ຫລັງຈາກ ແຂວງ ວຽງຈັນ ໄດ້ ຈັດພິທີ ມອບ-ຮັບ ຫນ້າທີ່ ໃຫ້ ເຈົ້າແຂວງ ຄົນໃຫມ່, ຣະຫວ່າງ ທ່ານ ຄຳເມິງ ພົງທະດີ ເລຂາພັກ ແຂວງ, ເຈົ້າແຂວງ ວຽງຈັນ ຄົນເກົ່າ ກັບ ທ່ານ ວິດົງ ໄຊຍະສອນ ເລຂາ ພັກແຂວງ ເປັນ ເຈົ້າແຂວງ ຄົນ ໃຫມ່ ໃນ ວັນທີ 5 ຕຸລາ.
ຜ່ານມາ ວິທຍຸ ເອເຊັຽ ເສຣີ ກໍໄດ້ ສອບຖາມ ໄປຍັງ ປະຊາຊົນ ໃນ ແຂວງ ວຽງຈັນ ຫຼາຍຄົນ ເວົ້າວ່າ ປັດຈຸບັນ ຍັງ ປະສົບ ກັບ ບັນຫາ ຫຍຸ້ງຍາກ ຫຼາຍດ້ານ ແລະ ຢາກຮຽກຮ້ອງ ໃຫ້ ເຈົ້າແຂວງ ຄົນໃຫມ່ ຊ່ອຍ ແກ້ໄຂ ບັນຫາ ເຫຼົ່ານັ້ນ ເຊັ່ນ, ບັນຫາ ຖນົນ ຫົນທາງ ເປ່ເພ ຊຶ່ງ ເປັນ ບັນຫາ ໃນ ຊີວິດ ປະຈຳວັນ ຂອງ ປະຊາຊົນ. ດັ່ງ ຊາວວຽງຈັນ ທ່ານນຶ່ງ ເວົ້າວ່າ:
"ເສັ້ນທາງ ວັງວຽງ ຫາ ວຽງຈັນ ຂີ້ຮ້າຍຫຼາຍ ກໍຝາກໃຫ້ ເຈົ້າແຂວງ ຄົນໃຫມ່ ຊ່ອຍລົງມາ ເຮັດທາງ ໃຫ້ ດ່ວນແດ່, ເພາະວ່າ ຕໍ່ຫນ້າ ນີ້ໄປ ແມ່ນ ຍາມແລ້ງ ຂີ້ຝຸ່ນ ຫຼາຍ ເຮັດໃຫ້ ນັກຮຽນ ປະຊາຊົນ ຈະໄດ້ຮັບ ອັນຕະຣາຍ ຈາກ ຂີ້ຝຸ່ນ ແຂກ ຝຣັ່ງ ມາທ່ອງທ່ຽວ ຂະເຈົ້າ ກະຈົ່ມ ເວົ້າຢູ່ວ່າ ເປັນຫຍັງ ບໍ່ເຮັດ ທາງປູຢາງ".
ປະຊາຊົນ ອີກຄົນນຶ່ງ ຢູ່ ເມືອງ ກາສີ ແຂວງ ວຽງຈັນ ກໍຮຽກຮ້ອງ ໃຫ້ ເຈົ້າແຂວງ ຄົນໃຫມ່ ເລັ່ງແກ້ໄຂ ບັນຫາ ໂຮງຮຽນ ຂອງ ເດັກນ້ອຍ ຮ່ວມດ້ວຍ ຖນົນ ຫົນທາງ. ດັ່ງ ນາງ ກ່າວວ່າ:
"ກໍຢາກໃຫ້ ປັບປຸງ ເຣື້ອງ ໂຮງຮຽນ ເດັກນ້ອຍ ຫັ້ນແລ້ວ ໃຫ້ມັນ ແໜ້ນໜາ ຂຶ້ນຕື່ມ ຖ້າຈະວ່າ ມັນກະ ບໍ່ພຽງພໍ ນັກຮຽນ ກໍ ຊາໆຊຶມໆ ຖນົນ ຫົນທາງ ນີ້ກະ ສົມຄວນ ແລ້ວ ກະບໍ່ຊ່າງ ຊິວ່າເນາະ ລາດຢາງ ກະບໍ່ແມ່ນ ລາດຢາງ ປູຫີນ ເນາະ ເຣື້ອງ ຫົນທາງ ນີ້ ສັບສົນ ຫຼາຍ".
ສຳລັບ ຂ່າວ ການແຕ່ງຕັ້ງ ເຈົ້າແຂວງ ຄົນໃຫມ່ ນັ້ນ ປະຊາຊົນ ທົ່ວໄປ ບໍ່ຄ່ອຍຮູ້ ຣາຍລະອຽດ ກ່ຽວກັບ ເຣື້ອງນີ້ ແຕ່ ສື່ສັງຄົມ ອອນລາຍ ທ່ານນຶ່ງ ໃຫ້ ທັສນະ ວ່າ ບໍ່ວ່າຈະ ປ່ຽນ ຜູ້ໃດ ກໍຄົງ ຄືເກົ່າ ຍ້ອນເປັນ ສມັກພັກພວກ ຕົນເອງ ຈະບໍ່ມີ ຫຍັງ ປ່ຽນແປງ.