ຊາວບ້ານຄວນມີສ່ວນຮັບຮູ້ ຜົນ ກະທົບ

ສົມເນ
2015.03.16
f-donsahong ຊາວບ້ານ ທີ່ ຫາປາລ້ຽງຊີພ ໃນເຂດທ້ອງຖິ່ນ ໂຄງການ ເຂື່ອນ ດອນສະໂຮງ
RFA

ເນື່ອງ ໃນວັນຢຸດ ເຂື່ອນ ໂລກ ວັນທີ່ 14 ມີນາ ປີ 2015 ເອເຊັຽ ເສຣີ ໄດ້ຖາມ ຄໍາເຫັນ ຂອງ ປະຊາຊົນ ທີ່ ໄດ້ຮັບ ຜົນກະທົບ ຈາກ ໂຄງການ ສ້າງ ເຂື່ອນ ຕ່າງໆ ນັ້ນວ່າ ເຂົາເຈົ້າ ຄິດ ແນວໃດ ຕໍ່ການ ສ້າງ ເຂື່ອນ ໃນລາວ. ຊາວບ້ານ ຄົນນຶ່ງ ຢູ່ເຂດ ໂຄງການ ເຂື່ອນ ດອນສະໂຮງ ຕອບວ່າ: ເຂົາເຈົ້າ ຢາກໃຫ້ ທາງການ ລົງໄປ ໂອ້ລົມ ກັບ ປະຊາຊົນ ໃນ ທ້ອງຖິ່ນ ໃຫ້ ຄັກແນ່ ເສັຽກ່ອນ. ດັ່ງ ຊາວບ້ານ ໄດ້ກ່າວ:

"ພາຍຫລັງ ທີ່ ໄດ້ຍິນ ແລ້ວວ່າ ຊິ່ໄດ້ ສ້າງ ເຂື່ອນ ສ້າງຫຍັງ ຫັ້ນນະ ປະາຊົນ ກໍຊິ່ບໍ່ ວ່າຫຍັງດອກ ຄັນຣະດັບ ສູນກາງ ຄັນ ຣະດັບ ແຂວງ ຄັນ ຣະດັບ ເມືອງ ຄັນ ຣະດັບ ບໍຣິສັດ ຖືກ ໂຄງການ ນ້ອຍນຶ່ງ ກໍຕ້ອງ ນໍາ ມາຮວມກັນ ຫາ ທາງອອກ ທາງຫຍັງ ເພາະ ອົງການ ກ່ຽວຂ້ອງ ທັມມະດາ ພວກ ສະພາບ ແວດລ້ອມ ກໍຕ້ອງ ລົງມາ ມາເປີດ ກອງປະຊຸມ ຢູ່ບ້ານ ຄັນມາເປີດ ກອງ ປະຊຸມ ຢູ່ ຂັ້ນ ແຂວງ ໄປ ເປີດຫຍັງ ຢູ່ພຸ້ນ ເຂົາກໍບໍ່ເຫັນ ອົງການ ທີ່ ກ່ຽວຂ້ອງ ມາຈາກ ກະຊວງ ມາຈາກ ຜແນກ ການ ຣັຖມົນຕຣີ ເຂົາກ່າຊິ ຈັກ ອີ່ຫຍັງ. ມາເປີດ ຢູ່ບ້ານເຮົາ ເຂດເຮົາ ເບິ່ງ ໂຕຈິງ ອີງຕາມ ຄວາມທຸກຍາກ ຂອງ ປະຊາຊົນ ມັນຢູ່ ຈັ່ງໃດ ກິນ ຈັ່ງໃດ ບ້ານນີ້ມັນ ເປັນ ຈັ່ງໃດ ຫ່າງຈາກ ໂຕເມືອງ ຈັ່ງໃດ ການຄອງຊີພ ເປັນ ຈັ່ງໃດ ໃຫ້ເຂົາເຫັນ ໂຕຈິງ ມັນຈັ່ງ ຊິ່ຈັກ".

ປະຊາຊົນ ຜູ້ນີ້ ເວົ້າຕໍ່ ວ່າ ຜ່ານມາ ມີແຕ່ ນາຍບ້ານ ເທົ່ານັ້ນ ທີ່ ໄດ້ ເຂົ້່າຮ່ວມ ກອງ ປະຊຸມ. ເຖິງ ແມ່ນວ່າ ປະຊາຊົນ ສົ່ງ ຄໍາຄິດ ຄໍາເຫັນ ຜ່ານ ນາຍບ້ານ ແລ້ວ ກໍດີ, ແຕ່ ນາຍບ້ານ ບໍ່ສາມາດ ເວົ້າແທນ ປະຊາຊົນ ໄດ້ ທຸກຢ່າງ ຈຶ່ງຢາກ ໃຫ້ ຂັ້ນເທິງ ລົງມາຖາມ ປະຊາຊົນ ໂດຍກົງ ໂລດ.

ປະຊາຊົນ ທີ່ ໄດ້ຮັບ ຜົນກະທົບ ຈາກ ການສ້າງ ເຂື່ອນ ໃນລາວ ຫລາຍປີ ມານີ້ ມີ ປະມານ 35,000 ຄົນ. ຜົນກະທົບ ນັ້ນ ມີທັງ ຈາກ ເຂື່ອນ ຂນາດນ້ອຍ ແລະ ຂນາດໃຫຍ່ ປະຊາຊົນ ຕ້ອງໄດ້ ຍ້າຍບ້ານ ຂາດ ທີ່ຢູ່ ທໍາກິນ ທົ່ງໄຮ່ ທົ່ງນາ ເກີດ ນໍ້າຖ້ວມ ໃນ ຣະດູ ແລ້ງ ພວກທີ່ ຢູ່ທາງໃຕ້ ເຂື່ອນ ຫລາຍບ່ອນ ເກີດ ພັຍ ແຫ້ງແລ້ງ ຈໍານວນ ປູປາ ກໍນັບມື້ ຫລຸດລົງ.

ເວລານີ້ ສປປລາວ ມີໂຄງການ ເຂື່ອນ ທີ່ ກໍາລັງ ກໍ່ສ້າງ ແລະ ຕຣຽມ ຈະສ້າງ ຈໍານວນ 38 ໂຄງການ. ໂຄງການ ທີ່ຈະ ເລີ້ມສ້າງ ໃນ ປີ 2015 ຈໍານວນ 17 ໂຄງການ, ແລະ ໂຄງການ ທີ່ ຄາດວ່າ ຈະເລີ້ມ ສ້າງ ໃນປີ 2020 ອີກ 37 ໂຄງ ການ. ຜົນກະທົບ ທີ່ ຈະເກີດ ແກ່ ປະຊາຊົນ ນີ້ ຄາດວ່າ ຈະມີ ຫລາຍ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.