ຂົວນໍ້າງື່ມສ້າງຮຽບຮ້ອຍແລ້ວ

ຂົວທ່າງ່ອນ ທີ່ເກົ່າແກ່ ຢູ່ນໍ້າງື່ມ
ຂົວທ່າງ່ອນ ທີ່ເກົ່າແກ່ ຢູ່ນໍ້າງື່ມ (Travel Laos)

0:00 / 0:00

ການກໍ່ສ້າງ ຂົວ ຂ້າມ ນໍ້າງື່ມ ຣະຫວ່າງ ເມືອງເກົ່າ ປາກກະຍູງ ແຂວງ ວຽງຈັນ ສໍາເຣັດ ແລ້ວ ແຕ່ກໍຍັງ ລໍຖ້າ ການທົດລອງ ເບິ່ງ ຄວາມແຂງ ຂອງຂົວ ກ່ອນ. ດັ່ງ ເຈົ້າໜ້າທີ່ ທ່ານນຶ່ງ ເວົ້າວ່າ:

"ສໍາເຣັດ ມານີ້ໄດ້ ທິດນຶ່ງ ແລ້ວ ຫລັງຈາກ ເຮັດແລ້ວ ເນາະ ຕ້ອງໄດ້ ມີການ ທົດລອງ ແລ່ນ ຊົ່ວຄາວ ກ່ອນ ກະຄ່ອຍ ເວົ້າ ຕາມສັນຍາ ຫັ້ນແລ້ວ ມັນເບຕົງ ຍັງບໍ່ທັນ ແຂງໂຕ ນະ ມັນຫາ ກໍ່ແລ້ວ ປະມານ ທິດນີ້ ແຫລະ".

ທ່ານກ່າວ ອີກວ່າ ພາກສ່ວນ ທີ່ ກ່ຽວຂ້ອງ ຍັງບໍ່ທັນ ກໍານົດ ໄດ້ວ່າ ຈະມີ ພິທີເປີດ ໃຊ້ຂົວ ນັ້ນ ເມື່ອໃດ ແລະ ຄາດວ່າ ຈະໃຊ້ເວລາ ທົດລອງ ຄວາມແຂງ ຂອງ ຂົວນັ້ນ ໄປອີກ ພໍສົມຄວນ. ຖ້າເປີດໃຊ້ ແລ້ວ ການເດີນທາງ ຂ້າມ ນໍ້າງື່ມ ໃນເຂດ ນັ້ນ ຈະສະດວກ ແລະ ໄວຂຶ້ນ.

ຂົວແຫ່ງ ນີ້ຍາວ 264 ແມັດ, ກວ້າງ 11 ແມັດ. ກຸ່ມ ບໍຣິສັດ ມາລິນີ ຈໍາກັດ ເປັນຜູ້ ລົງທຶນ ກໍ່ສ້າງ ທັງໝົດ 16 ລ້ານ ໂດລາ ສະຫະຣັຖ ຫລື ປະມານ 128 ຕື້ ກີບ; ຣັຖບາລ ລາວ ຈະຜ່ອນຈ່າຍ ຊໍາລະ ຕາມຫລັງ. ຕາມ ແຜນເດີມ ທາງ ບໍຣິສັດ ນີ້ວ່າ ຈະສ້າງ ໃຫ້ແລ້ວ ແລະ ເປີດໃຊ້ ໃນ ທ້າຍປີ 2013 ແຕ່ຄາເຣື່ອງ ເຕັກນິກ ແລະ ອຸປກອນ ກໍ່ສ້າງ.

ກ່ຽວກັບ ເຣື່ອງນີ້ ເຈົ້າໜ້າທີ່ ກ່ຽວຂ້ອງ ອີກທ່ານ ນຶ່ງ ເຄີຍ ເວົ້າວ່າ ເມື່ອຂົວ ແຫ່ງນີ້ ເປີດໃຊ້ແລ້ວ ບໍ່ພຽງແຕ່ ຈະອໍານວຍ ຄວາມສະດວກ ໃຫ້ແກ່ ການຂົນ ສົ່ງ ສິນຄ້າ, ການ ທ່ອງທ່ຽວ ແລະ ການໄປມາ ຂອງ ປະຊາຊົນ ໃນຣະຍະ ນີ້ ເທົ່ານັ້ນ ແຕ່ຫາກ ເປັນຂົວ ທີ່ຮອງຮັບ ການ ບໍຣິການ ເມື່ອມີ ປະຊາຄົມ ເສຖກິດ ອາຊຽນ ທີ່ ລາວ ຈະເຂົ້າ ຮ່ວມເປັນ ສະມາຊິກ ນໍາດ້ວຍ.