ຄົນງານລາວເສັຍຊີວິດຢູ່ໄທຍ໌ (ຕໍ່)
2013.10.09

ເຈົ້າໜ້າທີ່ຕໍາຣວດໄທຍ໌ ໄດ້ສອບປາກຄໍາ ຄົນງານລາວ ທີ່ລອດຊີວິດຈາກ ອຸບັດຕິເຫດ ຣົດຕໍາຕົ້ນໄມ້ ທີ່ເຮັດໃຫ້ຄົນງານລາວ 19 ຄົນ ແລະ ຄົນຂັບຣົດທີ່ເປັນຄົນໄທຍ໌ອີກຄົນນຶ່ງ ເສັຍຊີວິດ ເພື່ອຂຍາຍຜົນ ເອົາຄວາມຜິດພວກຄ້າແຮງງານ ຂ້າມຊາດ ຫລັງພົບຂໍ້ສົງສັຍຫຼາຍຢ່າງ ທັງ ການໃຊ້ໃບຂັບຂີ່ຂອງຄົນອື່ນ, ການຂັບຣົດຫລີກເສັ້ນທາງສາຍຫລັກ ແລະການບັນທຸກຜູ້ໂດຍສານຫລາຍເຖິງ 25 ຄົນ.
ໃນວັນທີ 8 ຕຸລາ 2013, ທີ່ໂຮງໝໍບຸຣີຣໍາແຂວງບຸຣີຣໍາ ພັນຕໍາຣວດ ເອກ ວິຣັດ ຖາດທອງ ຮອງຜູ້ບັນຊາການຕໍາຣວດແຂວງບຸຣີຣໍາ ພ້ອມ ພະນັກງານສອບສວນ ເມືອງບ້ານດ່ານໄດ້ສອບສວນປາກຄໍາທ້າວ ພູ ຫລ່ຽມວົງຣັດ ຄົນແຂວງ ສາຣະວັນສປປລາວຊຶ່ງເປັນຜູ້ນຶ່ງໃນຈໍານວນ ຄົນງານລາວ ທີ່ລອດຊີວິດຈາກອຸບັດຕິເຫດ ຣົດກະບະໂຕໂຍຕາ ວີໂກ ສີ່ປະຕູຊຶ່ງເສັຍຫລັກໄປຕໍາຕົ້ນໄມ້ຂ້າງທາງ ຖນົນສາຍບຸຣີຣໍາ-ສະຕຶກ ບໍຣິເວນບ້ານໂນນສວັນເມືອງບ້ານດ່ານ ແຂວງບຸຣີຣໍາ ເຮັດໃຫ້ມີຜູ້ເສັຍຊີວິດທັງໝົດ 20 ຄົນ. ໃນນັ້ນເປັນຍິງ 11 ຄົນ ແລະບາດເຈັບອີກ 7 ຄົນ. ໃນຈໍານວນ 7 ຄົນນັ້ນ ມີຜູ້ບາດເຈັບສາຫັດ 6 ຄົນ ທີ່ກໍາລັງຮັກສາຕົວ ຢູ່ໂຮງໝໍບຸຣີຣໍາ.
ມາເຖິງປັດຈຸບັນ ມີຍາດພີ່ນ້ອງມາຂໍຮັບເອົາສົບຜູ້ເສັຍຊີວິດແລ້ວ 1 ສົບ. ພ້ອມກັນນັ້ນເຈົ້າໜ້າທີ່ຍັງໄດ້ສອບປາກຄໍາຍາດພີ່ນ້ອງຊາວລາວ ທີ່ ມາຕິດຕໍ່ຂໍຮັບສົບທີ່ໂຮງໝໍບຸຣີຣໍາຄົນນຶ່ງ ແລະສອບປາກຄໍາເຈົ້າຂອງລົດກະບະຄັນທີ່ເກີດເຫດ ທີ່ທ້າວ ສຸວະພອນໄຊ ພັນຈັນ ອາຍຸ 27 ປີ ຄົນອຸບົນເປັນຜູ້ຂັບ ໂດຍໃຊ້ໃບຂັບຂີ່ຂອງຄົນອື່ນ ແລະເສັຍຊີວິດໃນທີ່ເກີດເຫດ.
ຈາກການສວບສວນແລະພົບສິ່ງທີ່ມີພິລຸດຫລາຍຢ່າງຮວມທັງການໃຊ້ໃບຂັບຂີ່ຂອງຜູ້ອື່ນ ການຂັບຣົດຫລົບຫລີກການກວດກາຂອງເຈົ້າໜ້າທີ່ ທ່ານ ວິຣັດ ຈຶ່ງເຊື່ອວ່າ ໜ້າຈະເປັນຂະບວນການຄ້າແຮງງານຂ້າມຊາດ. ດັ່ງນັ້ນ ຈຶ່ງຈະໄດ້ນໍາ ຂໍ້ມູນໄປຂຍາຍຜົລ ສາວເຖິງນາຍໜ້າຜູ້ວ່າ ຈ້າງແລະພວກທີ່ມີສ່ວນກ່ຽວຂ້ອງມາດໍາເນີນຄະດີຕາມກົດໝາຍ ຫາກພົບວ່າມີຄວາມຜິດແທ້.
ຈາກການສວບສວນ, ທ້າວ ພູ ວ່າ ກ່ອນຈະໄດ້ເຂົ້າມາຝັ່ງໄທຍ໌ ຕ້ອງເສັຍຄ່ານາຍໜ້າທີ່ເປັນຄົນລາວຈໍານວນ 2,300 ບາດ. ຈາກນັ້ນຈະມີ ນາຍໜ້າຈາກຝັ່ງໄທຍ໌ໄປຮັບເອົາ ແລ້ວນໍາໄປສົ່ງບ່ອນເຮັດວຽກ ຕາມສະຖານທີ່ຕ່າງໆ. ພັນຕໍາຣວດ ເອກ ວິຣັດ ເວົ້າວ່າ ເຈົ້າໜ້າທີ່ຕໍາຣວດ ຈະເລັ່ງສືບສວນສອບສວນຫາຄວາມຈິງກ່ຽວກັບຂະບວນການ ດັ່ງກ່າວຢ່າງຮີບດ່ວນ ພ້ອມທັງສັ່ງໃຫ້ທຸກທ້ອງຖິ່ນ ໃນແຂວງບຸຣີຣໍາ ກວດຣົດ ທີ່ຕ້ອງສົງສັຍ ຢ່າງເຂັ້ມງວດ ໂດຍສະເພາະ ຣົດທີ່ຂົນ ຜູ້ໂດຍສານ ຫລາຍຜິດປົກກະຕິ.