ປ່າສງວນແຫ່ງຊາດລາວ ມີອີກສອງແຫ່ງ


2013.08.07
F-Forest ປ່າດົງພົງໄພ ໃນພາກໃຕ້ຂອງລາວ ທີ່ອຸດົມສົມບູນ ກໍາລັງຈະສູນໄປ ດ້ວຍການຕັດໄມ້ທໍາລາຍປ່າ
RFA

 

ທາງການລາວ ຈັດປ່າສງວນ ແຫ່ງຊາດ ໄວ້ຕື່ມອີກ ສອງແຫ່ງ ຄື: ປ່າສງວນ ແຫ່ງຊາດ ຮິບຮີ່ ທີ່ແຂວງ ບໍຣິຄຳໄຊ ແລະ ປ່າສງວນ ແຫ່ງຊາດ ລະວິງ-ລະເວນ ທີ່ແຂວງ ສວັນນະເຂດ ເຮັດໃຫ້ຈຳນວນ ປ່າສງວນແຫ່ງຊາດ ເພີ້ມຂື້ນເປັນ 24 ແຫ່ງ ໃນທົ່ວປະເທດ.

ຈຸດປະສົງ ຂອງການຈັດ ປ່າສງວນເຫລົ່ານີ້ ກໍເພື່ອຮັກສາ ປ່າໄມ້ ແລະ ສັດປ່າ. ບັນຫາວ່າ ເຈົ້າ ໜ້າທີ່ ຈະປະຕິບັດ ຕາມຈຸດປະສົງ ນັ້ນໄດ້ບໍ່? ຜ່ານມາມີຂ່າວ ຢູ່ເລື້ອຍໆວ່າ ປະຊາຊົນ ຍັງລັກເຂົ້າໄປ ຕັດໄມ້ແລະລ້າສັດຢູ່ໃນປ່າສງວນ ແຫ່ງຊາດ ເຫລົ່ານັ້ນຢູ່ ບໍ່ເທົ່ານັ້ນ ບໍຣິສັດລົງທຶນປູກຢາງພາຣາ ຂອງຕ່າງປະເທດ ກໍຂຍາຍສວນຢາງ ຂອງເຂົາ ໄປກວມເອົາ ປ່າສງວນຫລາຍໆແຫ່ງ ເປັນຕົ້ນ ຢູ່ພາກໃຕ້ ຂອງລາວ.

ທ່ານ ຈັ່ນຈ່ອງ ຫົວໜ້າ ບໍຣິສັດ ນຳທ່ຽວວຽດນາມ ກ່າວວ່າ ເມື່ອປີ 1940 ລາວມີປ່າໄມ້ປົກຄຸມປະເທດເຖິງ 70 ສ່ວນຮ້ອຍ ແຕ່ເມື່ອປີ 2001 ຫລຸດລົງ ຍັງເຫລືອແຕ່ 40 ສ່ວນຮ້ອຍ. ຣັຖບານລາວ ຈັດປ່າສງວນໄວ້ ກໍເພື່ອປົກປັກ ຮັກສາປ່າໄມ້ ຊຶ່ງເປັນແຫລ່ງ ທ່ອງທ່ຽວ ທີ່ ສຳຄັນຂອງລາວ.

ຜູ້ນຳລາວ ປະກາດ ເມື່ອບໍ່ດົນມາວ່າ ຣັຖບານລາວ ຈະຣະດົມ ປູກຕົ້ນໄມ້ ແລະ ຮັກສາປ່າໄມ້ ເພື່ອໃຫ້ ປະເທດລາວ ມີປ່າໄມ້ຕຶບໜາ ຂື້ນຄືນຄືເກົ່າ ພາຍໃນປີ 2020. ຕໍ່ຄຳປະກາດ ນີ້ກໍເຊັ່ນດຽວກັນ ບັນຫາໃຫຍ່ ກໍຄື ຈະເຮັດໄດ້ບໍ່. ອົງການ ຮັກສາ ສິ່ງແວດລ້ອມ The Global Witness ຣາຍງານ ເມື່ອສອງເດືອນ ກ່ອນນີ້ວ່າ ບໍຣິສັດ ທະຫານວຽດນາມ ຍັງຕັດໄມ້ຢູ່ ລາວ ແລະ ກຳພູຊາ ຕລອດມາ ແລະ ຂົນໄປວຽດນາມ ເພື່ອຜລິດ ເຟີນີເຈີ ຈົນວຽດນາມ ກາຍເປັນ ປະເທດນຶ່ງ ທີ່ສົ່ງເຟີນີເຈີ ອອກຂາຍຕ່າງ ປະເທດຫລາຍ ທີ່ສຸດໃນໂລກ ທັ້ງໆທີ່ ວຽດນາມ ເປັນປະເທດ ທີ່ບໍ່ມີຕົ້ນໄມ້ ເລີຍ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.