ວັນປູກຕົ້ນໄມ້ແຫ່ງຊາຕ

ການຣະດົມ ປູກຕົ້ນໄມ້ ທົດແທນ ແລະ ເພື່ອຮັກສາ ສິ່ງແວດລ້ອມ ໃນ ສປປລາວ ໃນທຸກໆປີ ດຳເນີນໄປ ຢ່າງຄຶກຄັກ ແຕ່ການ ເອົາໃຈໃສ່ ແລະ ບົວລະບັດ ເພື່ອ ໃຫ້ຕົ້ນໄມ້ ທີ່ ປູກໄປນັ້ນ ແຂງແຮງ ແລະ ເຕີບໂຕ ພາກສ່ວນ ກ່ຽວຂ້ອງ ຍັງຈະຕ້ອງ ໄດ້ເພີ້ມ ມາຕການ ຢ່າງເຂັ່ງຄັດ.

ວັນປູກຕົ້ນໄມ້ ແຫ່ງຊາຕ ທີ່ ສປປ ລາວ LPDR

 

ການຣະດົມ ປູກຕົ້ນໄມ້ ທົດແທນ ແລະ ເພື່ອຮັກສາ ສິ່ງແວດລ້ອມ ໃນ ສປປລາວ ໃນທຸກໆປີ ດຳເນີນໄປ ຢ່າງຄຶກຄັກ ແຕ່ການ ເອົາໃຈໃສ່ ແລະ ບົວລະບັດ ເພື່ອ ໃຫ້ຕົ້ນໄມ້ ທີ່ ປູກໄປນັ້ນ ແຂງແຮງ ແລະ ເຕີບໂຕ ພາກສ່ວນ ກ່ຽວຂ້ອງ ຍັງຈະຕ້ອງ ໄດ້ເພີ້ມ ມາຕການ ຢ່າງເຂັ່ງຄັດ.

ວັນ​ທີ 1 ມິ​ຖຸ​ນາ ແມ່ນວັນປູກ​ຕົ້ນ​ໄມ້ ແຫ່ງ​ຊາ​ຕ ແລະ ວັນ​ເດັກ​ນ້ອຍ ​ສາ​ກົນ ໃນ​ສ​ປ​ປ​ລາວ ທີ່ ຣັ​ຖ​ບານ​ລາວ ໃຫ້​ຄວາມ​ສຳ​ຄັນເປັນ​ຢ່າງ​ຍິ່ງ ດັ່ງ​ນັ້ນ ທຸກໆ​ປີ ມີ​ການຣະ​ດົມ ອົງ​ການ​ຈັດ​ຕັ້ງ ທຸກ​ພາກ​ສ່ວນ ຮວມ​ທັງ ພາກ​ຣັ​ຖ​, ເອກ​ຊົນ, ທຸ​ຣະ​ກິ​ຈ ແລະ ​ບັນ​ດານັກ​ຮຽນ​ນັກ​ສຶກ​ສາ ໃຫ້​ປູກ​ຕົ້ນ​ໄມ້ ເພື່ອ​ທົດ​ແທນ ຕົ້ນ​ໄມ້ ທີ່​ຖືກ​ຕັດ​ໄປ ແລະ ​ຮັກ​ສາ​ສິ່ງແວດ​ລ້ອມ, ຄຽງ​ຄູ່​ໄປ​ກັບ​ການ​ສ​ລອງວັນ​ເດັກ​ນ້ອຍສາ​ກົນ ໂດຍມີ​ການ​ຈັດ​ກິ​ຈ​ກັມ ໃຫ້​ເດັກ​ນ້ອຍ ໄດ້​ມີ​ການ​ແຂ່ງ​ຂັນ ແລະ ຫລິ້ນເກມ​ຕ່າງໆ, ພ້ອມ​ກັບ ປູກຈິຕ​ສຳ​ນຶກ ​ໃຫ້ເດັກ​ນ້ອຍ ຮູ້​ຈັກ​ຮັກ​ທັມ​ມະ​​ຊາ​ຕ ແລະ ສິ່ງ​ແວດ​ລ້ອມ.

ການ​ຣະ​ດົມ ການ​ປູກ​ຕົ້ນ​ໄມ້ ໃນ​ແຕ່​ລະ​ປີ ແມ່ນ​ດຳ​ເນີນ​ໄປ​ເປັນ​ຂະ​ບວນ ຢ່າງ​ຄຶກ​ຄື້ນ ແຕ່​ວ່າ ຍັງ​ດຳ​ເນີນ​ໄປ ບໍ່​ສຸ​ດ​ກົກ​ສຸກ​ປາຍ ເນື່ອງ​ຈາກວ່າ ການ​ປູກ​ຕົ້ນ​ໄມ້ ແມ່ນ ກິຈກັມ ທີ່​ຕໍ່​ເນື່ອງ ເພື່ອ​ເຮັດ​ໃຫ້ ຕົ້ນ​ໄມ້ ເຫລົ່າ​ນັ້ນ ເຕີບ​ໂຕ ໃຫ້​ເປັນ​ເສ​ຖ​ກິ​ຈ ແລະ ຂຽວ​ສະ​ອຸ່ມ ເພື່ອ​ຮັກ​ສາ​ສະ​ພາບ​ແວ​ດ​ລ້ອມ, ແລະ ເປັນ​ຊັ​ພ​ຍາ​ກອນ​ທັມ​ມະ​ຊາ​ຕ ທີ່​ຍືນ​ຍົງ. ເຊັ່ນ​ດຽວ​ກັນ​ກັບ ການ​ເອົາ​ໃຈ​ໃສ່ ເບິ່ງ​ແຍງ ເດັກ​ນ້ອຍ​ນັກ​ຮຽນ ເພື່ອ​ໃຫ້​ເປັນ​ຊັ​ພກອນ​ມະ​ນຸ​ສ ໃນ​ອະ​ນາ​ຄົດ ກໍ​ຕ້ອງ​ໄດ້​ຕິດ​ຕາມເອົາ​ໃຈ​ໃສ່ ບໍ່​ໃຫ້​ຂາດ​ເຂີນ ໂດຍ​ສະ​ເພາະ ດ້ານ​ການ​ສຶກ​ສາ ໃຫ້​ສຸດ​ກົກ​ສຸດ​ປາຍ.

ສຳ​ລັບ​ປີ​ນີ້ ໃນ​ແຂວງ​ສວັນ​ນະ​ເຂ​ດ ມີ​ໂຄງ​ການ​ປູກ​ຕົ້ນ​ໄມ້ ໃຫ້​ໄດ້ 2,500 ເຮັກ​ຕາ​ຣ, ໂດຍ​ສະ​ເພາະ ແມ່ນ​ຈຳ​ພວກ ໄມ້​ດູ່​ລາຍ, ໄມ້​ຂ​ຍຸງ, ​ໄມ້​ແຕ້​ຄ່າ, ໄມ້​ແກບ, ໄມ້​ບາກ, ໄມ້​ສັກ ແລະ ຢາງ​ພາ​ລາ. ດັ່ງ​ເຈົ້າ​ໜ້າ​ທີ່ ກ່າວ ກ່ອນ​ໜ້າ​ນີ້ ວ່າ:

ມັນກະມີ 2,500 ເຮັກຕາ ແຕ່ມັນມີຣັ ແດ່, ປະຊາຊົນແດ່, ບໍຣິສັດແດ່ ມັນຕ້ອງໄດ້ແຍກ ຢ່າລະອຽດ ເນາະ

ສ່ວນ​ນະ​ຄອນ​ຫລວງວຽງ​ຈັນ ໄດ້​ກຳ​ນົດການ​ປູກ​ຕົ້ນ​ໄມ້​ຕື່ມ​ອີກ ປະ​ມານ 400 ກ່​ວາ​ເຮັກ​ຕ​າ​ຣ. ນອກ​ຈ​າກ​ນັ້ນ​ແລ້ວ, ການ​ປູກ​ຕົ້ນ​ໄມ້ ແມ່ນນຶ່ງ​ໃນ​ແຜນ​ການ ​ທີ່​ຈັດ​ຂຶ້ນ ຕາມ​ແຜນການ​​ ສ້າງ​ນະ​ຄອນ​ຫລວງ ໃຫ້​ໄດ້ 6 ສໍ, ຄື ສີ​ຂຽວ, ຕິດ​ຕາມ​ມາ​ດ້ວຍ ສ. ສະ​ອາດ, ສ. ສ​ງົບ, ສ. ສ​ວ່າງ, ສ​ເນ່ ແລະ ສີ​ວິ​ໄລ, ໂດຍ​ສະ​ເພາະ ແມ່ນ​ການ​ສ້າງ ສ. ສີ​ຂຽວ ໃນ​ແຕ່​ລະ​ສະ​ຖານ​ທີ່ ສຳ​ນັກ​ງານ​ຕ່າງໆ. ສ່ວນ​ຢູ່​ໃນ​ຕົວ​ເມືອງ​ນັ້ນ, ການ​ປູກ​ຕົ້ນໄມ້ ແມ່ນ​ຮວມ​ທັງ ການ​ປູກ​ຕົ້ນ​ໄມ້ ກິນ​ໝາກ, ຕົ້ນ​ໄມ້ ປະ​ດັບ ແລະ ຕົ້ນໄມ້ ທີ່​ໃຫ້​ຄວາມ​ຊຸ່ມ​ເຢັນ ຫລື​ວ່າ ເປັນ​ຮົ່ມ​ເງົາຕ່າງໆ.

ສ່ວນ​ອົງ​ການ ແລະ ສຳ​ນັກ​ງານ ທີ່​ໃຫ້​ຄວາມ​ສໍ​າ​ຄັນ​ຍິ່ງ ແລະ ເປັນ​ຂະ​ບວນ​ຟົດ​ຟື້ນ ແມ່ນ​​ອົງການ​ຈັດ​ຕັ້ງ ຈາກ​ພາກ​ຣັ​ຖ ໂດຍ​ສະ​ເພາະ ແມ່ນ​ທະ​ຫານ ແລະ ຕຳ​ຣວດ. ດັ່ງ​ທ່ານ ພັນ​ໂທ ແສງ​ເພັດ ຍະ​ພິ​ຈິດ, ຫົວ​ໜ້າ ຫ້ອງ​ການ​ຄຸ້ມ​ຄອງ ສຳ​ມະ​ໂນ​ຄົວ ແລະ ກໍ່​ສ້າງ​ຮາກ​ຖານ, ກ່າວ​ວ່າ:

ນໍພາ ບັນດາອ້າຍນ້ອງກົມກອງ ແຕ່ລະແນກການ ຫັ໋ນລະ ອ້ອມຂ້າງກົມ ຮວມທັງໝົດນີ້ ກະຢູ່ໃນຈຳນວນ 110 ກ່ວາສະຫາຍ. ຈາກນັ້ນ ກະໄດ້ນຳເອົາ ບັນດາເບັ້ຽໄມ້ ທີ່ສຳຄັນ ໂດຍສະເພາະ ຢ່າງຍິ່ງ ກະບັນດາເບັ໋ຽໄມ້ ຍາວນານ, ບ່ອນໃດ ທີ່ວ່າຈະປັບປຸງ ໃຫ້ເປັນທີ່ຣະລຶກ. ຈາກນັ້ນ ກະຈະມີຕົ້ນໄມ້ ຈຳນວນນຶ່ງ ເປັນຕົ້ນໄມ້ກິນໝາກ ລະຍະສັ້ນ ລະຍະຍາວ, ອັນນີ້ ອາດຈະຢູ່ໃນຈຳນວນ 40 ປາຍກ່ວາເບັ້ຽ.”

ໃນ​ລະ​ຍະ​ຜ່ານ​ມາ ນອກ​ຈາກ​ການ ການ​ປູກ​ຕົ້ນ​ໄມ້ ບໍ່​ບັນ​ລຸ​ເປົ້າ​ໝາຍ​ແລ້ວ ຍັງ​ເຮັດ​ໃຫ້ ຕົ້ນ​ໄມ້ ທີ່​ປູກ​ໄປ​ນັ້ນ ລົ້ມ​ຫາຍ​ຕາຍ​ຈາກ ຢ່າງ​ຫລວງ​ຫລາຍ​ ຍ້ອນການ​ຂາດ​ເອົາ​ໃຈ​ໃສ່ ເບິ່ງ​ແຍງ ຂອງ​ເຈົ້າ​ໜ້າ​ທີ່ ກ່ຽວ​ຂ້ອງ. ກ່ຽວ​ກັບ ເຣື້ອງ​ນີ້ ຜູ້​ທີ່​ມີ​ປ​ະ​ສົ​ພ​ການ ການ​ປູກ​ຕົ້ນ​ໄມ້ ກ່າວ​ເຖິງ ຈຸດ​ບົກ​ຜ່ອງ ທີ່​ເຮັດ​ໃຫ້ ຕົ້ນ​ໄມ້ ທີ່​ປູກ​ໃໝ່ ນັ້ນ ຕາຍ ວ່າ:

“​ຈຸດອອ່ນ ນຳການປົກປັກຮັກສາ ຈຸດອ່ອນແທ້ໆ. ສ່ວນຫລາຍ ມອບໃຫ້ຜູ້ຮັບຜິດຊອບແລ້ວ ບໍ່ເບິ່ງມັນຫັ໋ນນ໋າ ແບບນີ້ຫັ໋ນ໋າ, ປະໄປ ຕາມມີຕາມເກີດ ແບບບໍ່ຮັກສາ ບໍ່ໃສ່ຝຸ່ນ ບໍ່ໃສ່ປຸ໋ຍ ຫັ໋ນນ໋າ. ເບື້ອງຕົ້ນ ກະຕ້ອງໃຫ້ມັນໃຫຍ່ ຊະກ່ອນ ຄັນຊິປະຫັ໋ນນ໋າ ໃຫ້ມັນຕິດລະອຽດ ລະເຮົາ ຈັ່ງຄ່ອຍປະ, ປະໄດ້ອັນນັ້ນ. ຈຸດນີ້ ລະຈຸດຕົ້ນຕໍແທ້. ຄັນປູກໄປແລ້ວ ກະຊິປະມານ 60-70% ນີ້ລະ. ຖ້າວ່າ ບົວລະບັດດີໆ ມັນກະ 80-90% ພຸ້ນລະ. ຕົ້ນໄມ້ ມັນໃຫຍ່ນາດໃດ ເຮົາສາມາດບໍ່ຫົດນ້ຳຫັ໋ນນະ, ເຮົາຈຶ່ງໄດ້ປະມັນ ຫາກວ່າ ຮາກມັນຈັບແລ້ວເນາະ. ປະລະກະມີແຕ່​​ວ່າ ເບິ່ງແຍງເຣື້ອງຍ້າ ເຣື້ອງແນອື່ນມັນຂຶ້ນຫັ໋ນເນາະ. (ຈຸດອ່ອນ ຫລື ຈຸດບົກຜ່ອງ ທີ່ເຮົາຄວນປັບປຸງ ແມ່ນດ້ານໃດ ທີ່ເຮັດໃຫ້ມັນໃຫຍ່ ໃຫ້ມັນເຕີບໂຕຫັ໋ນ) ຍາຍາມໃສ່ຝຸ່ນນີ້ລະ, ລະກະຮັກສານີ້ລະ ທີ່ວ່າ ຢູ່ອ້ອມຂ້າງມັນຫັ໋ນ, ຈະໄປໃນລະຍະນຶ່ງ ປະມານ 1-5 ປີ ແມ່ນປະໄດ້ ຖ້າໂຕໃດ ທີ່ຮາກມັນຕິດແລ້ວ. (ສ່ວນຫລາຍ ເພິ່ນປູກຕົ້ນຍັງ) ສ່ວນຫລາຍ ບ້ານເຮົາ ສ່ວນຫລາຍ ເພິ່ນປູກໄມ້ ຫວງຫ້າມ ເຊັ່ນໄມ້ດູ່, ໄມ້ແຕ້ ໄປຈັ່ງຊັ້ນນ໋າ ລະກະ ໄມ້ຍາງ ພວກປະເພດ ທີ່ວ່າ ຄຸ້ມຄອງ ໄມ້ຍາງ, ໄມ້ຊີ, ໄມ້ບາກ ໄປຊັ໋ນນ໋ະ.”

​ໂຄງ​ການ​ປູກ​ຕົ້ນ​ໄມ້ ໃນ​ວັນ​ປູກ​ຕົ້ນ​ໄມ້ ແຫ່ງ​ຊາ​ຕ ໃນ​ປີ 2012 ຜ່ານ​ມາ ພົບ​ວ່າ ຍັງ​ບໍ່​ບັນ​ລຸ​ຜົ​ລ​ສໍ​າ​ເລັດ ເທົ່າ​ທີ່​ຄວນ ເຊັ່ນ​ດຽວ​ກັນ, ຊຶ່ງ​ໃນ​ນະ​ຄອນ​ຫລວງວຽງ​ຈັນ ບັນ​ລຸ​ຜົ​ລ​ສຳ​ເລັດ ພຽງ​ແຕ່ 60 ສ່ວນ​ຮ້ອຍເທົ່າ​ນັ້ນ, ຄື​ປູກໃນ​ເນື້ອ​ທີ່ ທັງ​ໝົດ 494 ເຮັກ​ຕາ​ຣ ມີ​ຕົ້ນ​ໄມ້ ເຕີບ​ໂຕ 60 ກ່​ວາ​ສ່ວນ​ຮ້ອຍ, ສ່ວນ​ທີ່​ເຫລືອ ແມ່ນ​ຕາຍ​ໄປ ຍ້ອນ​ສະ​ພາບ​ອາ​ກາດ​ມີ​ການ​ປ່ຽນ​ແປງ ແລະ ຂາດ​ການ​ເອົາ​ໃຈ​ໃສ່.

ການ​ປູກ​ຕົ້ນ​ໄມ້ ໃນ​ລະ​ຍະ​ຜ່ານ​ມາ ແມ່ນ​ໄດ້​ມອບ​ໃຫ້ ເຈົ້າ​ໜ້າ​ທີ່ ກ່ຽວ​ຂ້ອງ ຮັບ​ຜິດ​ຊອບ ເປັນ​ຕົ້​ນ ຢູ່​ໃນ​ເນື້ອ​ທີ່ ຂອງ​ເມືອງ ກໍ​ຈະ​ແມ່ນເຈົ້າ​ໜ້າ​ທີ່ ປ່າ​ໄມ້ເມືອງ ​ຮັບ​ຜິດ​ຊອບ, ສ່ວນ​ເນື້ອ​ທີ່ແຂວງ ກໍ​ຈະ​ໃຫ້​ເຈົ້າ​ໜ້າ​ທີ່ ປ່າ​ໄມ້​ແຂວງ ເປັນ​ຜູ້​ຮັບ​ຜິດ​ຊອບ. ນອກ​ຈາກ​ນັ້ນ, ຍັງ​ໄດ້​ມອບ​ໃຫ້ໜ່ວຍ​ທຸ​ຣະ​ກິ​ຈ ທີ່​ມີ​ສ່ວນຂ້ອງ ​ຮັບ​ຜິດ​ຊອບ ອີກ​ດ້ວຍ ເປັນ​ຕົ້​ນ​ແມ່ນ ໂຮງ​ເລື່ອຍ ໂຮງ​ຊອຍ ແລະ ອື່ນໆ.

ຕາມ​ນະ​ໂຍ​ບາຍ ຂອງ​ສ​ປ​ປ​ລາວ ທີ່​ໄດ້​ວາງ​ອອກນັ້ນ ແມ່ນຖື​ເອົາ​ວຽກ​ງານ​ຄຸ້ມ​ຄອງ, ປົກ​ປັກ​ຮັກ​ສາ ແລະ ພັ​ທ​ນາ ປ່າໄມ້ ເປັນ​ວຽກ​ງານ ຍຸ​ທ​ສາດ ທີ່​ສໍ​າ​ຄັນ ໃນ​ການ​ພັ​ທ​ນາ ເສ​ຖ​ກິ​ຈ-ສັງ​ຄົມ ແຫ່ງ​ຊາ​ຕ, ໂດຍ​ສະ​ເພາະ ເນັ້ນ​ໃສ່ ການ​ປູກ​ຕົ້ນ​ໄມ້ ແລະ ຟື້ນ​ຟູປ່າ ໃຫ້​ມີ​ເນື້ອງ​ທີ່ ປົກ​ຫຸ້ມ ທົ່ວ​ປະ​ເທດ ໃຫ້​ໄດ້ 65% ໃນ​ປີ 2015 ແລະ 70% ໃນ​ປີ 2020. ເຖິງ​ຢ່າງ​ໃດ ກໍ​ຕາມ, ເມື່ອບໍ່​ເທົ່າ​ໃດ ປີ​ມາ​ນີ້ ທະ​ນາ​ຄານ​ໂລກ ຣາຍງານ ວ່າ ໃນປີຊຸມປີ 1940 ລາວ ປົກຫຸ້ມໄປ​ດ້ວຍ ປ່າໄມ້ ເຖິງ 70% ຂອງພື້ນທີ່ ໃນທົ່ວປະເທດ, ຕໍ່ມາ ໃນຊຸມປີ 1960 ປ່າໄມ້ ໃນລາວ ໄດ້ຫລຸດລົງເຫລືອ 64%. ຈາກການ ສຳ ຣວດ ໃນປີຊຸມປີ 1980 ພົບວ່າ ປ່າໄມ້ ໃນລາວ ຍັງເຫລືອ ພຽງແຕ່ 47% ໃນທົ່ວປະເທດ ແລະ ໃນປັດຈຸບັນນີ້ ຄາດວ່າ ອາດເຫລືອບໍ່ຮອດ 30% ເທົ່າ​ນັ້ນ ຍ້ອນການລັກຕັດໄມ້ ຂອງ ກຸ່ມການຄ້າ ແລະ ການຕັດໄມ້ ເພື່ອໃຊ້ຫນີ້ ຂອງຣັຖບານລາວ ຫລື ການຕັດໄມ້ ເພື່ອສ້າງລາຍໄດ້ ເຂົ້າໃນງົປະມານ ຂອງຊາຕ ໃນແຕ່ລະປີ ເພາະຣັຖບານລາວ ບໍ່ມີລາຍໄດ້ ຈາກທາງ​ອື່ນ ໃນ​ລະ​ຍະ​ດັ່ງ​ກ່າວ.

2025 M Street NW
Washington, DC 20036
+1 (202) 530-4900
lao@rfa.org