ເຂື່ອນນໍ້າງຽບຈະມີຜົນກະທົບ
2014.08.14
ເຂື່ອນ ໄຟຟ້າ ນໍ້າງຽບ ທີ່ຕັ້ງຢູ່ ຣະຫວ່າງ ແຂວງ ບໍຣິຄໍາໄຊ ແລະ ແຂວງ ໄຊສົມບູນ ຈະເຮັດໃຫ້ ມີ ຜົລກະທົບ ອັນບໍ່ດີ ຕໍ່ ປະຊາຊົນ ຫລາຍກວ່າ 3,000 ຄົນ ຊຶ່ງໃນນັ້ນ ມີ ປະຊາຊົນ ຈໍານວນ ຫລາຍ ບໍ່ຢາກຍ້າຍ ອອກຈາກບ້ານ ເດີມ ທີ່ເຄີຍຢູ່ ເຄີຍກິນ ມາຕັ້ງແຕ່ ດຶກ ດໍາບັນ ແລະປູປາ ກໍຈະໄດ້ ຮັບ ຜົລກະທົບ ເຊັ່ນກັນ. ດັ່ງເຈົ້າໜ້າທີ່ ທີ່ ກ່ຽວຂ້ອງ ທ່ານນຶ່ງ ເວົ້າວ່າ:
"ເລາະ ແຄມນໍ້າ ມັນຈະມີຜົລ ກະທົບຄືວ່າ ປາ ມັນສິບໍ່ຢູ່ ຫລືວ່າ ແບບໃໝຫັ້ນນະ ມັນສິມີ ຜົລກະທົບ ທາງແມ່ນໍ້າ ລໍາເຊນີ້ ຖືວ່າ ຜ່ານມາ ເມື່ອວານນີ້ ກໍມີ ປະຊາຊົນ ບ້ານທົ່ງໃຫຽ່ ເພິ່ນວ່າ ຢາກໃຫ້ຂຸດ ສະ ໃຫ້ແຕ່ລະ ເຮືອນ ຫລືວ່າ ແນວໃດນະ ເພື່ອທີ່ວ່າ ສິລ້ຽງປາ".
ນາງວ່າ ຈາກ ການສຶກສາ ສໍາຣວດ ຄາດວ່າ ປະຊາຊົນ ຢູ່ເຂດລຸ່ມ ເຂື່ອນ 6 ບ້ານ ຮວມທັງ ບ້ານທົ່ງໃຫຽ່ ບ້ານທົ່ງນ້ອຍ ແລະ ບ້ານ ນໍ້າງຽບ ໃນ ເມືອງປາກຊັນ ແຂວງ ບໍຣິຄໍາໄຊ ຈະໄດ້ ຮັບ ຜົລກະທົບ ຈາກການປ່ຽນແປງ ຂອງ ຣະບົບ ນິເວດ ຈະເຮັດໃຫ້ ຫາປາບໍ່ໄດ້ ຄືເກົ່າ. ຊາວບ້ານ ຈຶ່ງສເນີ ຂໍໃຫ້ ທາງການລາວ ຊົດເຊີຍ ຄວາມເສັຽຫາຍ ແລະ ແກ້ໄຂ ການເປັນຢູ່ ດ້ວຍການ ຂຸດໜອງ ລ້ຽງປາ ໃຫ້.
ເຂື່ອນນີ້ ຈະເຮັດໃຫ້ ນໍ້າຖ້ວມ ໃນເນື້ອທີ່ 6,500 ເຮັກຕາ ໃນເຂດ ເມືອງຮົ່ມ ແລະ ເມືອງທ່າໂທມ ແຂວງ ໄຊສົມບູນ. ອົງການ ແມ່ນໍ້າ ສາກົນ ເວົ້າວ່າ ຊາວບ້ານ ທີ່ອາສັຍ ຢູ່ໃກ້ເຂດ ກໍ່ສ້າງ ເຂື່ອນ ນໍ້າງຽບ 1 ນັ້ນ ບໍ່ຢາກ ໂຍກຍ້າຍ ຈາກຖິ່ນເດີມ ຂອງ ພວກເຂົາເຈົ້າ ຍ້ອນຄິດ ວ່າ ການກໍ່ສ້າງ ເຂື່ອນນີ້ ຈະເຮັດໃຫ້ ຊີວິດ ຂອງພວກຕົນ ປ່ຽນແປງໄປ ໃນທາງ ບໍ່ດີ ແລະ ການໃຫ້ ຄ່າຊົດເຊີຍ ຄວາມເສັຽ ຫາຍ ກໍຈະບໍ່ສົມ ກັບສິ່ງທີ່ ພວກເຂົາເຈົ້າ ຕ້ອງ ສູນເສັຽໄປ.
ເຂື່ອນແຫ່ງນີ້ ຈະມີກໍາລັງ ການຜລິດ 260 MW, ມູນຄ່າ ການກໍ່ສ້າງ 600 ລ້ານໂດລາ ສະຫະຣັຖ ເປັນໂຄງການ ຮ່ວມທຶນ ຣະຫວ່າງ ບໍຣິສັດ ການໄຟຟ້າ ຄັນໄຊ ຂອງ ຍີ່ປຸ່ນ, ບໍຣິສັດ ການໄຟຟ້າ ຝ່າຍຜລິດ ແຫ່ງ ປະເທສໄທ ແລະ ບໍຣິສັດ ຣັຖວິສາຫະກິດ ໄຟຟ້າ ລາວ. ກໍານົດ ເວລາ ສໍາປະທານ 27 ປີ. ປັດຈຸບັນ ຢູ່ໃນ ຂັ້ນຕອນ ບຸກເບີກ ພື້ນທີ່ ແລະ ສຶກສາ ຣາຍຣະອຽດ ກ່ຽວກັບ ຜົລກະທົບ ແລະ ຄາດວ່າ ຈະກໍ່ສ້າງ ສໍາເຣັດ ໃນປີ 2019.