ແມ່ນ້ຳຂອງ ກຳລັງປະເຊີນໄພຄຸກຄາມ ຫຼາຍດ້ານ

ແມ່ນໍ້າຂອງ ກຳລັງປະເຊີນກັບໄພຄຸກຄາມຫຼາຍດ້ານ, ເຮັດໃຫ້ມີຜົນກະທົບ ຕໍ່ຄວາມຍືນຍົງ ຂອງແມ່ນໍ້າຂອງ ຊຶ່ງຫຼາຍພາກສ່ວນ ໃນສັງຄົມ ຢາກໃຫ້ມີມາດຕະການແກ້ໄຂຮ່ວມກັນ ຢ່າງເປັນຮູບປະທໍາ.

ຊາວບ້ານກຳລັງຫາປາ ໃນແມ່ນ້ຳຂອງ ເຂດນະຄອນຫຼວງວຽງຈັນ. ວັນທີ 24 ກຸມພາ 2024. RFA

ແມ່ນໍ້າຂອງ ເປັນສາຍນໍ້າໃຫຍ່ສາຍນໍ້ານຶ່ງຂອງໂລກ ທີ່ມີຄວາມຫຼາກຫຼາຍທາງດ້ານຊີວະນາໆພັນ ຊຶ່ງໄຫຼຜ່ານ 6 ປະເທດຄື ຈີນ, ມຽນມ້າ, ລາວ, ໄທ, ກໍາປູເຈຍ ແລະຫວຽດນາມ, ມີປະຊາກອນ ຫຼາຍກວ່າ 70 ລ້ານຄົນ ເພິ່ງພາອາໄສ ໃນການທໍາມາຫາລ້ຽງຊີບ.

ປັດຈຸບັນ ຫລາຍປະເທດ ທີ່ນໍ້າຂອງໄຫຼຜ່ານນັ້ນ ມີການພັດທະນາຫຼາຍຢ່າງ ເປັນຕົ້ນກໍແມ່ນການສ້າງເຂື່ອນກັ້ນແມ່ນໍ້າຂອງ, ການຕັດໄມ້ທໍາລາຍປ່າ ເຮັດໃຫ້ແມ່ນໍ້າຂອງ ໂດຍສະເພາະເຂດລຸ່ມແມ່ນໍ້າຂອງ ປະເຊີນກັບບັນຫາ ແລະຄວາມທ້າທາຍຫຼາຍຢ່າງ ທີ່ມີຜົນກະທົບໃສ່ແມ່ນໍ້າຂອງ ຊຶ່ງໃນນັ້ນກໍມີຮວມທັງ ຈໍານວນປະຊາກອນເພີ່ມຫຼາຍຂຶ້ນ, ການພັດທະນາອຸດສາຫະກໍາ ເຂື່ອນໄຟຟ້າ ແລະການຜັນນໍ້າອອກຈາກແມ່ນໍ້າຂອງ, ໂຮງຈັກ ໂຮງງານ, ການຂຸດຄົ້ນແຮ່ທາດ, ຂຸດແຮ່-ຊາຍ, ການທໍາລາຍແກ້ງ ຂຸດຮ່ອງເດີນເຮືອ  ຊຶ່ງລ້ວນແລ້ວແຕ່ເປັນໄພຄຸກຄາມ ຕໍ່ຄວາມຍືນຍົງຂອງແມ່ນນໍ້າຂອງ ແລະການປ່ຽນແປງຂອງດິນຟ້າອາກາດ.

ດຣ. ອານຸລັກ ກິດຕິຄຸນ ຫົວໜ້າສໍານັກງານ ເລຂາທິການຄະນະກໍາມາທິການ ແມ່ນໍ້າຂອງສາກົນ ຫຼື MRC ໄດ້ກ່າວໃນໂອກາດວັນແມ່ນໍ້າຂອງ ວັນທີ 5 ເມສາ ເຖິງສະພາບແມ່ນໍ້າຂອງ ຄັ້ງທີ 3 ວ່າ:

“ໃນດ້ານເສດຖະກິດ ປະເທດລຸ່ມແມ່ນໍ້າຂອງ ມີການຂະຫຍາຍໂຕຢ່າງໄວວາ ໂດຍໄດ້ຮັບການສະໜັບສະໜູນ ຈາກການພັດທະນາທາງນໍ້າ ແລະພາກສ່ວນອື່ນໆ ທີ່ຕິດພັນກັບການສົ່ງຜົນປະໂຫຍດ ທາງດ້ານເສດຖະກິດ ແລະຫຼຸດຜ່ອນຄວາມທຸກຍາກ. ສໍາລັບແນວໂນ້ມ ທີ່ໜ້າກັງວົນໃຈ 5 ປະການ ທີ່ຂ້າພະເຈົ້າໄດ້ເວົ້າເຖິງເມື່ອປີທີ່ແລ້ວ ໂຕຢ່າງເຊັ່ນ ໃນ 23 ອ່າງແມ່ນໍ້າຂອງ ຍັງປະເຊີນກັບສະພາບຄວາມສັບສົນ ໃນພາກກາງຂອງລຸ່ມແມ່ນໍ້າຂອງ ທີ່ປະເຊີນກັບໄພແຫ້ງແລ້ງ ບໍ່ມີຝົນຕົກ.”

ຄວາມກັງວົນ 5 ຂໍ້ທີ່ວ່ານັ້ນ ກໍມີ ຮູບແບບການໄຫຼຂອງນໍ້າ. ປະລິມານການໄຫຼຂອງນໍ້າ ໃນລະດູແລ້ງ ສູງຂຶ້ນກວ່າເກົ່າ ແຕ່ປະລິມານການໄຫຼຂອງນໍ້າ ໃນລະດູຝົນ ຫຼຸດລົງ. ສິ່ງດັ່ງກ່າວ ເຫັນໄດ້ຈາກ ທະເລສາບ ຢູ່ປະເທດກໍາປູເຈຽ.

 

ການກັກເກັບຕະກອນ ຫຼືຝຸ່ນຂະໜາດນ້ອຍ ແລະການດູດແຮ່ ດູດຊາຍ ໃນແມ່ນໍ້າຂອງຕອນເທິງ ເຮັດໃຫ້ປະລິມານຕະກອນ ຫຼຸດລົງຫຼາຍ ໃນບາງສ່ວນບາງຕອນ ລະຫວ່າງ 60-90% ທີ່ກະທົບໃສ່ຄວາມອຸດົມສົມບູນຂອງດິນ ໃນເຂດທີ່ນໍ້າຖ້ວມເຖິງ ແລະກະທົບໃສ່ຕາຝັ່ງ.

ນໍ້າເຄັມ ທີ່ເພີ່ມຂຶ້ນ ໃນເຂດສາມຫຼ່ຽມປາກແມ່ນໍ້າ ຢູ່ປະເທດຫວຽດນາມ ມີຜົນກະທົບ ຕໍ່ຄວາມໝັ້ນຄົງ ທາງດ້ານສະບຽງອາຫານ ແລະການສົ່ງສັດນໍ້າອອກ ໄປຂາຍຕ່າງປະເທດ.

ມົນລະພິດ ທີ່ເກີດຈາກຖົງປາລາສຕິກ, ການຖິ້ມຂີ້ເຫຍື້ອຊະຊາຍ ເຮັດໃຫ້ປາ ແລະສັດນໍ້າຊະນິດອື່ນໆ ໄດ້ຮັບຜົນກະທົບ ຈາກການປົນເປື້ອນ.

ການປ່ຽນແປງ ຂອງສະພາບດິນຟ້າອາກາດ ເຮັດໃຫ້ເກີດໄພນໍ້າຖ້ວມ ແລະໄພແຫ້ງແລ້ງ. ປະຊາຊົນໄດ້ເດືອດຮ້ອນ ຍ້ອນໄພນໍ້າຖ້ວມ ເພີ່ມຂຶ້ນເຖິງ 12 ລ້ານຄົນ ແລະຄວາມຖີ່ຂອງໄພແຫ້ງແລ້ງ ກໍເພີ່ມຂຶ້ນ ໃນໄລຍະ 10 ປີທີ່ແລ້ວ ນັບແຕ່ປີ 2010 ຫາ 2020 ທຽບໃສ່ທົດສະວັດກ່ອນນັ້ນ.

ເຈົ້າໜ້າທີ່ ພະແນກຊັບພະຍາກອນທໍາມະຊາດ ແລະສິ່ງແວດລ້ອມ ແຂວງຄໍາມ່ວນ ກ່າວວ່າ ປັດຈຸບັນ ສະພາບແມ່ນໍ້າຂອງ ຖືວ່າເຊື່ອມໂຊມລົງຫຼາຍ ຍ້ອນການປ່ຽນແປງຂອງດິນຟ້າອາກາດ, ຍ້ອນການສ້າງເຂື່ອນໄຟຟ້າ ກັ້ນແມ່ນໍ້າຂອງ ແລະການພັດທະນາອື່ນໆ ທີ່ຕິດພັນກັບແມ່ນໍ້າຂອງ.

ການປ່ຽນແປງຂອງສະພາບແມ່ນໍ້າຂອງ ເຮັດໃຫ້ເກີດຜົນກະທົບ ຕໍ່ວິຖີຊີວິດ

ແລະການເປັນຢູ່ຂອງປະຊາຊົນລາວ ທີ່ເພິ່ງພາອາໄສແມ່ນໍ້າຂອງ ໃນການທໍາມາຫາກິນ ເຊັ່ນ ຫາປາໄດ້ໜ້ອຍລົງ, ການປູກພືດ-ຜັກແຄມແມ່ນໍ້າຂອງ ກໍໄດ້ຫຼຸດລົງ ເພາະລະດັບນໍ້າຂອງ ຂຶ້ນ-ລົງ ບໍ່ປົກກະຕິ.

ດັ່ງທີ່ທ່ານກ່າວຕໍ່ວິທຍຸເອເຊັຽເສຣີ ໃນມື້ວັນທີ 5 ເມສານີ້ວ່າ:

ຕາມປົກກະຕິແລ້ວ ຜົນກະທົບກັບອາກາດຮ້ອນ ມັນກະມີຫັ້ນແຫຼະນໍ ກັບສິ່ງແວດລ້ອມເໝາະຫັ້ນນະ ກະທົບກັບຫາຢູ່ຫາກິນຊາວບ້ານຫັ້ນນະ ກະຍາກດຽວນີ້ ຜົນກະທົບກັບຄົນກັບຄົນເຮົາສ້າງນີ້ແຫຼະ ບັນດາເຂື່ອນນີ້ແຫຼະ ຄືວ່າມັນປ່ຽນແປງຈາກດີມຫັ້ນນ່າ.

ປະຊາຊົນ ຢູ່ນະຄອນຫຼວງວຽງຈັນ ຜູ້ນຶ່ງ ທີ່ມີອາຊີບຫາປາໃນແມ່ນໍ້າຂອງ ເວົ້າວ່າ ຫຼາຍປີມານີ້ ການຫາປາໃນແມ່ນໍ້າຂອງ ຖືວ່າ ໄດ້ຮັບຜົນກະທົບໜັກໜ່ວງ ຍ້ອນການຂຶ້ນ-ລົງ ຂອງລະດັບນໍ້າ ບໍ່ເປັນປົກກະຕິ ເຮັດໃຫ້ປາ ແລະສັດນໍ້າຊະນິດອື່ນໆ ປັບຕົວບໍ່ໄດ້.

ນອກຈາກນັ້ນ ແມ່ນໍ້າຂອງ ຍັງປະເຊີນກັບຂີ້ເຫຍື້ອປລັສຕິກ ທີ່ຖືກຖິ້ມລົງໃສ່ນໍ້າຂອງຊະຊາຍຫຼາຍ ຍ້ອນການບໍລິຫານ ຈັດການຂີ້ເຫຍື້ອ ຂອງທາງການລາວ ບໍ່ມີປະສິດທິພາບ ແລະຄ່າບໍລິການເກັບຂີ້ເຫຍື້ອກໍແພງ ເຮັດໃຫ້ຜູ້ຄົນ ສ່ວນຫຼາຍ ພາກັນຖິ້ມຂີ້ເຫຍື້ຶອ ລົງນໍ້າຂອງ ເຮັດໃຫ້ມີຜົນກະທົບ ຕໍ່ສິ່ງແວດລ້ອມ ຮວມທັງສັດນໍ້ານໍາດ້ວຍ.

ດັ່ງທີ່ທ່ານກ່າວຕໍ່ວິທຍຸເອເຊັຽເສຣີ ໃນມື້ດຽວກັນນີ້ວ່າ:

ເລື່ອງນໍ້ານີ້ ມັນກະບໍ່ປົກກະຕິປານໃດ ແລະກະສິ່ງແວດລ້ອມມັນກະບໍ່ຄັກຫັ້ນນະ ມັນຂີ້ເຫຍື້ອມັນຫຼາຍ ຝັ່ງລາວພີ້ເພີ່ນຈັດການເລື່ອງຂີ້ເຫຍື້ອ ບໍ່ຄັກປານໃດ ຈໍາເປັນແຫຼະຫາບ່ອນຖິ້ມ ຖິ້ມບໍ່ໄດ້ ຖິ້ມນໍ້າຂອງ ມັນສິ່ງແວດລ້ອມນີ້ແຫຼະ ມັນບໍ່ແມ່ນຜົນກະທົບແຕ່ລາວ ລາວໄປຖິ້ມ ມັນກະໄຫຼທົ່ວໂລດ.

ອີງຕາມລາຍງານ ຂອງຄະນະກໍາມາທິການແມ່ນໍ້າຂອງສາກົນ ກ່ຽວກັບ “ມົນລະພິດຈາກຂີ້ເຫຍື້ອພລາສຕິກໃນແມ່ນໍ້າ” ທີ່ໄດ້ເຜີຍແພ່ໃນມື້ວັນທີ 21 ທັນວາ 2022 ທີ່ຜ່ານມາ, ໃນປີ 2020 ພົບວ່າ 4 ປະເທດລຸ່ມແມ່ນໍ້າຂອງຄື ໄທ, ຫວຽດນາມ, ກໍາປູເຈຍ ແລະລາວ ໄດ້ຖິ້ມຂີ້ເຫຍື້ອພລາສຕິກ ໃສ່ແມ່ນໍ້າ ປະມານ 8 ລ້ານໂຕນ ຊຶ່ງສ່ວນໃຫຍ່ເປັນຂີ້ເຫຍື້ອທົ່ວໄປ ປະມານ 70 ຫາ 90%. ໃນນັ້ນ ສ່ວນຫຼາຍເປັນຂວດພລາສຕິກ, ຖົງພລາສຕິດ ແລະໂຟມ ທີ່ສົ່ງຜົນກະທົບ ທັງຕໍ່ລະບົບນິເວດ ແລະສຸກຂະພາບຂອງມະນຸດ.

ປະຊາຊົນຢູ່ເມືອງຊະນະຄາມ ແຂວງວຽງຈັນຜູ້ນຶ່ງເວົ່າວ່າ ເມື່ອຄະນະກໍາມາທິການແມ່ນໍ້າຂອງສາກົນ ຮັບຮູ້ບັນຫາ ທີ່ເກີດຂຶ້ນກັບແມ່ນໍ້າຂອງ ຊຶ່ງສົ່ງຜົນກະທົບອັນບໍ່ດີຄືແນວນັ້ນ ກໍຄວນຈະເປີດກອງປະຊຸມ ເຜີຍແພ່ຂໍ້ມູນນັ້ນ ໃຫ້ປະຊາຊົນຮູ້ນໍາ ແລະຊ່ອຍກັນແກ້ໄຂບັນຫາທີ່ເກີດຂຶ້ນ.

ທ່ານກ່າວຕໍ່ວິທຍຸເອເຊັຽເສຣີ ໃນມື້ວັນທີ 5 ເມສານີ້ວ່າ ປັດຈຸບັນ ຊາວບ້ານຢູ່ລາວ ບໍ່ເຄີຍໄດ້ເຂົ້າຮ່ວມກອງປະຊຸມ ແລະບໍ່ຮູ້ຂໍ້ມູນ ກ່ຽວກັບບັນຫາທີ່ວ່ານັ້ັນ ຈາກຄະນະກໍາມາທິການແມ່ນໍ້າຂອງສາກົນ ແລະທາງການລາວ ຈັກເທື່ອ ທັ້ງໆ ທີ່ຊາວບ້ານ ເປັນຜູ້ໄດ້ຮັບຜົນກະທົບໂດຍກົງ ທັງທາງກົງ ແລະທາງອ້ອມ.

ມັນກະຍາກ ສົນທະນາກັນຢູ່ເວທີນໍວ່າ ຜົນກະທົບເປັນແນວໃດ ສໍາຄັນໃດ໋ໂຕນີ້ນໍ ເພາະວ່າບ່ອນຂະເຈົ້າເຄີຍທໍາມາຫາກິນ ບາງເທື່ອກະຫາກິນບໍ່ໄດ້ນໍ.

ພ້ອມກັນນັ້ນ ຍານາງ ອ້ອມບຸນ ທິບສຸນາ ເຄືອຂ່າຍສະພາອົງການຊຸມຊົນ ລຸ່ມແມ່ນໍ້າຂອງ 7 ແຂວງພາກອີສານຂອງໄທ ກໍກ່າວວ່າ ສະພາບແມ່ນໍ້າຂອງຕອນລຸ່ມ ຖືວ່າຢູ່ໃນລະດັບວິກິດ ເພາະໄດ້ຮັບຜົນກະທົບຢ່າງໜັກໜ່ວງ ຈາກໂຄງ ການພັດທະນາຂະໜາດໃຫຍ່ ເຊັ່ນເຂື່ອນໄຟຟ້າ ທີ່ຖືວ່າເປັນໄພຄຸກຄາມ ຕໍ່ແມ່ນໍ້າຂອງ.

ເຂື່ອນໄຟຟ້າ ແລະໂຄງການຂະໜາດໃຫຍ່ ທີ່ວ່ານັ້ນ ສົ່ງຜົນກະທົບ ຕໍ່ການໄຫຼຂອງນໍ້າ, ປາ ມີຄວາມສ່ຽງຕໍ່ການຈະສູນພັນ, ທໍາການກະເສດບໍ່ໄດ້ ເຮັດໃຫ້ປະຊາຊົນ ທີ່ອາໄສຢູ່ຕາມແຄມແມ່ນໍ້າຂອງຕອນລຸ່ມ ຕ້ອງໄດ້ປະເຊີນກັບຄວາມສ່ຽງ ຕໍ່ການທີ່ຈະຂາດເຂີນສະບຽງອາຫານ ໃນໄລຍະຍາວ. ບົດບາດ ຂອງຄະນະກໍາມາທິການແມ່ນໍ້າຂອງສາກົນ ໃນການປົກປັກຮັກສາແມ່ນໍ້າຂອງ ມາຕັ້ງແຕ່ປີ 1995 ນັ້ນ ມາຮອດປັດຈຸບັນ ຖືວ່າ ມີຄວາມພະຍາຍາມ ແຕ່ກໍຍັງເຫັນວ່າ ບໍ່ສອດຄ່ອງກັບສະພາບ ການປ່ຽນແປງຂອງແມ່ນໍ້າຂອງ ທີ່ຖືວ່າ ມີຄວາມເສື່ອມໂຊມລົງ ຢ່າງໄວວາ. ຍານາງເວົ້າວ່າ ຄະນະກໍາມາທິການແມ່ນໍ້າຂອງສາກົນ ຕ້ອງເປີດໂອກາດ ແລະເປີດກອງປະຊຸມ ໂດຍໃຫ້ພາກປະຊາສັງຄົມ ແລະຊາວບ້ານ ທີ່ອາໄສຢູ່ຕາມແຄມແມ່ນໍ້າຂອງຕອນລຸ່ມ ມີໂອກາດໄດ້ເຂົ້າຮ່ວມ ທັງໃນລະດັບທ້ອງຖິ່ນ ແລະພາກພື້ນ ເພື່ອຈະໄດ້ຮູ້ຂໍ້ມູນ ແລະຮ່ວມກັນຫາວິທີການແກ້ໄຂບັນຫາ ທີ່ເກີດຂຶ້ນໃນແມ່ນໍ້າຂອງ ໃຫ້ເປັນຮູບປະທໍາ.

ດັ່ງທີ່ຍານາງ ກ່າວຕໍ່ວິທຍຸເອເຊັຍເສຣີໃນມື້ດຽວກັນນີ້ວ່າ:

“ເຮົາຍັງເວົ້າເລື່ອງເກົ່າ ຂໍໃຫ້ພາກປະຊາສັງຄົມແລະຊຸມຊົນ ມີສ່ວນຮ່ວມ ໃນກົນໄກທັງ 4 ປະເທດ ຈະຕ້ອງເປີດໂອກາດໃຫ້ມີບ່ອນນັ່ງ ສໍາລັບພາກປະຊາສັງຄົມ ຊາວບ້ານຜູ້ໄດ້ຮັບຜົນກະທົບ ເລື້ອງຂອງຂໍ້ມູນ ເລື່ອງຂອງແນວທາງແກ້ໄຂບັນຫານີ້ ເຮົານໍາສະເໜີຕໍ່ເໜື່ອງ ຖ້າມັນໄດ້ມີໂອກາດໂອ້ລົມກັນ ໃນເວທີທີ່ເປັນທາງການ ແລ້ວກະໄດ້ຕັ້ງຄໍາຖາມກັນ ມັນຈະຊ່ວຍໃນການເຮັດວຽກ ແກ້ໄຂບັນຫາເລື່ອງນີ້ ໄດ້ຫຼາຍຂຶ້ນອີກ.  

ສໍາລັບແຜນການກໍ່ສ້າງເຂື່ອນ ໃນແມ່ນໍ້າຂອງຕອນລຸ່ມ ທີ່ຈະມີທັງໝົດ 11 ເຂື່ອນ. ໃນຈໍານວນນັ້ນ ຢູ່ລາວຈະສ້າງທັງໝົດ 9 ແຫ່ງ, ສ້າງໄປແລ້ວ 2 ແຫ່ງ ຄືເຂື່ອນໄຊຍະບູລີ ແລະເຂື່ອນດອນສະໂຮງ ແລະຢູ່ໃນລະຫວ່າງການກໍ່ສ້າງ 1 ແຫ່ງ ຄືເຂື່ອນຫຼວງພະບາງ ແລະກຽມທີ່ຈະກໍ່ສ້າງຕື່ມອີກ 2 ແຫ່ງ ຄືເຄື່ອນປາກລາຍ ແລະເຂື່ອນປາກແບງ. ສ່ວນເຂື່ອນໄຟຟ້າອີກ 4 ແຫ່ງ ຍັງບໍ່ທັນໄດ້ຜ່ານຂະບວນການປຶກສາຫາລືລ່ວງໜ້າ ຂອງຄະນະກໍາມາທິການແມ່ນໍ້າຂອງ ສາກົນເທື່ອ.

ສ່ວນໃນປະເທດກໍາປູເຈຍ ກໍມີແຜນ ທີ່ຈະສ້າງເຂື່ອນໄຟຟ້າແມ່ນໍ້າຂອງ 2 ແຫ່ງ ຄືເຂື່ອນສະຕຣອງເເຕຣງ ແລະເຂື່ອນຊໍາບໍ ຊຶ່ງມາເຖິງປັດຈຸບັນ ກໍຍັງບໍ່ທັນໄດ້ເລີ່ມດໍາເນີນການຫຍັງເທື່ອ.

ສໍາລັບຢູ່ປະເທດຈີນ ຊຶ່ງເປັນປະເທດຕົ້ນນໍ້າຂອງ ກໍມີເຂື່ອນໄຟຟ້າ ໃນແມ່ນໍ້າຂອງ ທັງໝົດ 14 ເຂື່ອນ. ໃນນັ້ນໄດ້ກໍ່ສ້າງໄປແລ້ວ 12 ເຂື່ອນ ແລະອີກ 2 ເຂື່ອນ ກໍາລັງຢູ່ໃນລະຫວ່າງການກໍ່ສ້າງ.

2025 M Street NW
Washington, DC 20036
+1 (202) 530-4900
lao@rfa.org