ເມືອງນານຄົ້ນຫາຜູ້ຫາຍ ສາບສູນ

ມະນີຈັນ
2015.09.09
F-Tad-Hien ສະພາບຂອງໝູ່ບ້ານ ຢູ່ເມືອງນານ ແຂວງ ຫລວງພຣະບາງ ພາຍຫລັງ ຕາດຫ່ຽນ ແຕກ
RFA

ປັດຈຸບັນ ເຈົ້າໜ້າທີ່ ສະເພາະກິຈ ເມືອງນານ ແຂວງ ຫຼວງພຣະບາງ ກຳລັງ ເລັ່ງ ຊອກຫາ ຄົນ ຫາຍສາບສູນ, ຊຶ່ງ ຄາດວ່າ ຢູ່ ໃຕ້ ຂີ້ຕົມ ພາຍຫລັງ ທີ່ ຕາດຫ່ຽນ ໄດ້ ແຕກ ເມື່ອ ວັນທີ 8 ກັນຍາ 2015. ນ້ຳ ແລະ ຂີ້ຕົມ ໄດ້ໄຫລ ເຂົ້າບ້ານ ເຮືອນ ປະຊາຊົນ 4 ບ້ານ.

ໃນ ວັນທີ 9 ກັນຍາ ມີ ຣາຍງານ ວ່າ ເກັບກູ້ ສົບ ຂອງຜູ້ ເສັຽຊີວິດ ມາໄດ້ ແລ້ວ 4 ສົບ. ແຕ່ຍັງມີ ອີກຫຼາຍຄົນ ຍັງ ຫາຍສາບສູນ ຢູ່. ດັງ ເຈົ້າໜ້າທີ່ ເມືອງນ່ານ ໄດ້ກ່າວ:

“ຄົນຫັ້ນ ຕາຍຫັ້ນ 4 ຄົນ ເດັກນ້ອຍ ຈະໄດ້ ໂຮມມາ ຫລິ້ນນໍ້າ ກະ 4 ຄົນ ຕິເນາະ ວານນີ້ ເຂົາໄປຊອກ, ທະຫານ ເຂົາລົງ ຊອກຢູ່ເດ໋ ກະບໍ່ຮູ້ ໄທບ້ານ ໃດ ແຕ່ໄທ ນາຝາຍ ນີ້ ເຂົາວ່າ ສູນຫາຍ 3 ຄົນ ເຫັນ 2 ແລ້ວ ຍັງຜູ້ນຶ່ງ ນີ້ນະ ຈົມ ລໍຄອຍ ຢູ່ຊອກຫາ ບໍ່ເຫັນ".

ທ່ານກ່າວ ຕໍ່ໄປວ່າ ພັຍ ທັມຊາດ ໃນ ເທື່ອນີ້ ສ້າງຄວາມ ເສັຽຫາຍ ຫຼາຍ, ປະຊາຊົນ ເສັຽຊີວິດ ແລະ ຫາຍສາບສູນ ຫຼາຍຄົນ, ບ້ານເຮືອນ ແລະ ສິ່ງ ປຸກສ້າງ ຕ່າງໆ ເພພັງ, ສັດລ້ຽງ ຂອງ ປະຊາຊົນ ຕາຍຫຼາຍ, ເສັ້ນທາງ ຫຼາຍແຫ່ງ ຖືກ ຕັດຂາດ. ແຕ່ກໍຍັງ ບໍ່ທັນ ສາມາດ ສລຸບ ຜົລເສັຽຫາຍ ໄດ້ ເທື່ອ, ຍັງຣະດົມ ກັນ ແກ້ໄຂ ຜົນ ກະທົບ ນັ້ນຢູ່.

ທ່ານ ວ່າ ທາງການ ໄດ້ສັ່ງປິດ ພື້ນທີ່ ປະສົບ ພັຍ ແບບ ບໍ່ມີ ກຳນົດ, ເພື່ອ ອຳນວຍ ຄວາມ ສະດວກ ຮວມທັງ ໃນການ ຄົ້ນຫາ ຜູ້ ຫາຍສາບສູນ ແລະ ອະນາມັຍ ພື້ນ ທີ່. ສຳລັບ ປະຊາຊົນ ທີ່ ບ້ານເຮືອນ ຖືກ ນ້ຳຖ້ວມ ແລະ ຂີ້ຕົມ ໄຫລ ເຂົ້ານັ້ນ, ກໍໄປ ອາສັຍ ຢູ່ນຳ ຍາດ ພີ່ນ້ອງ ແລະວ່າ ທາງການ ຈະຊ່ວຍ ບັນເທົາທຸກ ທາງດ້ານ ອາຫານ ແລະ ນໍ້າດື່ມ ແກ່ ຜູ້ປະສົບ ພັຍ ໃນ ໄວໆນີ້.

ສຳລັບ ສາເຫດ ທີ່ ພາໃຫ້ ຕາດ ຫ່ຽນ ແຕກ ນັ້ນ, ແມ່ນ ຍັງບໍ່ທັນຮູ້ ເພາະເປັນ ເຫດການ ທີ່ ບໍ່ເຄີຍ ເກີດມາ ກ່ອນ ຢູ່ ປະເທດ ລາວ. ຕາດ ຫ່ຽນ ເປັນ ແຫລ່ງ ທ່ອງທ່ຽວ ທີ່ ສວຍງາມ ແຫ່ງນຶ່ງ ຂອງ ແຂວງ ຫຼວງພຣະບາງ ແລະ ນັກ ທ່ອງທ່ຽວ ສົນໃຈ ໄປ ທ່ຽວ ຫຼາຍ.

ຕາມ ຣາຍງານ ຂ່າວ ຊິນຮົວ ເປັນ ທີ່ເຊື່ອ ກັນວ່າ ເຫດ ພັຍພິບັດ ທີ່ ເກີດຂຶ້ນ ນັ້ນ ອາຈ ເປັນຍ້ອນ ຝົນ ຕົກໜັກ ແລະ ນໍ້າໄຫລ ຊຸ ລົງມາ ຢ່າງ ໄວວາ ຍ້ອນ ດິນ ເຈື່ອນ. ແລະວ່າ ການຕັດໄມ້ ທໍາລາຍ ປ່າ ອາດຢູ່ ເບື້ອງຫລັງ ຂອງ ດິນ ເຈື່ອນ ຫຼາຍຄັ້ງ ໃນລາວ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.