຫຍຸ້ງຍາກ ບໍ່ແລ້ວ ງ່າຍດອກ ທາງຍາກ ທາງບໍ່ໄດ້ປູຢາງໄດ໋ ມັນຍັງເປັນທາງດິນແດງຢູ່.​

ການກໍ່ສ້າງເຮືອນພັກຖາວອນມາໄດ້ປະມານ 2 ປີແລ້ວ ແລະ ມັນໄດ້ສ້າງຄວາມຫຍຸ້ງຍາກໃຫ້ແກ່ຊາວບ້ານ.

ຊາວເມືອງສນາມໄຊ ອີກຄົນນຶ່ງ ໄດ້ກ່າວຕໍ່ເອເຊັຽເສຣີ ໃນວັນທີ 18 ກຸມພາ ວ່າ:​

ຍັງວ່າ 2-3 ປີມານີ້ ເຮືອນຊາວບ້ານ ຢູ່ກະຍັງບໍ່ທັນໄດ້ ຫຍຸ້ງຍາກຂນາດ ແຕ່ 2020 ພຸ້ນແຫຼະ ຕອກເສົາ ເທຄານ ກະຍັງຢູ່ຄືເກົ່າ ກັມກອນ ພວກນາຍຊ່າງຜູ້ຮັບເໝົາຈັກໄປທາງໃດ.​

ເອເຊັຽເສຣີ ໄດ້ຕິດຕໍ່ໄປຫາ ບໍຣິສັດ ເຂື່ອນໄຟຟ້າເຊປຽນ-ເຊນໍ້ານ້ອຍ ຫຼື PNPC ເພື່ອສອບຖາມລາຍລະອຽດຕ່າງໆ ກ່ຽວກັບຄວາມຄືບໜ້າໃນການກໍ່ສ້າງ ເຮືອນຢູ່ຖາວອນ ແຕ່ເຈົ້າໜ້າທີ່ປະຕິເສດທີຈະໃຫ້ຂໍ້ມູນ.

ໃນທ້າຍປີ 2021 ທີ່ຜ່ານມາ, ທ່ານ ເລັດ ໄຊຍະພອນ ເຈົ້າແຂວງອັດຕະປື ກໍໄດ້ຣາຍງານຄວາມຄືບໜ້າ ກ່ຽວກັບວຽກງານການແກ້ໄຂຜົລກະທົບ ແລະ ຟື້ນຟູຊີວິດການເປັນຢູ່ ຂອງປະຊາຊົນເມືອງສນາມໄຊ ວ່າ ການປຸກສ້າງເຮືອນຢູ່ຖາວອນຈໍານວນ 700 ຫຼັງ ມູນຄ່າ 24 ລ້ານໂດລາ ດ້ວຍທຶນຊົດເຊີຍ ຈາກບໍຣິສັດ ເຂື່ອນເຊປຽນ-ເຊນໍ້ານ້ອຍ ແລະ ປັດຈຸບັນ ດໍາເນີນການປຸກສ້າງສໍາເລັດແລ້ວ 78 ເປີເຊັນ ໃນຂະນະທີ່ ຕາມສັນຍາແມ່ນໃຫ້ສໍາເລັດ 100 ເປີເຊັນ ໃນປີ 2021 ແຕ່ບໍ່ສໍາເລັດ ຍ້ອນໄດ້ຮັບຜົລກະທົບຈາກໂຄວິດ-19.

ປັດຈຸບັນ, ມີຊາວບ້ານ ຜູ້ປະສົບໄພເຂື່ອນແຕກ ໄດ້ອອກຈາກເຮືອນພັກຊົ່ວຄາວ ແລ້ວຍ້າຍເຂົ້າໄປເຮືອນຢູ່ຖາວອນແລ້ວ ຈໍານວນ 268 ຫຼັງ ໃນນີ້ ມີບ້ານຫີນລາດ 67 ຫຼັງ, ບ້ານດອນບົກໃໝ່ ທ່າແສງຈັນ 24 ຫຼັງ ແລະ ບ້ານດົງບາກ 177 ຫຼັງ.

ນອກຈາກນີ້​ຍັງມີເຮືອນຢູ່ຖາວອນ ຈໍານວນ 45 ຫຼັງ ມູນຄ່າ 6 ຕື້ປາຍກີບ ໄດ້ຮັບການສນັບສນູນຈາກຣັຖບານໄທຍ ແລະ ຈໍານວນ 66 ຫຼັງ ມູນຄ່າ 9 ຕື້ປາຍກີບ ທີ່ໄດ້ຮັບການສນັບສນູນຈາກຣັບຖານຍີ່ປຸ່ນ.

2025 M Street NW
Washington, DC 20036
+1 (202) 530-4900
lao@rfa.org