ເສັ້ນທາງ ສ່ວນໃຫຍ່ ເປ່ເພ ຍັງບໍ່ໄດ້ ສ້ອມແປງ

ຖນົນຫົນທາງ ສ່ວນໃຫຍ່ເປ່ເພ ແຕ່ຍັງບໍ່ໄດ້ສ້ອມແປງ ໂດຍສະເພາະ ເສັ້ນທາງເລຂທີ່ 13 ເໜືອ ເນື່ອງຈາກ ຝົນຕົກໜັກ ແລະນ້ຳຖ້ວມ ຂະນະທີ່ ປະຊາຊົນ ໄດ້ແຕ່ຫວັງວ່າ ທາງການ ຈະສ້າງເສັ້ນທາງ ໃຫ້ໄດ້ມາຕຖານ ເພື່ອຄວາມປອດພັຍ ໃນການສັນຈອນ.

ສະພາບເສັ້ນທາງ ເລກທີ 13 ເໜືອ ຢູ່ ນະຄອນຫລວງວຽງຈັນ ເປ່ເພ. ຮູບພາບ: ນັກຂ່າວພົລເມືອງ

ໃນໄລຍະນີ້ ເກີດຝົນຕົກໜັກທຸກມື້ ເຮັດໃຫ້ເສັ້ນທາງຫຼາຍເສັ້ນໃນລາວ ມີສະພາບເປ່ເພໜັກ ທັງເປັນຂຸມ ເປັນບວກ ແລະມີນໍ້າຂັງ ເຊິ່ງຢູ່ເສັ້ນທາງເລຂ 13 ເໜືອເຊັ່ນກັນ ຜູ້ໃຊ້ຣົຖໃຊ້ຖນົນ ທີ່ຮັບຈ້າງແກ່ເຄື່ອງຂຶ້ນ-ລົງ ຈາກນະຄອນຫຼວງວຽງຈັນ ໄປພາກເໜືອ ກໍພົບຄວາມຫຍຸ້ງຍາກຫຼາຍ ໂດຍສະເພາະ ເຂດວັງວຽງ-ກາສີ ແຂວງວຽງຈັນ ສະພາບຖນົນຫົນທາງເປັນຂຸມ ເປັນບວກຢ່າງໜັກໜ່ວງ ນອກຈາກນີ້ ຍັງມີເຂດພູເກົ້າຫຼັກ-ເມືອງນານ ແຂວງຫຼວງພຣະບາງ ທີ່ມີສະພາບຖນົນຫົນທາງເປ່ເພໜັກ ບາງຈຸດມີດິນເຈື່ອນໜັກ ລົງມາຂວາງທາງ ແລະເສັ້ນທາງກໍມີສະພາບທາງໝື່ນ ຣົຖສັນຈອນໄປ-ມາບໍ່ໄດ້ ຜູ້ໃຊ້ຣົຖໃຊ້ຖນົນ ຫຼາຍຄົນ ຢາກໃຫ້ທາງການ ແກ້ໄຂເສັ້ນທາງດັ່ງກ່າວ ເຮັດໃຫ້ເປັນທາງມາຕຖານ ແຕ່ບໍ່ເຫັນສາມາດແກ້ໄຂໄດ້ເທື່ອ.

ດັ່ງຊາວລາວ ໃນນະຄອນຫຼວງວຽງຈັນ ທ່ານນຶ່ງ ກ່າວຕໍ່ວິທຍຸເອເຊັຽເສຣີ ເມື່ອວັນທີ່ 5 ກັນຍາ ນີ້ວ່າ:

“ສາຍໃຕ້ພໍສາຍໃຕ້ ສາຍເໜືອກະພໍສາຍເໜືອ ຈຸດໜັກໆນຶ່ງລະແມ່ນ ວັງວຽງຫາກາສີ ຝົນຕົກໜັກ ແລ້ວມັນບໍ່ມີຮ່ອງລະບາຍນໍ້າ ແລ້ວມັນເປັນຂຸມຫຼາຍນ່າ ຣົຖບັນທຸກໄປເກືອບວ່າບໍ່ໄດ້ ໂຕຕັດໃໝ່ ໂຕພູເກົ້າຫຼັກ-ກາສີ ຮອດເມືອງນານ ເປ່ຫຼາຍ ບາງເທື່ອໄປນີ້ ກະຖືກດິນເກື່ອນທັບທາງ ຈັ່ງຊີ້ ກໍໄປບໍ່ໄດ້ ເຂົາເຈົ້າບໍ່ລົງ ບໍ່ແກ້ໄຂເລີຍນ່າ ກະໄປໃຜໄດ້ກະໄປ ໃຜໄປບໍ່ໄດ້ກະຄືຢຸດ.”

ທ່ານກ່າວຕື່ມວ່າ ສໍາລັບເຂດບ້ານສີໄຄ ເມືອງສີໂຄດຕະບອງ ແລະເຂດອື່ນໆ ໃນນະຄອນຫຼວງວຽງຈັນ ສະພາບເສັ້ນທາງ ກໍມີເປ່ເພຢູ່ເປັນບາງຈຸດ ແຕ່ຣົຖກໍຍັງສັນຈອນໄປ-ມາໄດ້ ແຕ່ຕ້ອງຄ່ອຍໆໄປ.

ຂະນະທີ່ ຜູ້ຂັບຣົຖບັນທຸກທ່ານນຶ່ງ ກ່າວວ່າ ສະພາບເສັ້ນທາງໃນໄລຍະນີ້ ໃນນະຄອນຫຼວງວຽງຈັນ ແລ່ນໄປ-ແລ່ນມາໄດ້ປົກກະຕິຢູ່ ແຕ່ເສັ້ນທາງເລຂທີ່ 13 ເໜືອ ຈະມີຈຸດທີ່ຕ້ອງໄດ້ລະວັງຢ່າງຄັກແນ່ ໃນເຂດວັງວຽງ-ກາສີ ຂຶ້ນໄປຫາເຂດພູເກົ້າຫຼັກ ເມືອງນານ ແຂວງຫຼວງພຣະບາງ ຍ້ອນເສັ້ນທາງມີສະພາບເປັນຂຸມເລິກ ເດີນທາງຫຍຸ້ງຍາກ ຣົຖບໍ່ສາມາດແລ່ນໄດ້ສະດວກ ຂນາດຣົຖບັນທຸກ ຍັງຕ້ອງແລ່ນຢ່າງລະມັດລະວັງ:

“ໄລຍະຝົນຕົກນີ້ແຫຼະ ຊ່ວງມັນຫຼຸບເປັນຂຸມ ມັນກາຍວັງວຽງໄປ ໃກ້ໆຊິຮອດກາຮອດກາສີ ໂຕນັ້ນມັນເປັນຂຸມເລິກ ຣົຖເກ໋ງນີ້ ມັນຈະໄປຍາກໜ້ອຍນຶ່ງ ຣົຖໃຫຍ່ກະຍາກຄືກັນ ແຕ່ວ່າເຮົາຈັ່ງຄ່ອຍໄປ ເພາະວ່າຂຸມມັນເລິກຫຼາຍເດ້ 13 ເໜືອ ມັນກໍຄັນຍາກຫຼາຍກໍເຂດນັ້ນແຫຼ້ວ ກໍເຂດພູເກົ້າຫຼັກ ມັນໄປບໍ່ໄດ້ ກະຄືວ່າແຫຼະ ມັນທາງໝື່ນແດ່ຫັັ້ນນ່າ.”

ຜູ້ຂັບຣົຖບັນທຸກອີກທ່ານນຶ່ງ ກໍໄດ້ກ່າວວ່າ ໃນໄລຍະນີ້ ຖ້າຈະແກ່ເຄື່ອງໄປພາກເໜືອ ຜ່ານເສັ້ນທາງເລຂ 13 ເໜືອ ໄປທາງເຂດພູເກົ້າຫຼັກ ກໍຍາກລໍາບາກຫຼາຍ ຍ້ອນມີຝົນຕົກໜັກ ສະພາບເສັ້ນທາງກໍເປ່ເພ:

“ຊິໄປພູເກົ້າຫຼັກ ໄປບໍ່ໄດ້ດອກ ຣົຖເກ໋ງນ່າ ຣົຖຫຍັງກະໄປບໍ່ໄດ້ ຣົຖສູງກະໄປບໍ່ໄດ້ ທາງມັນເຈື່ອນ ພູເກົ້າຫຼັກ ຄວາມສາມາດໂຕເອງ ໄປໄດ້ກະໄປໄດ້ ມີແຕ່ພຸ້ນແຫຼ້ວ ບາດຕົກເຫວພຸ້ນແລ້ວ ກູ້ພັຍຈັ່ງໄປເອົາ ຢູ່ປະເທດລາວ ກໍມີແຕ່ກູ້ພັຍ ຖ້າກູ້ພັຍຢູ່ຫັ້ນແຫຼ້ວ.”

ຜູ້ໃຊ້ຣົຖໃຊ້ຖນົນເລຂທີ່ 13 ເໜືອ ອີກທ່ານນຶ່ງ ກໍກ່າວວ່າ ຕັ້ງແຕ່ຈຸດສີໄຄໄປ ກໍບໍ່ເປ່ເພຫຼາຍ ຍັງສັນຈອນໄປ-ມາໄດ້ສະດວກຢູ່ ແຕ່ຈຸດທີ່ເປັນຂຸມ ເປັນບວກໜັກ ກາຍວັງວຽງ-ກາສີ ແຂວງວຽງຈັນ ກໍຈະເຣີ່ມເປ່ເພ ເຊິ່ງເປັນມາຫຼາຍປີແລ້ວ ເຈົ້າໜ້າທີ່ບໍ່ແກ້ໄຂໃຫ້ເປັນມາຕຖານເທື່ອ ແກ້ໄຂພຽງແຕ່ສະເພາະໜ້າເທົ່ານັ້ນ ໂດຍການເອົາດິນມາຖົມ ແຕ່ພໍຝົນຕົກລົງມາກໍເກີດຂຶ້ນອີກຄືເກົ່າ:

“ໂອ້ຄັນເວົ້າເຣື່ອງ ທາງເປັນຫຼຸມນີ້ ແມ່ນຕັ້ງແຕ່ວັງວຽງ ລົງອອກຈາກທາງດ່ວນຫັ້ນ ແມ່ນເປ່ໝົດແຫຼະທາງ ຊ່ວງນີ້ກໍເປ່ເພ ໄປຮອດພຸ້ນເລີຍແຫຼະ ເຂດພູເກົ້າຫຼັກແຫຼະ ແຕ່ດົນແລ້ວ ກາສີ-ວັງວຽງນີ້ ເພິ່ນບໍ່ແປງນ່າ ແປງກະແປງ ເອົາດິນແດງຖົມລ້າໆ ແລ້ວກະຝົນຕົກມາ ກໍເປັນຄືເກົ່າ.”

ກ່ຽວກັບເຣື່ອງດັ່ງກ່າວນີ້ ເຈົ້າໜ້າທີ່ໂຍທາທິການ ທີ່ກ່ຽວຂ້ອງ ໃນແຂວງວຽງຈັນ ທ່ານນຶ່ງ ຜູ້ຂໍສງວນຊື່ ແລະຕໍາແໜ່ງ ກໍໄດ້ກ່າວວ່າ ກໍໄດ້ລົງພື້ນທີ່ແລ້ວ ກໍຍອມຮັບວ່າ ສະພາບຖນົນເປ່ເພໜັກ ໃນຈຸດວັງວຽງ-ກາສີ ແລະເຂດພູເກົ້າຫຼັກ ຫາເມືອງນານ ແຂວງຫຼວງພຣະບາງ ແຕ່ຣົຖ ຍັງສາມາດສັນຈອນໄປ-ມາໄດ້ຢູ່ ແຕ່ຕ້ອງພາກັນລະມັດລະວັງ ຍ້ອນໄລຍະນີ້ ຝົນຕົກໜັກ ເຈົ້າໜ້າທີ່ ຍັງບໍ່ສາມາດແປງທາງໄດ້ ມີແຕ່ແກ້ໄຂສະເພາະໜ້າໄປກ່ອນ ໂດຍການເອົາດິນໄປຖົມໄວ້ກ່ອນ ພໍໃຫ້ຣົຖແລ່ນໄປແລ່ນມາໄດ້.

“ເປ່ເພທາງ 13 ເໜືອ ທາງຊ່ວງພູເກົ້າຫຼັກ ກາສີ-ເມືອງນານ ນີ້ກະເປ່ເພນີ້ນ່າ ແລ້ວກະຊ່ວງວັງວຽງ ຫາ ກາສີເນາະ ຢູ່ຫັ້ນນ່າ ແຕ່ວ່າໄປໄດ້ ເອົາດິນ ເອົາຫິນແມ່ນຫຍັງຖົມໃສ່ກ່ອນ ເພາະເຮົາບໍ່ສາມາດຂູດຮື້ ຊິປູຢາງຄືນໄດ້ເທື່ອເດ້ ມັນຍາມຝົນເດ້ ພຸ້ນແຫຼະ ມັນຫວິດຝົນ ຍາມແລ້ງພຸ້ນລ່ະ ພວກເຮົາຈຶ່ງຈະຂູດຊິຮື້ ຊິປູຢາງຄືນ.”

ນອກຈາກນີ້ ໃນເຂດບ້ານສີໄຄ, ບ້ານໜອງໜ້ຽວ ແລະໜ້າຕລາດລາວ-ອົດຊີ ເມືອງສີໂຄດຕະບອງ ນະຄອນຫຼວງວຽງຈັນ ທັງໃນໂຕເມືອງ ແລະຊົນນະບົດ ທີ່ເກີດສະພາບຖນົນເປ່ເພ ຍ້ອນນໍ້າຖ້ວມນັ້ນ ທ່ານ ສຸຸລິວັນ ພົມມະຫາໄຊ ຫົວໜ້າຜແນກໂຍທາທິການ ແລະຂົນສົ່ງ ນະຄອນຫຼວງວຽງຈັນ ຣາຍງານຫວ່າງວັນທີ່ 2 ກັນຍາ 2022 ວ່າ ການສ້ອມແປງທາງ ໃຫ້ໄດ້ມາຕຖານນີ້ ມີຢູ່ໃນແຜນວຽກປະຈໍາປີຢູ່ແລ້ວ ແຕ່ໃນໄລຍະຣະດູຝົນນີ້ ບໍ່ສາມາດສ້ອມແປງໄດ້ ເຮັດໄດ້ພຽງແຕ່ ສ້ອມແປງສຸກເສີນເທົ່ານັ້ນ ພໍໃຫ້ຣົຖສາມາດໄປ-ມາໄດ້ ແລະຈະປັບປຸງປູຢາງໃຫ້ໄດ້ມາຕຖານນັ້ນ ຕ້ອງລໍຖ້າຈົນກວ່າ ຣະດູຝົນຈະຜ່ານໄປ.

ສ່ວນເສັ້ນທາງເລຂທີ່ 13 ເໜືອ ກໍມີການແກ້ໄຂ ໂດຍໄດ້ປະມູນ ເອົາບໍຣິສັດ ມາແກ້ໄຂຈຸດທີ່ເປ່ເພໜັກ ສ່ວນບັນດາເສັ້ນທາງໃນໂຕເມືອງ ແມ່ນມີກອງສ້ອມແປງນະຄອນຫຼວງວຽງຈັນ ຮັບຜິດຊອບ.

ນອກຈາກນີ້ ສະພາບເສັ້ນທາງຫຼັກ 23 ທາງໄປເມືອງນາໝໍ້ ໃນແຂວງອຸດົມໄຊ ອອກໄປແຂວງຫຼວງນໍ້າທາ ຕາມເສັ້ນທາງຫຼວງແຫ່ງຊາຕ ແມ່ນມີດິນເຈື່ອນລົງມາແຕ່ເທິງພູ ມີຄວາມຫຍຸ້ງຍາກຫຼາຍ ແລະທາງຍັງມີສະພາບໝື່ນ ຖ້າບໍ່ຈໍາເປັນຄວນຫຼີກເວັ້ນ ໄປໃຊ້ເສັ້ນທາງອື່ນ ຫຼືຢຸດການເດີນທາງ ໃນເສັ້ນທາງດັ່ງກ່າວກ່ອນ ເພື່ອຄວາມປອດພັຍ.

2025 M Street NW
Washington, DC 20036
+1 (202) 530-4900
lao@rfa.org