ຊາວບ້ານຈາກເຂື່ອນນໍ້າຄານ3 ຂາດ ນໍ້າໃຊ້
2016.04.18
ຊາວບ້ານ ທີ່ຖືກ ຜົນກະທົບ ຈາກ ເຂື່ອນ ນໍ້າຄານ 3 ຢູ່ ເມືອງ ຊຽງເງິນ ແຂວງ ຫຼວງພຣະບາງ ຍັງບໍ່ມີ ນໍ້າໃຊ້ ພຽງພໍ ຍ້ອນວ່າ ຈໍານວນ ຜູ້ທີ່ຖືກ ຍົກຍ້າຍ ມີ 650 ຄອບຄົວ ທີ່ ມາຈາກ 10 ບ້ານ ແລ້ວ ມາໃຊ້ ຊີວິດ ຢູ່ຈຸດດຽວກັນ ຈຶ່ງເຮັດ ໃຫ້ ນໍ້າໃຊ້ ບໍ່ພຽງພໍ.
ປະຊາຊົນ ຈໍາເປັນຕ້ອງ ໄປຕັກນໍ້າ ຢູ່ ນໍ້າຄານ ຫ່າງຈາກ ບ້ານ 200 ແມັດ ໃນຂນະທີ່ ຣະບົບ ນໍ້າປະປາ ທີ່ ທາງການ ຈະສະໜອງໃຫ້ ນັ້ນ ແມ່ນຈະສ້າງ ສໍາເຣັດ ໃນທ້າຍ ປີນີ້, ຕາມການ ເປີດເຜີຍ ຂອງ ປະຊາຊົນ ບ້ານ ສາມັກຄີໄຊ ຕໍ່ ເອເຊັຽເສຣີ ໃນວັນທີ 18 ເມສາ ວ່າ:
"ໂອ້ບໍ່ໄດ້ ພຽງພໍ ເທື່ອດຽວນີ້ ມັນມາຢູ່ 10 ບ້ານ ແລ້ວ ມັນຫຼາຍ ດຽວນີ້ ຫຼາຍແລ້ວ ນໍ້າຊົມໃຊ້ ບໍ່ພໍ ເຂົາເຈົ້າ ກໍາລັງ ຂຸດຄົ້ນ ເຮັດ ນໍ້າປະປາ ອັນໃໝ່ນະ ດຽວນີ້ ຄື ຕົ້ນແລ້ວ ເດັກນ້ອຍ ຍັງໄປ ຕັກເອົາ ນ້ໍາຄານ ຂຶ້ນມາໃຊ້ ໃສ່ຫ້ອງນໍ້າ ຂ້າງໃນ ຫັ້ນນະ".
ການຍ້າຍ ປະຊາຊົນ ທີ່ຖືກ ຜົນກະທົບ ຈາກ ເຂື່ອນ ນໍ້າຄານ 3 ເລີ້ມມາ ຕັ້ງແຕ່ ປີ 2014 ທຸກຄອບຄົວ ມີເຮືອນ ແລະ ມີຫ້ອງນໍ້າ ຕິດ ບ້ານ ແລະ ມີໄຟຟ້າ ໃຊ້ແລ້ວ ແຕ່ໂຄງການ ຍັງ ບໍ່ທັນ ຈັດສັນ ທີ່ດິນ ທໍາກິນ ໃຫ້. ປັດຈຸບັນ ປະຊາຊົນ ລ້ຽງຊີພ ດ້ວຍການ ປູກຜັກ, ລ້ຽງເປັດ ລ້ຽງໄກ່ ແລະ ມີຊາວບ້ານ ຈໍານວນນຶ່ງ ເຮັດວຽກ ເປັນ ກໍາມະກອນ ຢູ່ໃນ ເຂື່ອນ ໃນຂນະທີ່ ໂຄງການ ກໍາລັງ ຈ່າຍ ຄ່າ ຊົດເຊີຍ ທີ່ດິນ ແລະ ຈ່າຍເງິນ ຄ່າລ້ຽງດູ ໃຫ້ແກ່ ຊາວບ້ານ ເປັນ ເວລາ 10 ເດືອນ ແລະ ຍັງມີ ການຈັດສັນ ອາຊີບ ໃຫ້ແກ່ ຊາວບ້ານ.
ປັດຈຸບັນ ປະຊາຊົນ ມີຄວາມກັງວົນ ນໍາເລື້ອງ ທີ່ດິນ ທໍາກິນ ເພາະຍັງ ບໍ່ມີ ຄໍາຕອບ ຈາກ ໂຄງການ ວ່າຈະມີ ການຊົດເຊີຍ ແນວໃດ, ດັ່ງ ປະຊາຊົນ ກ່າວຕື່ມ ອີກວ່າ:
"ດຽວນີ້ ເຮັດແນວໃດ ເອົາ ປະຊາຊົນ ເຮົາມາຢູ່ ແນວນີ້ ແລ້ວເຮັດຫຍັງກິນ ແນວໃດ ໄປຮົ້ວ ໄປສວນ ກໍໄກ ບໍ່ມີດິນດອນ ຕ່ອນຫຍ້າ ເພິ່ນ ກະວົນ ກະວາຍ ໜ້ອຍນຶ່ງ ແລ້ວ ຕົກບ່ອນ ບໍ່ມີໄຟ ແລ້ວຊອກ ຫາກົບ ຫາກິນ ຍາກໆ ຫັ້ນນະ".
ເຂື່ອນ ນໍ້າຄານ 3 ໄດ້ເລີ້ມ ຜລິດ ກະແສ ໄຟຟ້າ ໃນເດືອນ ເມສາ ນີ້ ຊຶ່ງ ມີກໍາລັງ ການຜລິດ ແມ່ນ 60 ເມກກະວັດ ມູລຄ່າ ການກໍ່ສ້າງ ແມ່ນ 127 ລ້ານ ໂດລາ.