ຂ່າວຄືບໜ້າເຄມີໄຫຼລົງ ລໍານໍ້າ

ສຸພັດຕຣາ
2016.08.22
F-Chemical ຮູປຂອງບໍຣິເວນ ສວນປູກກ້ວຍ ຂອງຈີນ ທີ່ຖືກນໍ້າຖ້ວມ ຮວມທັງສາງເກັບມ້ຽນ ສານເຄມີ ແລະ ຢາຂ້າຫຍ້າຕ່າງໆ ທີ່ຖືກນໍ້າພັດ ໄຫຼລົງສູ່ລໍານໍ້າ
RFA/LX

ທາງການລາວ ຕຣຽມສົ່ງ ເຈົ້າໜ້າທີ່ ດ້້ານ ສິ່ງແວດລ້ອມ ຂັ້ນສູູນກາງ ຂຶ້ນໄປ ຕິດຕາມ ສະພາບເຫດການ ສານເຄມີ ຈາກ ສວນກ້ວຍ ຂອງຈີນ ທີ່ ຖືກນໍ້າຖ້ວມ ແລ້ວໄຫຼລົງສູ່ ນໍ້າແບງ ແລະ ແມ່ນໍ້າຂອງ ທີ່ ເມືອງຮຸນ ແລະ ເມືອງແບງ ແຂວງ ອຸດົມໄຊ ເພື່ອ ຮິບໂຮມຂໍ້ມູນ ແລ້ວນຳສເນີ ຂັ້ນເທິງ ເພື່ອ ຫາວິທີ ແກ້ໄຂ ພາຍຫຼັງ ທີ່ຮູ້ວ່າມີ ສານເຄມີ ແລະ ຢາຂ້າຫຍ້າ ຫຼາຍສິບໂຕນ ຖືກນໍ້າຖ້ວມ ໄຫຼລົງສູ່ ລໍານໍ້າ ແລະ ຢ້ານວ່າ ຈະເກີດ ອັນຕະລາຍ ແລະ ສົ່ງຜົນກະທົບ ຕໍ່ ປະຊາຊົນ ໃນວົງກວ້າງ. ດັ່ງ ເຈົ້າໜ້າທີ່ ກ່ຽວຂ້ອງ ກ່າວວ່າ:

“ທາງເຮົາກຳລັງແຕ່ງກັນ ຂຶ້ນໄປຢູ່່ ດ້ວຍຂໍ້ມູນຕ່າງໆ ທີ່ວ່າອັນນັ້ນມາ ເຮົາກະຍັງໄດ້ ຂໍ້ມູນ ຍັງບໍ່ຄົບຖ້ວນ ເທື່ອ ວ່່າແມ່ນ ຄວາມຈິງ ຫຼືວ່າບໍ່ ອັນວ່າ 55 ໂຕນ ອີ່ຫັຍງ ຕ່າງໆນີ້. ພວກນ້ອງ ຕ້ອງເບິ່ງຂໍ້ມູນ ທີ່ແທ້ຈິງ ວ່າຂໍ້ມູນ ທີ່ໄດ້ມາ ພວກເຮົາ ຕ້ອງໄດ້ນຳມາ ວິເຄາະ ແລ້ວສົ່ງໃຫ້ ຂັ້ນເທິງເພິ່ນ ຊິ້ນຳ ຕໍ່ໄປ”.

ທ່ານວ່າ, ປະຈຸບັນ ທາງສູນກາງ ແມ່ນໄດ້ມອບໝາຍ ໃຫ້ທາງຂັ້ນ ແຂວງ ແລະ ຂັ້ນເມືອງ ເປັນຜູ້ຕິດຕາມ ເກັບກຳ ຂໍ້ມູນ ເບື້ອງຕົ້ນກ່ອນ ເພາະຍັງ ບໍ່ມີຂໍ້ມູນ ຢືນຢັນວ່າ ສານເຄມີ ຈຳນວນ 55 ໂຕນ ທີ່ຮົ່ວໄຫຼນັ້ນ ເປັນຄວາມຈິງ ຫຼືບໍ່ ເພາະ ນັກລົງທຶນຈີນ ທີ່ປູກກ້ວຍ ບໍ່ໄດ້ ແຈ້ງ ຂໍ້ມູນນີ້ ມາຫາທາງ ສູນກາງ ເປັນລາຍລັກ ອັກສອນ ເທື່ອ, ເລີຍບໍ່ຮູ້ວ່າ ຈະມີຈຳນວນ ຫຼາຍເຖິງ 55 ໂຕນ ແມ່ນແທ້ບໍ່ ແລະ ທ່ານ ກ່າວເພີ້ມວ່າ:

“ຕອນນິ້ທາງເຮົາ ໄດ້ມອບໃຫ້ທາງ ຂັ້ນແຂວງ ຂັ້ນເມືອງ ຕິດຕາມກ່ອນ ເພາະວ່າ ຈຳນວນ 55 ໂຕນ ທີ່ ແທ້ຈິງຫັ້ນ ເຮົາບໍ່ຮູ້ ວ່າແມ່ນ ຈຳນວນ ທີ່ ແທ້ຈິງຫຼືບໍ່ ຂະເຈົ້າສເນີ ມາວ່າ ຈຳນວນ ທໍ່ນີ້ ທໍ່ນີ້ໂຕນ ຫັ້ນນະ ເຮົ້າກໍບໍ່ຮູ້ ຈຳນວນ ເພາະວ່າ ຈຳນວນ ເອກກະສານ ທີ່ທາງ ບໍຣິສັດຈີນ ນີ້ເຂົາ ກະຍັງບໍ່ ແຈ້ງມາ ຈາກ ບໍຣິສັດ ຫັ້ນນະ ຈຳນວນ 55 ໂຕນ ແມ່ນແທ້ບໍ”.

ເຫດການ ນໍ້າຖ້ວມສວນກ້ວຍ ຂອງຈີນ ທີ່ເມືອງຮຸນ ແລະເມືອງແບງ ແຂວງ ອຸດົມໄຊ ເມື່ອວັນທີ 13-14 ສິງຫາ ແລ້ວພັດເອົາ ສານເຄມີ ແລະ ຢາຂ້າຫຍ້າ ໄຫຼລົງສູ່ ນໍ້າແບງ ແລະ ແມ່ນໍ້າຂອງ ຊຶ່ງຄາດວ່າ ມີຈຳນວນ ຫຼາຍເຖິງ 55 ໂຕນ ໄຫຼໄປນັ້ນ, ເຮັດໃຫ້ ປະຊາຊົນ ທີ່ ອາໄສຢູ່ ບໍລິເວນ ດັ່ງກ່າວ ຮວມທັງ ປະຊາຊົນລາວ ໂດຍທົ່ວໄປ ທີ່ຢູ່ຕາມ ລຽບ ແມ່ນໍ້າຂອງ ພາກັນ ກັງວົນ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.