ບ.ສີບຸນເຮືອງ ຂໍໃຫ້ກວດກາ ສວນກ້ວຍ

ຈໍາປາທອງ
2020.01.16
F-Chemical ຄົນງານລາວ ທີ່ ເຈັບເປັນຢູ່ ບ້ານດອນຄຳ ເມືອງຮຸນ ແຂວງອຸດົມໄຊ ໄດ້ເຮັດວຽກ 2 ປີ ຢູ່ສວນກ້ວຍຈີນ ດຽວນີ້ເຈັບໜັກ ໝໍບອກວ່າ ຊ່ອຍບໍ່ໄດ້ແລ້ວ ປະຊາຊົນລາວ ອີກຫລາຍໆຄົນ ບໍ່ຮູ້ເຖິງຜົນຮ້າຍ ຂອງສານເຄມີ ທີຈີນເອົາມາໃຊ້ ໃນສວນກ້ວຍ. ການເຮັດວຽກ ກໍບໍ່ມີການປ້ອງກັນ (ພາບຖ່າຍ ແມ່ນໄດ້ຖອນ ຈາກ ວີດີໂອ ຄົນເຈັບປ່ວຍ ວັນທີ 1 ພຶສຈິກາ 2016)
screen captured : Lao Upland Rural Advisory Service (LURAS) video / www.lao44.org

ອໍານາດການປົກຄອງ ບ້ານສີບຸນເຮືອງ ເມືອງຮຸນ ແຂວງອຸດົມໄຊ ຮຽກຮ້ອງໃຫ້ທາງການທີ່ກ່ຽວຂ້ອງ ກວດກາສວນກ້ວຍຂອງບໍຣິສັດ ກິມຊຸຍ ຂອງຈີນ ຄືນໃໝ່ ພາຍຫລັງ ມີກິ່ນຂິວຢ່າງຮຸນແຮງ ຂອງສານເຄມີ ຢູ່ເລື້ອຍໆ ຈາກສວນກ້ວຍ ແລະເມື່ອປີ 2018 ທີ່ຜ່ານມາ ກໍມີຄົນງານ ລາວ ປ່ວຍເສັຽຊີວິດຍ້ອນ ສານເຄມີ 5-6 ຄົນ, ຕາມຄໍາເວົ້າຂອງປະຊາຊົນ ບ້ານສີບຸນເຮືອງ ທ່ານນຶ່ງ ຕໍ່ວິທຍຸເອເຊັຍເສຣີໃນມື້ວັນທີ 15 ມົກກະຣາ ນີ້:

"ຂະເຈົ້າຖືກຢາສວນກ້ວຍເດ້ ສວນກ້ວຍຂອງກິມຊຸຍ ທີ່ວ່າຄົນເສັຽນີ້ສະເພາະປີ 2018 ໄດ້ 5-6 ຄົນ ແຕ່ຈະເປັນຊົນເຜົ່າຂະມຸ ກັບເຜົ່າມົ້ງ ຢູ່ເຂດນອກທີ່ເຂົາມາຫາເງິນ ມີແຕ່ທາງຄອບຄົວເຂົາ ຮັບມ້ຽນເອງສົບນະ ທາງສວນກ້ວຍຂະເຈົ້າເສີຍ ໃຫ້ແຕ່ເງິນແບບ ເອົ້າຜູ້ເສັຽນີ້ ເຮັດວຽກໄດ້ຈັກປີແລ້ວ ແລ້ວເງິນທີ່ເຮັດວຽກມາຈັກປີ ຫັ້ນມັນຖືກຈັກລ້ານ."

ທ່ານກ່າວຕື່ມວ່າ ບໍຣິສັດກິມຊຸຍຂອງຈີນ ເຂົ້າມາສໍາປະທານທີ່ດິນປູກກ້ວຍ ຢູ່ໃນເຂດນີ້ ມາຕັ້ງແຕ່ປີ 2016 ໃນເນື້ອທີ່ຫລາຍກວ່າ 200 ເຮັກຕາ ແລະທີ່ຜ່ານມາສວນກ້ວຍ ແຫ່ງນີ້ ກໍໄດ້ໃຊ້ສານເຄມີ ທີ່ສົ່ງຜົນກະທົບອັນບໍ່ດີ ຕໍ່ຫ້ວຍ ໜອງຄອງນໍ້າ ທີ່ ປະຊາຊົນ 300 ປາຍ ຄອບຄົວ ຢູ່ບ້ານສີບຸນເຮືອງນີ້ໃຊ້.

ພ້ອມກັນນັ້ນ ເຈົ້າໜ້າທີ່ອໍານາດການປົກຄອງບ້ານດັ່ງກ່າວ ທ່ານນຶ່ງກໍເວົ້າຕໍ່ວິທຍຸເອເຊັຍເສຣີ ໃນມື້ດຽວກັນນັ້ນວ່າ ເມື່ອກ່ອນ ຄົນງານທີ່ ເຮັດວຽກ ໃນສວນກ້ວຍແຫ່ງນີ້ ໄດ້ເຈັບປ່ວຍຍ້ອນສານເຄມີ ແລະໄປປິ່ນປົວຢູ່ສຸຂສາລາຂອງບ້ານນີ້ແທ້ ແລະ 2 ປີ ຜ່ານມານີ້ ກໍມີຜູ້ ເສັຽຊີວິດ ຍ້ອນນໍາດ້ວຍ. ແຕ່ທາງບໍຣິສັດກໍບໍ່ໄດ້ ຊ່ອຍເຫລືອຫຍັງ, ດັ່ງ ທີ່ທ່ານກ່າວວ່າ:

"ການເຈັບນີ້ອອກເລືອດດັງ ແລ້ວໄອອອກເລືອດນີ້ນະ ຫາກທາງບໍຣິສັດບໍ່ຮັບຜິດຊອບ ອີ່ຫຍັງແຫລະ ບໍຣິສັດເຂົາບໍໄດ້ຊ່ອຍຫຍັງແຫລະ ມີແຕ່ທາງເມືອງຫັ້ນແຫລະ ລົງມາຊ່ອຍ ເຣຶ່ອງອະນາມໝອກຫັ້ນ ຮອດເຈັບຈົນຕາຍ ຈົນເສັຍ."

ກ່ຽວກັບບັນຫາດັ່ງກ່າວ ເຈົ້າໜ້າທີ່ຫ້ອງການສາທາຣະນະສຸກ ເມືອງຮຸນ ເວົ້າວ່າ:

ທີ່ຜ່ານມາ ທາງຂແນງສາທາຣະນະສຸກເມືອງ ກໍໄດ້ໄປຕັກເຕືອນຊາວບ້ານ ແລະຄົນງານສວນກ້ວຍ ດັ່ງກ່າວ ຕອນທີ່ມີຜູ້ເສັຽຊີວິດ ກ່ຽວກັບການເຮັດວຽກ ແລະເວລາເຮັດວຽກຢູ່ໃນສວນກ້ວຍ ແຕ່ກໍຍັງມີຄົນງານຈໍານວນນຶ່ງ ບໍ່ສົນໃຈນໍາ ຄໍາເຕືອນນັ້ນ ພໍເທົ່າໃດ ດັ່ງທີ່ທ່ານກ່າວວ່າ:

"ອັນນີ້ລົງໄປແຕ່ໄດ້ສອງປີແລ້ວ ເຣຶ່ອງທີ່ວ່າຄົນ ທີ່ຂະເຈົ້າເຮັດສວນກ້ວຍ ແລ້ວເສັຍ ຄົນທີ່ວ່າຂະເຈົ້າເຮັດວຽກຢູ່ຫັ້ນ ໄດ້ປີຫລືວ່າສອງປີ ສາມປີ ຂຶ້ນໄປຫັ້ນ ແພດວ່າ ເຮັດສວນກ້ວຍກໍຂໍໃຫ້ເຊົາໃຫ້ ພັກສະກ່ອນ ອັນນີ້ແບບກໍປົວບໍໄດ້ ຫັ້ນນະ ແບບຢາມັນ ເຂົ້າໄປໃນໂຕ ຫລາຍເກີນໄປແລ້ວ ມັນຮັບບໍ່ໄດ້  ຖ້າບໍ່ເຊົາເສັຍຊີວິດແທ້ໆ ຂ້ອຍກໍແບບໆນີ້ ແຕ່ຊົນເຜົ່າຂະເຈົ້າສີດໂຢກສີດຢາ ຫລືວ່າຈັບຢາອີ່ຫຍັງນີ້ ຂະເຈົ້າຈະຖືກເບົາ ແບບບາງທີກໍ ແກ້ເຄື່ອງແກ້ຫຍັງ ສີດໄປເລີຍແນວນັັ້ນນະ."

ແລະເຈົ້າໜ້າທີ່ພາກສ່ວນທີ່ກ່ຽວຂ້ອງ ເມືອງຮຸນ ອີກທ່ານນຶ່ງ ກໍເວົ້າວ່າ ທີ່ຜ່ານມາກໍເຄີຍລົງໄປກວດກາ ສວນກ້ວຍຈີນແຫ່ງນີ້ ແລະເຫັນວ່າ ການນໍາໃຊ້ສານເຄມີ ຫລຸດລົງຫລາຍກວ່າເມື່ອກ່ອນ ແຕ່ກໍຍັງໃຊ້ຢູ່; ຫາກໝົດສັນຍາສໍາປະແລ້ວ ກໍຈະບໍ່ອະນຸຍາດ ໃຫ້ປູກຕໍ່ໄປອີກ ດັ່ງທີ່ ທ່ານກ່າວວ່າ:

"ສານເຄມີມັນກໍຫລາຍໂອະ ແຕ່ວ່າເຮົາວິເຄາະ ແຕ່ກ່ອນມັນແຮງຫລາຍກວ່ານີ້ນໍ ຖືວ່າຫລຸດຜ່ອນໄປຫລາຍເຕີບ ແຕ່ວ່າແຜນເຂົາເຊົ່ານໍາ ປະຊົນຫ້າປີ ແລ້ວຖ້າໃຫ້ໝົດກໍານົດໂຕນັ້ນ ຖືວ່າໃຫ້ຍຸຕິແລ້ວ ບໍ່ໃຫ້ ບໍ່ໃຫ້ປູກແລ້ວ ໃຊ້ສານເຄມີ ເຮົາຈະຫ້າມຂາດ ໂຕນັ້ນ ແຕ່ວ່າເຣຶ່ອງ ບໍ່ໃຫ້ປູກໂຕນັ້ນ ເຮົາບໍ່ທັນໄດ້ເວົ້າກັນເທື່ອນໍ."

ອີງຕາມຄໍາເວົ້າຂອງປະຊາຊົນ ແລະອໍານາດການປົກຄອງບ້ານສີບຸນເຮືອງ, ສວນກ້ວຍຂອງຈີນແຫ່ງນີ້ ນອກຈາກຈະສົ່ງຜົນກະທົບ ອັນບໍ່ດີ ຕໍ່ສຸຂພາບ ແລະຊີວິດຂອງຄົນງານ ໃນສວນກ້ວຍແລ້ວ ກໍຍັງສົ່ງກິ່ນຂິວ ຮຸນແຮງ ແລະເຮັດໃຫ້ຫ້ວຍ ໜອງຄອງນໍ້າ ທີ່ປະຊາຊົນໃຊ້ ເໜົ່າ ເສັຍເປັນມົລພິດ ເປັນຕົ້ນເວລາຝົນຕົກ ສານພິດເຄມີທີ່ໃຊ້ ໃນສວນກ້ວຍຊຶມລົງດິນ ແລະໄຫລລົງຫ້ວຍ ລົງໜອງ.

ເຖິງແມ່ນຜແນກຊັພຍາກອນທໍາມະຊາດ ແລະສິ່ງແວດລ້ອມ, ຜແນກສາທາຣະນະສຸກ ແລະຜແນກກະສິກັມ ແລະ ປ່າໄມ້ ໄປໂອ້ລົມກັບ ຜູ້ດູແລ ສວນກ້ວຍຫລາຍເທື່ອ ແຕ່ຂະເຈົ້າກໍແກໄຂບັນຫາໄດ້ຊົ່ວຄາວ ເມື່ອເວລາຜ່ານໄປ ກໍກັບມາເຮັດແບບ ເກົ່າອີກ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.