ສນາມກິລາທີ່ຂາດການ ຮັກສາ
ສນາມ ກິລາ ແຂວງ ອຸດົມໄຊ ທີ່ ຫາ ກໍສ້າງ ສໍາເຣັດ ແລະ ໃຊ້ ແຂ່ງຂັນ ກິລາ ແຫ່ງຊາດ ລາວ ໃນເດືອນ ມົກກະຣາ 2014 ປັດຈຸບັນ ຊຸດໂຊມ ເປິເປື້ອນ ຍ້ອນ ບໍ່ມີການ ບໍາຣຸງ ຮັກສາ.
-
ຈໍາປາທອງ
2015-04-14 -
-
-
Your browser doesn’t support HTML5 audio
ສນາມ ກິລາ ແຂວງ ອຸດົມໄຊ ທີ່ ໄດ້ ກໍ່ສ້າງ ໃນ ຕົ້ນປີ 2013 ສໍາລັບ ການ ແຂ່ງຂັນ ກິລາ ແຫ່ງຊາດ ຂອງລາວ ໃນເດືອນ ມົກກະຣາ 2014 ໂດຍ ໃຊ້ ທຶນກໍ່ ສ້າງ 36 ຕື້ ກວ່າກີບ, ປັດຈຸບັນ ຊຸດໂຊມ ລົງຫຼາຍ ຍ້ອນ ບໍ່ມີ ງົບປະມານ ທີ່ຈະ ບໍາຣຸງ ຮັກສາ ຊຶ່ງ ທີ່ ຜ່ານມາ ກໍມີ ບໍຣິສັດ ຢາກມາ ປະມູນ ບໍາຣຸງ ຮັກສາ ແລ້ວ ເກັບ ຣາຍຮັບ ຈາກ ຜູ້ທີ່ເຂົ້າ ໄປຫລິ້ນ ໄປຊົມ ການ ແຂ່ງຂັນ ກິລາ ຕ່າງໆ. ແຕ່ ທາງການ ແຂວງ ບໍ່ ອະນຸຍາດ ໃຫ້ ຊຶ່ງ ເຈົ້າໜ້າທີ່ ຜແນກ ສຶກສາ ທິການ ແລະ ກິລາ ແຂວງ ນີ້ ອະທິບາຍ ວ່າ ຖ້າໃຫ້ ບໍຣິສັດ ປະມູນ ແລ້ວ ປະຊາຊົນ ແລະ ນັກ ກິລາ ທີ່ ຈະເຂົ້າມາ ຝຶກຊ້ອມ ຫຼື ອອກ ກໍາລັງ ກາຍ ກໍຕ້ອງໄດ້ ເສັຽເງິນ ຄ່າ ຜ່ານ ປະຕູ.
ທ່ານກ່າວ ຕື່ມ ອີກວ່າ ປັດຈຸບັນ ສນາມ ກິລາ ແຫ່ງນີ້ ແມ່ນ ຜແນກ ສຶກສາ ທິການ ແລະ ກິລາ ແຂວງ ເປັນຜູ້ ຮັບຜິດຊອບ; ໃນການ ບໍາຣຸງ ຮັກສາ ຕ້ອງມີ ງົບປະມານ ໃນການ ໃຊ້ຈ່າຍ. ແຕ່ ປັດຈຸບັນ ທາງແຂວງ ບໍ່ມີ ງົບປະມານ ເຂົ້າມາ ເພື່ອ ໃຊ້ຈ່າຍ ໃນ ຮ່ວງນີ້” ເຮັດໃຫ້ ຫລາຍຢ່າງ ໃນ ສນາມ ກິລາ ເປ່ເພ ເສັຽຫາຍ, ມີ ຂີ້ເຫຍື້ອ ເປິເປື້ອນ.
ເວົ້າແລ້ວ ກໍແມ່ນ ຮວມທັງ ສນາມ ກິລາ ແຫ່ງຊາດ ຫລັກ 16 ທີ່ ນະຄອນ ຫລວງ ວຽງຈັນ, ສນາມ ກິລາ ແຂວງ ອຸດົມໄຊ ແລະ ສິ່ງ ປຸກສ້າງ ອື່ນໆ ຢູ່ ສປປລາວ ເມື່ອສ້າງ ຮັບໃຊ້ ວຽກງານ ແລ້ວ ກໍບໍ່ມີ ການ ບໍາຣຸງ ຮັກສາ ໄວ້ໃຫ້ດີ ແຕ່ຢ່າງ ໃດ.