ທາງການຈະເກັບກໍາຂໍ້ມູນ ເຄມີ ໃຊ້ຢູ່ ສວນກ້ວຍ

ອຸ່ນແກ້ວ ສຸກສະຫວັນ
2016.12.21
F-Chemical ເຄມີ ເຫຼົ່ານີ້ເປັນພາສາຈີນ ທັງໝົດ ຊຶ່ງສ່ວນຫຼາຍແມ່ນ ນໍາເຂົ້າຈາກຈີນ ແລະ ນໍາມາໃຊ້ໃນສວນປູກກ້ວຍ ຂອງນັກລົງທຶນຈີນ
RFA/NY

ທາງການ ເມືອງຫີນເຫີບ ແຂວງວຽງຈັນ ຈະອອກເກັບກຳ ຂໍ້ມູນ ສານເຄມີ ແລະ ປຸ໋ຍ ທີ່ໃຊ້ຢູ່ໃນສວນກ້ວຍ ຂອງຄົນຈີນ ໃນທ້າຍເດືອນ ທັນວາ. ການເກັບກໍາຂໍ້ມູນ ຄັ້ງນີ້ ແມ່ນເພື່ອນຳໄປ ສຶກສາ ວິຈັຍ ຫລັງຈາກ ທີ່ມີການວາງແຜນ ໄວ້ກ່ອນໜ້ານີ້, ດັ່ງ ເຈົ້າໜ້າທີ່ ກ່ຽວຂ້ອງ ເມືອງຫີນເຫີບ ໄດ້ກ່າວວ່າ:

"ຊິລົງຢູ່ ເຂົາຊິນັດມື້ລົງຫັ້ນ ໄດ້ກວດເບິ່ງສາງ ທີ່ວ່ານຳໃຊ້ ຝຸ່ນຫັ້ນນະ ຊນິດໃດໆ ຢາກຮູ້ໂຕນີ້ເນາະ ຢາກຮູ້ຊື່ຝຸ່ນ ຊື່ຢາ ຂະເຈົ້າມານຳໃຊ້ ໃນພື້ນທີ່ນະ ຝຸ່ນນີ້ ນຳໃຊ້ໄດ້ເນາະ ເກີນມາດຖານ ນີ້ບໍ່ໄດ້ ຕ້ອງຮັດກຸມ ຕ້ອງຕາມມາດຖານ ມັນຫັ້ນນະ".

ເຈົ້າໜ້າທີ່ ກ່າວຕື່ມວ່າ ການລົງໄປເອົາຂໍ້ມູນ ໃນຄັ້ງນີ້ ເປັນຄັ້ງທຳອິດ ແລະມີຄວາມ ຈຳເປັນທີ່ສຸດ ເພາະທີ່ຜ່ານມາ ເຄີຍເປີດໂອກາດ ໃຫ້ເຈົ້າຂອງ ສວນກ້ວຍ ນຳສານເຄມີ ມາແຈ້ງຕໍ່ ເຈົ້າໜ້າທີ່ ແຕ່ເຂົາເຈົ້າ ບໍ່ ປະຕິບັດ. ເຖິງຢ່າງໃດກໍຕາມ, ການລົງພື້ນທີ່ ຍັງບໍ່ທັນ ກຳນົດມື້ວ່າ ຈະລົງເມື່ອໃດ ແລະ ໃຊ້ເວລາ ເທົ່າໃດ ຊຶ່ງຕາມແຜນ ແມ່ນໃຫ້ ສຳເຣັດກ່ອນ ປີໃໝ່.

ຢູ່ສວນກ້ວຍຂອງຈີນ ຢູ່ເມືອງຫີນເຫີບ ເຈົ້າໜ້າທີ່ ຍັງພົບວ່າ ມີການໃຊ້ ສານເຄມີ ທີ່ເປັນອັນຕະລາຍ ຢູ່ ເຖິງວ່າ ທາງການ ຈະຫ້າມໃຊ້ ສານເຄມີ ທີ່ນຳເຂົ້າ ຈາກ ປະເທດຈີນ ແລ້ວກໍຕາມ. ປັດຈຸບັນ ຢູ່ເມືອງຫີນເຫີບ ມີບໍຣິສັດຈີນ 1 ບໍຣິສັດ ເຂົ້າມາ ສຳປະທານ ປູກກ້ວຍ ໃນເນື້ອທີ່ 140 ເຮັກຕາ ຢູ່ເຂດ ບ້ານນາຫວາຍ, ບ້ານມຸກ ແລະ ບ້ານວັງໝ້ຽງ ດ້ວຍການເຊົ່າດິນ ຈາກ ປະຊາຊົນ ຕາມການບອກເລົ່າ ຂອງ ເຈົ້າໜ້າທີ່.

ສ່ວນວ່າ ກຳມະກອນ ທີ່ເຮັດວຽກ ຢູ່ໃນສວນກ້ວຍ ຂອງຈີນ ຢູ່ເມືອງຫີນເຫີບ ແມ່ນຄົນລາວ ທີ່ມາຈາກ ຕ່າງເມືອງ ແລະ ຕ່າງແຂວງ, ແລະ ໃນປີ ທີ່ຜ່ານມາ ກໍມີ ກຳມະກອນ ຈຳນວນນຶ່ງ ລົ້ມປ່ວຍ ຈົນໄດ້ເຂົ້າ ໂຮງໝໍ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.