ຊາວບ້ານບໍ່ມີທຶນຮອນຍ້າຍ ຈາກ ເຂດ ນໍ້າຖ້ວມ

ສົມເນ
2014.12.09
f-pakbeng ເສັ້ນທາງຫລວງ ເລຂ 2 ໃນເຂດ ເມືອງປາກແບງ ແຂວງອຸດົມໄຊ
Mek/fb

 

ອໍານາດ ການ ປົກຄອງ ຣະດົມ ໃຫ້ ຊາວບ້ານ ບ້ານເພັຽ ຫົວນໍ້າ ເມືອງແບງ ແຂວງ ອຸດົມໄຊ ໂຍກຍ້າຍ ບ້ານ ໄປຢູ່ ບ້ານໃໝ່ ເພື່ອ ຫລີກລຽງ ໄພ ທັມຊາຕ ນໍ້າຖ້ວມ ແຕ່ ຊາວບ້ານ ບໍ່ ສາມາດ ໂຍກຍ້າຍ ຍ້ອນ ບໍ່ມີ ເງິນຄໍາ ແລະ ຢາກໃຫ້ ທາງການ ຊ່ວຍເຫລືອ ທຶນຮອນ. ດັ່ງຊາວບ້ານ ຄົນນຶ່ງ ໄດ້ກ່າວ:

"ຄນະ ປະຈໍາ ພັກ ເມືອງເພິ່ນ ໄດ້ ມາ ຣະດົມ 2-3 ເທື່ອ 3-3 ຄັ້ງແລ້ວ ບາງ ຄອບຄົວ ຖາມ ທາງ ຂັ້ນເທິງ ຄືນວ່າ  ບາງຄອບຄົວ ຫາເງິນ ຫາຄໍາ ຕັ້ງຫໍ ຕັ້ງເຮືອນ ໝົດຟ້າ ໝົດປີ ກ່າໄດ້ ເຮືອນ ຫລັງດຽວ. ຄັນຊິມ້າງ ເຮືອນກ່າ ເປັນດິນຈີ່ ດິນ ບຼອກ ອື່ນໆ ຕະປູ ກະເບື້ອງ ຊິແຕກ ຊິຫັກ ໝົດ ແລ້ວໃຜຊິ ທົດແທນ ຄືນ ຫັ້ນນະ ຂັ້ນເທິງ ກໍບໍ່ຊ່າງ ຊິຕອບວ່າ ແນວໃດ ແນວໃດ ກໍບໍ່ມີ ແລ້ວ ທຶນຮອນ ຊິຊົດຊ່ວຍ ຫັ້ນນະ".

ບ້ານຫົວ ເພັຽນໍ້າ ເປັນບ້ານ ທີ່ ທຸກຍາກ ບ້ານນຶ່ງ ໃນເຂດ ເມືອງແບ່ງ. ມີ ປະຊາກອນ 109 ຄອບຄົວ. ເມື່ອເດືອນ ສິງຫາ ປີ 2013 ໝູ່ບ້ານນີ້ ເຄີຍຖືກ ນໍ້າຖ້ວມ ໜັກ ທີ່ສຸດ ເພາະຕັ້ງ ຢູ່ພື້ນ ທີ່ຕໍ່າ ໃນເຈີ້ຍ ຕີນພູ, ມີຄົນເສັຽ ຊີວິດເຖິງ 15 ຄົນ. ຫລັງຈາກ ຖືກ ນໍ້າຖ້ວມ ໜັກ ແລ້ວ ອໍານາດ ການ ປົກຄອງ ທ້ອງຖິ່ນ ເຫັນວ່າ ບໍ່ຢາກໃຫ້ ຊາວ ບ້ານຕົກ ຢູ່ ໃນຄວາມ ສ່ຽງຮອບ ໃໝ່ອີກ ຈຶ່ງ ຢາກໃຫ້ຍ້າຍ ໄປຢູ່ເຂດ ພື້ນທີ່ ສູງ, ແຕ່ຊາວບ້ານ ພັດ ຂັດຂ້ອງ ດ້ານ ທຶນຮອນ ໃນການ ຕັ້ງ ຖິ່ນຖານ ໃໝ່ ແລ້ວ ບໍ່ຍອມຍ້າຍ ພ້ອມທັງ ສະເໜີ ໃຫ້ ຂັ້ນເທິງ ຊ່ວຍເຫລືອ ແຕ່ ຂັ້ນເທິງ ວ່າ ບໍ່ມີ ທຶນຮອນ ແລ້ວ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.