ທົ່ງໄຫຫີນຍັງຕ້ອງໄດ້ກູ້ ຣະເບີດ ຢູ່ຕໍ່ໄປ
ພື້ນທີ່ ກວ່າ 30 ເຮັກຕາ ໃນເຂດ ທົ່ງ ໄຫຫີນ ຍັງຕ້ອງໄດ້ ມີການ ເກັບ ກູ້ຣະເບີດ.
-
ສິດນີ
2014-09-11 -
-
-
Your browser doesn’t support HTML5 audio
ເຈົ້າຫນ້າທີ່ ເກັບ ກູ້ຣະເບີດ ບໍ່ທັນແຕກ ປະຈຳ ແຂວງ ຊຽງຂວາງ ເວົ້າວ່າ ປັດຈຸບັນ ວຽກງານ ຢູ່ເຂດ ທົ່ງໄຫຫີນ ແຫລ່ງ ທ່ອງທ່ຽວ ທີ່ ສຳຄັນ ຂອງແຂວງ ມີຄວາມ ຄືບຫນ້າດີ ເຫລືອ ພຽງແຕ່ ເນື້ອທີ່ ປະມານ 30% ກວ່າ ເຮັກຕາ ທີ່ ຍັງບໍ່ທັນ ໄດ້ ສຳຣວດ ເທື່ອ. ດັ່ງ ທ່ານກ່າວວ່າ:
"ຍັງມີ ເນື້ອທີ່ ປະມນ 30 ກວ່າ ເຮັກຕາ ບໍ່ທັນໄດ້ ກວດກູ້ ແຕ່ວ່າໃນ ພື້ນທີ່ ດັ່ງກ່າວ ກະບໍ່ແມ່ນ ທາງຍາກ ດອກ ພື້ນທີ່ ຢູ່ເຂດນອກ ຈາກ ໄຫຫີນ ພວກເຮົາ ຈະສືບຕໍ່ ເອົາເຂົ້າແຜນ ໃນການ ກວດກູ້ ປີ ຕໍ່ໄປ ຕື່ມ".
ທ່ານກ່າວ ຕໍ່ໄປວ່າ ໃນປີ ທີ່ຜ່ານມາ ອົງການ UXO ໄດ້ປຶກສາ ຫາລືກັບ ກົມ ມໍຣະດົກ ໂລກ ກ່ຽວກັບ ການສືບຕໍ່ ເກັບ ກູ້ຣະເບີດ ຕໍ່ ຈາກອົງກອນ MAG ໂດຍ ໄດ້ຂໍ້ສລູບ ວ່າ ໃຫ້ທາງ UXO ຫາລືກັບ ຫ້ອງການ ທ່ອງທ່ຽວ ປະຈຳແຂວງ ແລະ ໃຫ້ເລັ່ງການ ກວດກາ ເກັບ ກູ້ຣະເບີດ ໃນບ່ອນທີ່ ຈຳເປັນກ່ອນ ຊື່ງ ເປັນພາກສ່ວນ ໃນແຜນການ ທີ່ ຈະສເນີ ທົ່ງໄຫຫີນ ຕໍ່ ອົງການ UNESCO ໃຫ້ ເປັນ ເມືອງ ມໍຣະດົກ ໂລກ.
ທ່ານກ່າວ ຕື່ມວ່າ ສຳລັບ ພື້ນທີ່ ທີ່ຍັງບໍ່ທັນ ໄດ້ກວດ ຣະເບີດນັ້ນ ກໍໄດ້ປັກ ປ້າຍ ຫ້າມເຂົ້າ ຢ່າງເຄັ່ງຄັດ ເພື່ອປ້ອງກັນ ນັກທ່ອງທ່ຽວ ເຂົ້າໄປ ໃນບ່ອນ ດັ່ງກ່າວ ເທົ່່າເຖິງ ປັດຈຸບັນ ກຸ່ມ ນັກທ່ອງທ່ຽວ ກໍ ປະຕິບັດ ຕາມຂໍ້ຫ້າມ ນັ້ນ ເປັນຢ່າງດີ. ສ່ວນ ແຜນການ ວ່າ ຊີ່ເກັບ ກູ້ຣະເບີດ ໃນເຂດ ທົ່ງໄຫຫີນ ໃຫ້ໄດ້ 100% ນັ້ນ ຍັງ ບໍ່ສາມາດ ຄາດການໄດ້ ວ່າເມື່ອໃດ ແຕ່ຄິດວ່າ ຕ້ອງໄດ້ໃຊ້ ເວລາ ອີກ ຫລາຍປີ.
ແຂວງ ຊຽງຂວາງ ເປັນແຂວງ ທີ່ ຍັງມີຣະເບີດ ຕົກຄ້າງ ຢູ່ຢ່າງ ຫລວງຫລາຍ ນອກຈາກ ທົ່ງໄຫຫີນ ແລ້ວ ກໍຍັງມີ ແຫລ່ງ ທ່ອງທ່ຽວ ໃນແຂວງ ຫລາຍບ່ອນ ເຫມືອນກັນ ທີ່ ຍັງມີ ຣະເບີດ ຕົກຄ້າງ. ອົງການ uxo ພ້ອມທັງ ອົງການ MAG ຈາກ ປະເທດ ອັງກິດ ຕ່າງ ກໍຊ່ອຍກັນ ເກັບກູ້ ໂດຍ UXO ຮັບຜິດຊອບ 4 ເມືອງ ແລະ ອົງການ MAG ຮັບຜິດຊອບ 3 ເມືອງ.