ປະຊາຊົນ ໃນແຂວງ ຊຽງຂວາງ ກັງວົນ ຢ້ານກົວ ຕໍ່ສາຣເຄມີ ທີ່ຕົກຄ້າງ ຈາກການ ລັກລອບ ຂຸດຄໍາ ໂດຍກຸ່ມ ທີ່ມີ ອິດທິພົນ ໃນລາວ ຮ່ວມມື ກັບນັກ ທຸຣະກິດ.
ເຈົ້າໜ້າທີ່ ແຂວງ ຊຽງຂວາງ ຮັບວ່າ ປະຊາຊົນ ໃນເມືອງ ພູກູດ ເມືອງຄູນ ແລະ ເມືອງ ໂພນສວັນ ມີຄວາມ ຢ້ານກົວ ກັງວົນ ໃນເຣື່ອງ ສາຣເຄມີ ໄຊຍໄນຕ໌ ແລະ ສາຣ ບາຫລອດ ຕົກຄ້າງ ຈາກການ ລັກຂຸດ ແຮ່ຄໍາ ໂດຍນັກ ທຸຈຣິດ ວຽດນາມ ເຖິງແມ່ນວ່າ ການລັກຂຸດ ດັ່ງກ່າວ ຈະເຊົາໄປໄດ້ 2 ປີ ກວ່າ ແລ້ວກໍຕາມ, ເພາະສານເຄມີ ຫລາຍກວ່າ 21 ພັນ ຕັນ ຍັງຖືກ ຖົມຢູ່ ໃນພື້ນທີ່ ທັງ 3 ເມືອງ ນັ້ນ ເຮັດໃຫ້ ປະຊາຊົນ ຢ້ານວ່າ ມັນຈະ ຮົ່ວໄຫລ ລົງສູ່ ແຫລ່ງນໍ້າ ໄດ້ທຸກເມື່ອ. ທ່ານກ່າວວ່າ:
"ການຣະເມີດ ກົດໝາຍ ບໍ່ແຮ່ ດ້ວຍການ ບຸກລຸກ ຂຸດຄົ້ນ ບໍ່ ແຮ່ຄໍາ ເປັນຂະບວນ ທໍາລາຍ ສິ່ງແວດລ້ອມ ດ້ວຍການ ເຮັດອ່າງແຮ່ຄໍາ ອ່າງແສ່ຄໍາ ດ້ວຍສານເຄມີ ຢູ່ຫລາຍແຫ່ງ ຢູ່ແຂວງ ຊຽງຂວາງ ເຮັດໃຫ້ ສັດຕາຍ ເປັນຈໍານວນ ຫຼວງຫຼາຍ ພ້ອມທັງ ເຮັດໃຫ້ເສັຽ ສະພາບ ແວດລ້ອມ ຢ່າງໜັກໜ່ວງ".
ການຮົ່ວໄຫລ ຂອງ ສານໄຊຍໄນຕ໌ ແລະ ສາຣບາຫລອດ ໃນເຂດ ເມືອງພູກູດ ເມືອງຄູນ ແລະ ເມືອງ ໂພນສວັນ ໄດ້ສົ່ງຜົນ ກະທົບ ຕໍ່ຊີວິດ ການເປັນຢູ່ ຂອງ ປະຊາຊົນ ຢ່າງກວ້າງຂວາງ ໃນປີ 2010. ນອກຈາກ ເຮັດໃຫ້ ສັດລ້ຽງ ແລະສັດນໍ້າ ຕາຍ ຢ່າງຫຼວງຫຼາຍ ແລ້ວ ປະຊາຊົນ ໃນພື້ນທີ່ ແລະ ໃນເຂດ ລຸ່ມລົງມາ ກໍລົ້ມປ່ວຍ ຫລາຍຄົນ ທັງ ບໍ່ສາມາດ ປູກພືດ ແລະ ໃຊ້ປະໂຫຍດ ຈາກແຫລ່ງນໍ້າ ທັມມະຊາດ ໄດ້ອີກ.
ປະຊາຊົນ ບໍ່ມີຄວາມ ໝັ້ນໃຈ ໃນການ ປະຕິບັດ ໜ້າທີ່ ຂອງ ພະນັກງານ ໃນການ ຄວບຄຸມ ສາຣເຄມີ ດັ່ງກ່າວ, ຊຶ່ງມີການ ປະປ່ອຍ ໃຫ້ລັກຂຸດຄົ້ນ ແຮ່ທາດ ຈົນສົ່ງຜົນ ກະທົບ ໃສ່ ປະຊາຊົນ. ຫລ້າສຸດນີ້ ບໍຣິສັດ ພູເບັ້ຽ ມາຍນິງ ຈາກ ອອສເຕຣເລັຽ ກໍໄດ້ ປະກາດ ວ່າ ຈະເລີ່ມ ຂຸດຄົ້ນແຮ່ຄໍາ ແຮ່ເງິນ ແລະ ທອງແດງ ຢູ່ເຂດເມືອງ ໂພນສວັນ ໃນປີ 2015. ເຖິງຈະເປັນ ການຂຸດຄົ້ນ ຢ່າງຖືກຕ້ອງ ກໍຕາມ ແຕ່ ປະຊາຊົນ ໃນພື້ນທີ່ ກໍຍັງ ຢ້ານກົວ ຜົນກະທົບ ຈາກ ສານເຄມີ ນັ້ນຢູ່.