ຊີວິດລໍາບາກຍ້ອນປ່າຖືກ ທໍາລາຍ

ສິດນີ
2015.08.31
f-forest ທັມມະຊາດ ຂອງ ປະເທດລາວ
RFA

ນັກ ຊ່ຽວຊານ ເວົ້າວ່າ ບັນດາ ປະເທດ ເອເຊັຽ, ມີໂອກາດ ໃນການ ຕ້ານ ບັນຫາ ອາກາດ ປ່ຽນແປງ ແລະ ຫລຸດພົ້ນ ຈາກຄວາມ ທຸກຍາກ ໄດ້, ຖ້າມີ ການລົງທຶນ ໃນຊຸມຊົນ ທີ່ ອາສັຍ ປ່າ ໃນການ ທຳມາ ຫາລ້ຽງ ຄອບຄົວ.

ໃນ ພາກພື້ນ ເອເຊັຽ ມີ ປະຊາກອນ ກວ່າ 450 ລ້ານ ຄົນ ທີ່ ອາໄສ ຣາຍໄດ້ ແລະ ອາຫານ ການກິນ ຈາກ ປ່າໄມ້, ແຕ່ ໃນ ປັດຈຸບັນ ສະພາບການ ເຊື່ອມໂຊມ ຂອງ ປ່າ, ເຮັດໃຫ້ ປະຊາຊົນ ເຫລົ່ານັ້ນ ມີຄວາມ ລຳບາກ ໃນການ ຫາລ້ຽງ ຄອບຄົວ, ຊຶ່ງ ສ່ວນໃຫຍ່ ແມ່ນ ໃນເຂດ ຊົນນະບົດ. ການ ທຳລາຍ ປ່າ ແລະ ສະພາບ ອາກາດ ປ່ຽນແປງ ເປັນ ພັຍນາບຂູ່ ຕໍ່ ຊິວິດ ການເປັນຢູ່ ຂອງ ຄົນເຫຼົ່ານັ້ນ.

ທ່ານ ທິນ ວີນ ທົງ ຜູ້ຈັດການ ສູນຝຶກ ອົບຮົມ ປ່າໄມ້ ຂອງ ຊຸມຊົນ ໃນເຂດ ເອເຊັຽ ປາຊີຝິກ, ຊຶ່ງ ເປັນ ອົງການ ທີ່ບໍ່ຫວັງ ຜົລກຳໄລ. ໃນການ ສົ່ງເສີມ ປ່າໄມ້ ໃນ ຂົງເຂດ ທ່ານ ກ່າວວ່າ, ຖ້າ ພວກເຮົາ ຕ້ອງການ ປ່າໄມ້ ທີ່ ຍືນຍົງ ພວກເຮົາ ຕ້ອງແກ້ໄຂ ບັນຫາ ການທຳລາຍ ປ່າ ແລະ ການ ຫລຸດຜ່ອນ ຄວາມ ທຸກຍາກ ດ້ວຍການ ລົງທຶນ ໃນຊຸມຊົນ ທີ່ ອາໄສ ປ່າ ໃນການ ທຳມາ ຫາກິນ.

ທ່ານວ່າ ປ່າໄມ້ ໃນເຂດ ເອເຊັຽ ປາຊີຝິກ ຢູ່ໃນ ສັດສ່ວນ 20% ຂອງ ພື້ນທີ່ ປ່າໄມ້ ທັງຫມົດ ໃນໂລກ, ທີ່ ໃຊ້ ໃນການ ຕ້ານ ສະພາບ ອາກາດ ປ່ຽນແປງ ໂດຍການ ດູດຄວັນ ເສັຽ ຄາບອນ ໄດອອກໄຊ ໃນ ໂລກ ຊຶ່ງ ການຄົ້ນຄວ້າ ພົບວ່າ, ການຮັກສາ ປ່າ ແລະ ຍົກຣະດັບ ສິດທິ ການຄຸ້ມຄອງ ປ່າໄມ້ ຂອງ ຊຸມຊົນ ທ້ອງຖິ່ນ ຈະ ສາມາດ ຫລຸດຜ່ອນ ການປ່ອຍ ອາຍພິດ ຄາບອນ ໄດອອກໄຊ ໄດ້ ດ້ວຍການ ຕ້ານການ ທໍາລາຍ ປ່າ ແລະ ປັບປຸງ ປ່າ ໃຫ້ມີ ຄວາມ ຊຸ່ມຊື່ນ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.