ຂ. ອຸດົມໄຊ ໂຈະ 9 ໂຄງການ ບໍ່ແຮ່-ແຮ່ທາດ

ໂຕຢ່າງການຂຸດຄົ້ນບໍ່ແຮ່ ໃນປະເທດລາວ
ໂຕຢ່າງການຂຸດຄົ້ນບໍ່ແຮ່ ໃນປະເທດລາວ (public domain)

0:00 / 0:00

ໃນ​ທ້າຍ​ເດືອນ​ກຸມ​ພາ​ທີ່​ຜ່ານ​ມາ, ພະ​ແນກ​ພະ​ລັງ​ງານ ແລະ ບໍ່​ແຮ່ ແຂວງ​ອຸ​ດົມ​ໄຊ ສັ່ງ​ໂຈະ​ຊົ່ວ​ຄາວ 7 ໂຄງ​ການ ຂຸດ​ຄົ້ນ​ຫີນ​ປູນ ແລະ ຍົກ​ເລີກ 2 ໂຄງ​ການ ຍ້ອນ ໂຄງ​ການ​ດັ່ງ​ກ່າວບໍ່​ປະ​ຕິ​ບັດ​ຕາມ​ສັນ​ຍາ​ສຳ​ປະ​ທານ. ເຈົ້າ​ໜ້າ​ທີ່​ພະ​ແນກ​ພະ​ລັງ​ງານ ແລະ ບໍ່​ແຮ່ ໄດ້​ກ່າວ​ຕໍ່​ເອ​ເຊັຽ​ເສ​ຣີ ໃນ​ວັນ​ທີ 4 ມີ​ນາ ວ່າ:

"ມັນ​ເປັນ​ປະ​ເພດ​ຂອງ​ແຂວງ​ອະ​ນຸ​ຍາດ ມັນ​ເປັນ​ຫີນ ຮັບ​ໃຊ້​ການກໍ່​ສ້າງ ຫີນ​ພາຍ​ໃນ​ນີ້​ຊື່ໆ ມີ​ອັນ​ນຶ່ງ​ມີ​ຂອງ​ສູນ​ກາງ​ຫັ້ນ​ນ່າ ໂຕ​ແຮ່​ສັງ​ກະ​ສີ ທີ່​ສູນ​ກາງ​ອະ​ນຸ​ຍາດ​ໝົດ​ກຳ​ນົດ ມີ​ຈຸດ​ນຶ່ງ ແຕ່​ວ່າ ເພິ່ນ​ກະ​ສັ່ງ​ຍົກ​ເລີກແລ້ວ ໃກ້ໆ ກັບ​ນ້ຳ​ທາ​ນ່າ."

ທ່ານ ກ່າວ​ຕື່ມ​ວ່າ ໂຄງ​ການ​ສັ່ງ​ໂຈະ​ຊົ່ວ​ຄາວ 7 ໂຄງ​ການ ທັງ​ໝົດ​ເປັນ​ການ​ຂຸດ​ຄົ້ນ ແລະ ​ລະ​ເບີດ​ຫີນ​ປູນ ທີ່​ໃຊ້​ໃນ​ການກໍ່​ສ້າງ​ພາຍ​ໃນ​ປະ​ເທດ ແຕ່​ປະ​ກົດ​ວ່າ ໃຫ້​ສໍ​າປະ​ທານ​ໄປ​ແລ້ວ ບໍ່ມີ​ການ​ຂຸດ​ຄົ້ນ ແລະ ບາງ​ໂຄງ​ການ​ຂຸດ​ຄົ້ນ​ເກີນ​ຂອບ​ເຂດ ພື້ນ​ທີ່​ສຳ​ປະ​ທານ ຊຶ່ງ​ໂຄງ​ການ​ທີ່​ຖືກ​ສັ່ງ​ໂຈະ ຕ້ອງ​ໄດ້​ປັບ​ປຸງ ແລະ ກຳ​ນົດ​ເລື່ອງ​ສັນ​ຍາ​ສຳ​ປະ​ທານ​ຄືນ​ໃໝ່ ຈຶ່ງສາມ​າດ​ເປີດ​ກິດ​ຈະ​ການ​ໄດ້.

ສ່ວນ 2 ໂຄງ​ການ​ທີ່​ຍົກ​ເລີກ​ຖາ​ວອນ ແມ່ນ​ເປັນ​ໂຄງ​ການ​ຂຸດ​ຄົ້ນ ສັງ​ກະ​ສີ​ຂອງ​ບໍ​ຣິ​ສັດ​ຈີນ ທີ່​ໝົດ​ສັນ​ຍາ​ສຳ​ປະ​ທານ ແລະ ໂຄງ​ການ​ຂຸດ​ຄົ້ນ​ຫີນ ທີ່​ລັກ​ສົ່ງຫີນ​ໄປ​ຈີນ ໂດຍບໍ່​ມີ​ການ​ປຸງ​ແຕ່ງ ນັ້ນ ຜີດ​ສັນ​ຍາ​ສຳ​ປະ​ທານ.

ປະ​ຊາ​ຊົນ​ໃນ​ແຂວງ​ອຸ​ດົມ​ໄຊ ຈຳ​ນວນ​ນຶ່ງ ບໍ່​ເຫັນ​ດີ ທີ່​ທາງ​ການ​ແຂວງ​ອຸ​ດົມ​ໄຊ ແລະ ຣັ​ຖ​ບານ ອະ​ນຸ​ຍາດ​ການ​ສຳ​ປະ​ທານດິນ​ເພື່ອ​ຂຸດ​ຄົ້ນ ແລະ ປຸງ​ແຕ່ງ​ແຮ່​ທາດ ຍ້ອນ​ວ່າ ໂຄງ​ການ​ດັ່ງ​ກ່າວ ມີ​ຜົນ​ກະ​ທົບຕໍ່​ສິ່ງ​ແວດ​ລ້ອມ, ປ່າ​ໄມ້, ສັດ​ປ່າ ແລະ​ ແຫຼ່ງ​ທ່ອງ​ທ່ຽວ​ພາຍ​ໃນ​ແຂວງ. ປະ​ຊາ​ຊົນ​ເມືອງ​ແບງ ແຂວງ​ອຸ​ດົມ​ໄຊ ໄດ້​ກ່າວ​ຕໍ່​ເອ​ເຊັຽເສ​ຣີ ວ່າ:

"ໂຕນີ້ ຕາມ​ທັດ​ຊະ​ນະ​ຂອງ​ເຮົາ ກໍ​ບໍ່​ຄ່ອຍ​ຢາກ​ເຫັນ​ແລ້ວເນາະ ທັດ​ສະ​ນະ​ເຮົາ​ຜູ້​ອະ​ນຸ​ມັດ​ແຫຼ່ງ​ທ່ອງ​ທ່ຽວຂອບ​ເຂດ​ນັ້ນ​ເນາະ ແຕ່​ວ່າ ໂຕນີ້ ກໍ​ເປັນ​ແຜນ​ຂອ​ງ​ຂັ້ນ​ເທິງ​ເຂົາ ເຮົາ​ກະ​ບໍ່​ຊ່າງວ່າ​ແນວ​ໃດ​ເນາະ ຫາກ​ທັດ​ຊະ​ນະ​ເຮົາ​ວ່າ​ແນວ​ນັ້ນ​ສາ."

ປະ​ຊາ​ຊົນ​ທີ່​ຢູ່​ເມືອງ​ໄຊ ແຂວງ​ອຸ​ດົມ​ໄຊ ໄດ້​ກ່າວ​ຕໍ່​ເອ​ເຊັຽ​ເສ​ຣີ ວ່າ ໂຄງ​ການ​ຂຸດ​ຄົນ​ແລະ ປຸງ​ແຕ່ງ​ແຮ່​ທາດ ທັງ​ຂະ​ໜາດ​ນ້ອຍ ແລະ ໃຫຍ່ ໄດ້​ສົ່ງ​ຜົນ​ກະ​ທົບ​ຕໍ່​ສິ່ງ​ແວດ​ລ້ອມ ແລະ ສັງ​ຄົມ ຢ່າງ​ຫຼີກ​ລ້ຽງ​ບໍ່​ໄດ້.

"ແມ່ນ​ກະ​ເສັຽ​ຫາຍ​ຫຼາຍ​ຢ່າງ ເສັຽ​ຫາຍ​ມັງ​ຕົ້ນ​ໄມ້​ໃບ​ຫຍ້າເນາະ ສິ່ງ​ແວດ​ລ້ອມ​ແລ້ວ​ກະ​ຜູ້​ຄົນ​ບໍ່​ມີ​ບ່ອນ​ຫາ​ກີນ ສັດ​ປ່າ​ກະ​ຊິ​ສູນ​ພັນ."

ປະ​ຊາ​ຊົນ​ອີກ​ທ່ານ​ນຶ່ງ ທີ່​ຢູ່​ເມື​ອງ​ຮຸນ ແຂວງ​ອຸ​ດົມ​ໄຊ ໄດ້​ກ່າວ​ຕໍ່​ເອ​ເຊັຽ​ເສ​ຣີ ວ່າ ທາງ​ການ​ລາວ​ຈະ​ອະ​ນຸ​ຍາດ​ໃຫ້​ບໍ​ຣິ​ສັດ​ໃດ​ກໍ​ຕາມ​ເຂົ້າ​ມາ​ລົງ​ທຶນ​ຂຸດ​ຄົ້ນ ແລະ ປຸ່ງ​ແຕ່ງ​ບໍ່​ແຮ່ ກໍ​ຢາກ​ໃຫ້​ມີ​ເງື່ອນ​ໄຂ ໃຫ້​ພັດ​ທະ​ນາ​ທ້ອງ​ຖິ່ນ​ນັ້ນໆ ຄວບ​ຄູ່​ໄ​ປ​ພ້ອມ ແຕ່ບໍ່​ໃຫ້​ມີ​ການ​ຂຸດ​ຄົ້ນ​ເອົາ​ແຕ່​ຊັບ​ພະ​ຍາ​ກອນ​ທຳ​ມະ​ຊາດ​ໄປ​ໝົດ ແລ້ວ​ກໍຈາກ​ໄປ.

"ອັນ​ນີ້​ກະ​ບໍ່​ຮູ້​ນຳ​ຜູ້​ໃຫຍ່​ເພິ່ນເນາະ ຄັນ​ບໍ​ຣິ​ສັດ​ໃດ​ເຂົ້າ​ມາ​ລົງ​ທຶນ​ແລ້ວ ຫາກ​ມັນ​ເກີດຫັ້ນ​ນ່າ ມັນ​ກະ​ຕ້ອງ​ມີ​ການ​ພັດ​ທະ​ນາ ສົມ​ມຸດ​ວ່າ ໄກ​ເຂດ​ທ້ອງ​ຖິ່ນໃດ ເຮົາ​ກະ​ຕ້ອງ​ໄດ້ພັດ​ທະ​ນາ​ທ້ອງ​ຖິ່ນ​ນັ້ນ ປົວ​ແປງ​ເສັ້ນ​ທາງບໍ່ ບ້ານ​ໃດຫາກວ່າ ບໍ່​ມີ​ໄຟ​ຟ້າ​ ລະ​ຊິ​ດຶງ​ໄຟ​ໄປ​ໃຫ້​ເຂົາ​ເຈົ້າ​ບໍ່ ຫຼື​ວ່າ​ ແນວ​ໃດ."

ເຈົ້າ​ໜ້າ​ທີ່​ກົມ​ບໍ່​ແຮ່ ກະ​ຊວງລັງ​ງານແລະ ບໍ່​ແຮ່ ໄດ້​ກ່າວ​ຕໍ່​ເອ​ເຊັຽ​ເສ​ຣີ ວ່າ ຣັ​ຖ​ບານລາວ ກຳ​ລັງ​ກວດ​ກາ​ບັນ​ດາ​ໂຄງ​ການ​ຂຸດ​ຄົ້ນ ແລະ ປຸງ​ແຕ່ງ​ແຮ່​ທາດ​ທົ່ວ​ປະ​ເທດ ແລະ ຖ້າ​ພົບ​ວ່າ ໂຄງ​ການ​ໃດ​ບໍ່​ມີ​ປະ​ສິດ​ທິ​ພາບ ກໍ​ຈະ​ສັ່ງ​ໂຈະ​ຊົ່ວ​ຄາວ.

"ຕົວ​ໃດ​ທີ່​ມີ​ປະ​ສິດ​ທິ​ຜົນ​ເຂົາ​ກໍ​ສືບ​ຕໍ່​ສຳ​ປະ​ທານ ຕາມ​ຣັ​ຖບາ​ນ​ອະ​ນຸ​ຍາດ ໂຕ​ໃດ​ບໍ່​ມີ​ປະ​ສິດ​ທິ​ຜົນ​ຂະ​ເຈົ້າ​ກໍ​ລົບ​ລ້າງ​ອອກ."

ປັດ​ຈຸ​ບັນ ແຂວງ​ອຸ​ດົມ​ໄຊ ໃຫ້​ເອ​ກະ​ຊົນ​ລາວ ແລະ ຕ່າງ​ປະ​ເທດ ທັງ​ໝົດ 33 ບໍ​ຣິ​ສັດ ຊຶ່ງ​ສ່ວນ​ຫຼາຍ​ເປັນ​ບໍ​ຣິ​ສັດ​ຈີນ ເຂົ້າ​ມາ​ສຳ​ປະ​ທານ​ດິນ​ເພື່ອ​ຂຸດ​ຄົ້ນ ແລະ ປຸງ​ແຕ່ງ​ແຮ່​ທາດ​ຊະ​ນິດ​ຕ່າງໆ ເຊັ່ນ​ວ່າ ຫີນ​ປູນ, ແຮ່​ເຫຼັກ, ສັງ​ກະ​ສີ, ທອງ​ແດງ ແລະ ແຮ່​ຄຳ ກວມ​ເອົາ​ເນື້ອ​ທີ່ເກືອບ 1,000 ເຮັກ​ຕາ

ໃນ​ແຂວງ​ອຸ​ດົມ​ໄຊ ສ່ວນ​ຫຼາຍ​ຍັງ​ມີ​ແຮ່​ເຫຼັກ ທີ່​ປຸງ​ແຕ່ງ ແລະ ສົ່ງ​ອອກ​ໄດ້​ຈຳ​ນວນ 140,000 ຕັນ ມູນ​ຄ່າ ປະ​ມານ 9 ລ້ານ ໂດ​ລາ ໃນ​ປີ 2020, ແລະ ແຮ່​ຄຳ​ມີ​ນ້ຳ​ໜັກ​ເກືອບ 16,000 ກຼັມ ມູນ​ຄ່າ​ປະ​ມານ 9 ລ້ານ​ ໂດ​ລາ ຊຶ່ງ​ແຮ່​ທາດ​ທັງ​ໝົດ​ຖືກ​ສົ່ງ​ອອກ​ໄປ​ປະ​ເທດ​ຈີນ.