ວັນປົກປ້ອງສັດປ່າສາກົນ ໃນລາວ

ສິດນີ
2014.03.09
F-Wildlife ສັດປ່າຈາກລາວຖືກທາງການທະຫານເຮືອໄທຈັບໄດ້ ຕອນລັກລອບຂ້າມຂອງຣະຫວ່າງຊາຍແດນລາວ-ໄທ
Photo: AFP

 

ອົງການ ປາບປາມ ອາສຍາກັມ ແລະ ການຄ້າ ຢາເສບຕິດ ສະຫະ ປະຊາຊາດ, ສະຫາພາບ ຢູໂຣບ ປະຈຳລາວ, ຜູ້ຕາງໜ້າ ຣັຖບານ ອັງກິດ, ຝຣັ່ງເສດ ແລະ ສະຫະຣັຖ ອະເມຣິກາ ໄດ້ຮ່ວມກັນ ສລອງ ວັນ ປົກປ້ອງ ສັດປ່າ ສາກົນ ໃນລາວ ເປັນເທື່ອທຳອິດ ທີ່ ນະຄອນ ຫລວງ ວຽງຈັນ ໃນວັນ ພະຫັດ.

ພິທີສລອງ ດັ່ງກ່າວ ແມ່ນ ໂອກາດ ອັນ ສຳຄັນ ໃນການ ສະແດງ ອອກ ເຖີງຄວາມ ຮ່ວມມື ຂອງບັນດາ ປະເທດ ແລະ ອົງການ ຄູ່ ຮ່ວມພັທນາ ກັບ ຣັຖບານ ສປປລາວ ໃນຫລາຍ ບັນຫາ ທີ່ຮ່ວມ ດ້ວຍ ການຄຸ້ມຄອງ ປ່າໄມ້, ການປາບປາມ ແລະ ປ້ອງກັນ ກຸ່ມຄ້າ ສັດປ່າ ທີ່ຜິດ ກົດຫມາຍ ແລະ ການຄ້າ ໄມ້ ຮ່ວມທັງ ການປ້ອງກັນ ການສູນເສັຽ ຣະບົບ ນິເວດ ແລະ ການຄ້າ ສັດປ່າ ທີ່ ຈະສູນພັນ ໄປໃນ ອະນາຄົດ.

ທ່ານ PHILIP MALONE ເອກອັຄຣາຊທູດ ອັງກິດ ປະຈຳລາວ ກ່າວຕໍ່ ຫນັງສືພີມ ຊີນຮົວ ໃນພີທີ ສລອງວ່າ ທ່ານຄິດວ່າ ເປັນສີ່ງສຳຄັນ ທີ່ຄູ່ຮ່ວມ ພັທນາ ທັງຫລາຍ ໄດ້ຮ່ວມຈັດ ກິຈກັມ ສລອງວັນ ປົກປ້ອງ ສັດປ່າ ສາກົນ ເປັນເທື່ອທຳອິດ ກັບ ທາງການລາວ ໃນທັສນະ ຂອງ ປະເທດ ອັງກິດ ແລ້ວ ຖືວ່າເປັນ ຄວາມສຳຄັນ ຢ່າງຍີ່ງ ຫລັງຈາກ ທີ່ ຣັຖບານ ອັງກິດ ໄດ້ເປັນ ເຈົ້າພາບ ກອງປະຊຸມ ສຸດຍອດ ສັດປ່າທີ່ ກງຸລອນດອນ ຊື່ງ ກອງປະຊຸມ ດັ່ງກ່າວ ຕົວແທນ ຈາກ ຣັຖບານ ລາວ ແມ່ນຮອງ ຣັຖມົນຕຣີ ກະຊວງ ກະສິກັມ ແລະ ປ່າໄມ້.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.