ແມ່ນໍ້າຂອງ ໄດ້ຮັບຜົລກະທົບ ຈາກອາກາດປ່ຽນແປງ
ແມ່ນ້ຳ ສາຍຫຼັກ 10 ສາຍ ໃນ ເອເຊັຽ ລວມມີແມ່ນໍ້າຂອງ ທີ່ມີບົດບາດສໍາຄັນ ທາງເສຖກິຈ ແລະ ເພື່ອຄໍ້າປະກັນ ແຫຼ່ງພະລັງງານ ໃນ 16 ປະເທດ ທີ່ກໍາລັງ ປະສົບກັບບັນຫາ ຍ້ອນການປ່ຽນແປງ ຂອງສະພາບອາກາດ.
-
ອຸ່ນແກ້ວ
2023-06-03 -
-
-
Your browser doesn’t support HTML5 audio
ມີຣາຍງານອອກມາວ່າ ອ່າງຕົ່ງແມ່ນໍ້າ 10 ສາຍ ທີ່ມີຕົ້ນກໍາເນີດ ຈາກເຂດພູເຂົາຫິມາໄລ ເປັນບ່ອນຢູ່ອາໃສຂອງປະຊາຊົນ 1.9 ຄົນ ແລະ ເປັນແຫຼ່ງສ້າງລາຍໄດ້ 4,000 ຕື້ ໂດລ້າຣ໌ ໃນແຕ່ລະປີ. ບົດຣາຍງານ ໄດ້ລະບຸວ່າ: ບໍ່ມີນໍ້າ, ບໍ່ມີພະລັງງານ ໂດຍແມ່ນກຸ່ມນັກວິຊາການ ທີ່ບໍ່ຫວັງຜົລກໍາໄລ ທີ່ມີຫ້ອງການໃຫຍ່ຢູ່ຮົງກົງ. ຄວາມສ່ຽງ ທາງດ້ານການປ່ຽນແປງ ດິນຟ້າອາກາດ ມີຄວາມໝາຍຕໍ່ບັນດາ ປະເທດຢູ່ໃນປະເທດເອເຊັຽ ເຖິງສັດສ່ວນ 50% ທີ່ໄດ້ຮັບຜົລກະທົບ ຈາກລະດັບນໍ້າທີ່ສູງຂຶ້ນ ທີ່ເປັນສາເຫດມາຈາກນໍ້າແຂງ ຢູ່ຂ້ວາໂລກລະລາຍ, ຫິມະຕົກໜ້ອຍລົງ, ລົມມໍລະສຸມປ່ຽນທິດ ແລະ ການນໍາໃຊ້ນໍາບາທຫຼາຍໂພດ.
ທະວີບເອເຊັຽ ສ່ວນຫຼາຍອາໃສ່ນໍ້າ ທີ່ມີແຫຼ່ງກໍາເນີດມາຈາກ ເຂດພູເຂົາຫິິມາໄລ, ພູເຂົາຮິນດູກັສ, ພູເຂົາກາຣາໂກຣໍາ, ແລະ ພູພຽງທິເບດ. ໂດຍ ລວມແລ້ວ, ເຂົາເອີ້ນວ່າ ເປັນຂ້ວາໂລກທີ 3 ຫຼື ຫໍຄອຍນໍ້າແຫ່ງເອເຊັຽ, ເຊິ່ງມາລວມເອົາອ່າງແມ່ນ້ໍາ. ແມ່ນໍ້າທີ່ໄດ້ຮັບຜົລກະທົບ ລວມມີ ອາມູດາຢາ, ບາມາບຣູຕຣາ, ແກງສ, ອິນດາສ, ອາຢາວາດາ, ແມ່ນໍ້າຂອງ, ສາລະວິນ, ຕາຣິີມ, ຢາງເຊສ ແລະ ແມ່ນ້ໍາເຫຼືອງ ເຊິ່ງໄຫຼຜ່ານ 16 ປະເທດ ລວມມີຈິີນ, ເອເຊັຽກາງ, ເອເຊັຽໃຕ້ ແລະ ເອເຊັຽຕາເວັນອອກສ່ຽງໃຕ້ ກ່ອນທີ່ຈະໄຫຼລົງສູ່ທະເລ. ຣາຍງານຍັງໄດ້ລະບຸວ່າ ສ່ວນຫຼາຍເປັນປະເທດທີ່ກໍາລັງພັດທະນາ ເຊິ່ງໝາຍຄວາມວ່າ ປະຊາຊົນ ຈໍານວນຫຼາຍຈະມາຮວມໂຕ ດໍາລົງຊີວິດຢູ່ 280 ໂຕເມືອງ ທີ່ຕັ້ງຢູ່ແຄມແມ່ນ້ໍາ ປະກອບກັບຄວາມກົດດັນ ຢູ່ໃນລະບົບທີ່ມີຂໍ້ຈໍາກັດ.
ອີງຕາມການຣາຍງານ ດັ່ງກ່າວ, ແມ່ນໍ້າທັງໝົດ ປະສົບກັບບັນຫາເພີ່ມຂຶ້ນ ແລະ ຄວາມສ່ຽງເພີ່ມຂຶ້ນ ຍ້ອນວ່າ ສະພາບອາກາດມີການປ່ຽນແປງ ໂດຍ ມີຈໍານວນ 4 ໃນ 10 ແມ່ນໍ້າ ມີລະດັບທີ່ຕື້ນລົງ ໃນປີ 2050 ຖ້າວ່າ ອຸນຫະພູມຂອງໂລກຍັງຮ້ອນ ເພີ່ມຂຶ້ນ 1.5-2 ອົງສາ.
ບັນຫາດັ່ງກ່າວ ມັນສົ່ງຜົລກະທົບຕໍ່ ເຂື່ອນທີ່ຜລິດໄຟຟ້າຢູ່ແມ່ນໍ້າ 10 ສາຍ ທີ່ມີກໍາລັງການຜລິດ 865 ຈິກາວັດ ຫຼື 46% ຂອງປະຣິມານໄຟຟ້າ ໃນ 16 ປະເທດ.
ຣາຍງານດັ່ງກ່າວ ໄດ້ລະບຸອີກວ່າ ມັນມີຈໍານວນພະລັງໄຟຟ້າ ຫຼາຍກວ່າໄຟຟ້າທັງໝົດ ຢູ່ໃນປະເທດ ບຣາຊິວ, ຄານາດາ, ເຢັຽຣະມັນ, ຍີ່ປຸ່ນ, ແລະ ຣັດເຊັຽ.
ປະລິມານໄຟຟ້າໃນອັດຕຣາສ່ວນ 94% ຂອງຈໍານວນໄຟຟ້າ 865 ຈິກາວັດ ແມ່ນມາຈາກເຂື່ອນໄຟຟ້າ ແລະ ຍັງມີໄຟຟ້າພລັງຖ່ານຫີນນໍາອີກ.
ທ່ານ ເດບຣາ ຕັນ ຫົວໜ້ານັກວິຊາການ ແລະ ຜູ້ຂຽນຣາຍງານດັ່ງກ່າວ ໄດ້ກ່າວວ່າ ແມ່ນໍ້າທັງ 10 ສາຍ ປະສົບກັບຄວາມບໍ່ແນ່ນອນ ແລະ ສະພາບອາກາດ ກໍມີການປ່ຽນແປງ. ທ່ານ ກ່າວຕື່ມອີກວ່າ ແຜນການຄໍ້າປະກັນນໍ້າ ແລະ ແຜນການພະລັງການ ຈະເຊື່ອນຕໍ່ກັນ. ມີຄວາມຈໍາເປັນທີ່ຈະຕ້ອງເຮັດທຸກສິ່ງຢ່າງທີ່ຮີບດ່ວນ ທີ່ຈະຊ່ວຍໃຫ້ພວກເຮົາ ບໍຣິຫານຈັດການຄວາມສ່ຽງ ທີ່ເປັນໄພຂົ່ມຂູ່ຕໍ່ແມ່ນໍ້າ ແລະ ຕອບສນອງ ຄວາມຕ້ອງການນໍ້າ ທີ່ເພີ່ມຂຶ້ນ.
ນອກຈາກນີ້ ປະເທດລາວ, ກັມພູຊາ ແລະ ພະມ້າ ກໍເປັນປະເທດ ທີ່ມີຄວາມສ່ຽງຕໍ່ບັນຫາ ຂຶ້ນລົງຂອງນໍ້າ.
ອີງຕາມການຣາຍງານດັ່ງກ່າວ, ປະເທດລາວ ທີ່ບໍ່ມີທາງອອກສູ່ທະເລ ເປັນນຶ່ງໃນປະເທດ ທີ່ມີຄວາມສ່ຽງ ລວມທັງພະມ້າ ແລະ ກັມພູຊາ ໃນກຸ່ມປະເທດທີ່ມີຄວາມສ່ຽງສູງ ໃນຂະນະທີ່ປະເທດຈີນ ກໍຖືວ່າ ມີຄວາມສ່ຽງປານກາງ ແລະ ວຽດນາມ ມີຄວາມສ່ຽງຕໍ່າ.
ຢູ່ໃນປະເທດລາວ, ແມ່ນໍ້າຂອງເປັນແມ່ນໍ້າສາຍຫຼັກ ແລະ ເປັນທີ່ຢູ່ອາສັຍໃຫ້ແກ່ປະຊາຊົນ 90% ແລະ ເປັນແຫຼ່ງລາຍໄດ້ ຂອງປະຊາຊົນ ອີງຕາມຣາຍງານດັ່ງກ່າວ, ໃນຂະນະທີ່ປະເທດລາວ ສ່ວນຫຼາຍແມ່ນໃຊ້ນໍ້າຈາກ ແມ່ນໍ້າຂອງ ຄ້າຍຄືກັນ, ປະເທດກັມພູຊາ ໄດ້ນໍາໃຊ້ນໍ້າ 26% ຈາກແມ່ນໍ້າຂອງ, ເປັນທີ່ຢູ່ອາໃສຂອງປະຊາຊົນ 79% ແລະ 85% ຂອງມູນຄ່າລວມຍອດ ຜລິຕພັນພາຍໃນ.
ພະລັງງານໄຟຟ້າເກືອບ 70% ຢູ່ກັມພູຊາ ມາຈາກການເຂື່ອນໄຟຟ້າ ທີ່ຜລິດຢູ່ແມ່ນໍ້າຂອງ.
ໃນປະເທດພະມ້າ, ແມ່ນໍ້າອີຣາວະດີ ແລະ ສາລະວິນ ແລະ ແມ່ນໍ້າຂອງ ໄດ້ສະໜອງນໍ້າ 35% ແລະ ເປັນບ່ອນຢູ່ອາສັຍ ຂອງປະຊາຊົນ 58% ແລະ ເປັນແຫຼ່ງລວມຍອດ ມູນຄ່າຜລິຕພັນພາຍໃນ 46%.
ນອກຈາກນີ້ ສະເພາະຢູ່ປະເທດ ຂົງເຂດແມ່ນໍ້າຂອງ ຄະນະກັມມາທິການ ແມ່ນໍ້າຂອງສາກົລ ຫຼື MRC ລະບຸວ່າ ເຂດແມ່ນໍ້າຂອງຕອນລຸ່ມ ເປັນນຶ່ງໃນພື້ນທີ່ ທີ່ມີຄວາມສ່ຽງສູງ ຕໍ່ການປ່ຽນແປງຂອງດິນຟ້າອາກາດ ເຊິ່ງສົ່ງຜົລກະທົບຕໍ່ເສຖກິຈ, ລະບົບນິເວດ, ຄວາມຍືນຍົງຂອງປະຊາກອນ ໃນລຸ່ມແມ່ນໍ້າຂອງ ຜົລວິໄຈ ຄາດຄະເນວ່າ ຈະມີການປ່ຽນແປງ ຫຼາຍຢ່າງເກີດຂຶ້ນ ໃນໄລຍະ 20 ຫາ 50 ປີຂ້າງໜ້າ ອຸນຫະພູມຈະເພີ່ມຂຶ້ນ ທົ່ວພື້ນທີ່ລຸ່ມແມ່ນໍ້າຂອງ ໃນທຸກຣະດູການ ພາຍໃນປີ 2060 ລະດັບອຸນຫະພູມ ໃນລຸ່ມແມ່ນໍ້າຂອງ ຈະເພີ່ມຂຶ້ນ ໂດຍສະເລັ່ຽຕໍ່ປີ ອາດຢູ່ລະຫວ່າງ 0.4˚C ຫາ 3.3˚C ຂຶ້ນຢູ່ກັບການປ່ອຍອາຍກ໊າສ ເຮືອນແກ້ວທົ່ວໂລກ ທີ່ຈະສົ່ງຜົລກະທົບຕໍ່ພືດພັນ ແລະ ສັດນໍ້າ.
ເຖິງແມ່ນວ່າ ການປ່ຽນແປງຂອງດິນຟ້າອາກາດ ຈະສົ່ງຜົລກະທົບຕໍ່ແມ່ນໍ້າຂອງ ນັກວິຊາການ ເຫັນວ່າ ເຂື່ອນຂນາດໃຫຍ່ ທີ່ສ້າງຂວາງແມ່່ນໍ້າຂອງ ແລະແມ່ນໍ້າສາຂາຕ່າງໆ ສ້າງບັນຫາ ແລະຜົລກະທົບທີ່ຊັດເຈນ ຫຼາຍກວ່າການປ່ຽນແປງ ຂອງດິນຟ້າອາກາດ ທີ່ເກີດຈາກການປ່ອຍກ໊າສຄາບອນ.
ດັ່ງສາສຕຣາຈານ ດຣ. ອຽນ ແບຣ໌ ຜູ້ຊ່ຽວຊານ ດ້ານແມ່ນ້ຳຂອງ ຈາກມະຫາວິທະຍາໄລ ວິສຄອນຊິນ ເມດີຊັນ (Wisconsin Madison) ກ່າວຕໍ່ວິທຍຸ ເອເຊັຽ ເສຣີ ວ່າ:
“ເຣື່ອງການປ່ຽນແປງ ຂອງອາກາດ ກໍເປັນເຣື່ອງສໍາຄັນເນາະ ແລ້ວກໍເຮົາກໍບໍ່ປະຕິເສດ ມັນກໍາລັງເກີດຢູ່ ແລະສິເປັນບັນຫາໃນອະນາຄົດຕໍ່ໄປ ຫຼືວ່າ ແມ້ກະທັ້ງໃນປັດຈຸບັນ ກໍາລັງເປັນຢູ່ ແຕ່ວ່າ ຖ້າເວົ້າເຖິງ ແມ່ນໍ້າຂອງນີ້ນ່າ ການປ່ຽນແປງຂອງອາກາດ ບໍ່ສໍາຄັນເທົ່າກັບ ການປ່ຽນແປງທີ່ເກີດຂຶ້ນ ຈາກການສ້າງເຂື່ອນ ບໍ່ວ່າຈະຢູ່ລາວ ຫຼືວ່າຢູ່ໃນປະເທດຈີນ ອັນນີ້ ມັນມີຜົລຫຼາຍກວ່າ ຫຼາຍເທົ່າ ເພາະວ່າມັນປ່ຽນແປງອີ່ຫຼີ.”
ທ່ານກ່າວຕື່ມວ່າ ບໍຣິເວນສາມຫຼ່ຽມປາກແມ່ນໍ້າຂອງ ໃນວຽດນາມ ອາດເປັນບໍຣິເວນດຽວ ທີ່ການປ່ຽນແປງ ຂອງດິນຟ້າອາກາດ ສົ່ງຜົລຫຼາຍກວ່າເຂື່ອນ ຍ້ອນນໍ້າທະເລຂຶ້ນສູງ ເກີດດິນເຊາະເຈື່ອນ ແຕ່ຫາກຂຶ້ນເໜືອໄປໃນລາວ, ໄທຍ ເຂື່ອນສົ່ງຜົລກະທົບຫຼາຍກວ່າ. ການທີ່ເຂື່ອນເກັບນໍ້າ ໃນຣະດູຝົນ ແລະປ່ອຍນໍ້າໃນຣະດູແລ້ງ ກໍເຮັດໃຫ້ນໍ້າໃນຣະດູແລ້ງ ຜັນຜວນ ສົ່ງຜົລກະທົບຕໍ່ຊີວະນາໆພັນ ແລະວິຖີຊີວິດຊຸມຊົນ ທີ່ຂຶ້ນຕໍ່ສະພາບແວດລ້ອມ ຂອງແມ່ນໍ້າຂອງ.
ສໍາລັບຊາວບ້ານແຄມຂອງ ຖ້າຫາກປຽບທຽບກັນແລ້ວ ຜົລກະທົບຂອງເຂື່ອນ ມີຫຼາຍເຖິງ 90% ຍ້ອນເຂື່ອນ ມີຜົລກະທົບຢ່າງຈະແຈ້ງ ຕໍ່ການຂຶ້ນລົງຂອງນໍ້າ, ລະບົບນິເວດ, ພືດພັນ ແລະນໍ້າ ຮ່ວມທັງຈໍານວນປາ ທີ່ເຄີຍຫາໄດ້ ກໍຈະຫຼຸດລົງ ຍ້ອນຜົລກະທົບຈາກເຂື່ອນ. ຕໍ່ການປັບໂຕ ເພື່ອການຮັບມືການປ່ຽນແປງຂອງດິນຟ້າອາກາດ ໃນປະເທດລຸ່ມແມ່ນໍ້າຂອງ ໂດຍສະເພາະ ໃນປະເທດລາວນັ້ນ ເປັນເຣື່ອງທ້າທາຍຫຼາຍ ຍ້ອນຕ້ອງລົງທຶນຫຼາຍ ຕ້ອງມີຜູ້ຊ່ຽວຊານ ມານໍາພາເຮັດ ແລະຕ້ອງມີເວລາໃນການຄົ້ນຄວ້າ ແລະການຮ່ວມມືແກ້ບັນຫາ.
ສາສຕຣາຈານ ດຣ. ອຽນ ແບຣ໌ ແລະ ນັກອະນຸຮັກສິ່ງແວດລ້ອມລາວ ເຫັນວ່າ ວິທີທີ່ດີທີ່ສຸດ ໃນຕອນນີ້ ແມ່ນການປ່ຽນໄປນໍາໃຊ້ໄຟຟ້າ ຈາກພະລັງງານໝຸນວຽນອື່ນໆແທນ ເປັນຕົ້ນ ພະລັງງານແສງຕາເວັນ ແລະພະລັງງານລົມ ໃຫ້ຫຼາຍຂຶ້ນ ແລະຫຼຸດຜ່ອນການກໍ່ສ້າງເຂື່ອນໄຟຟ້າ ແລະໂຮງງານໄຟຟ້າອື່ນໆ.
ປັດຈຸບັນ ຣັຖບານລາວ ມີການອະນຸຍາດໃຫ້ບໍຣິສັດລົງທຶນ ສັມປະທານພື້ນທີ່ ແລະເຂົ້າມາສຶກສາຄວາມເປັນໄປໄດ້ ຂອງໂຄງການພະລັງງານ ແສງຕາເວັນ ແລະພະລັງງານລົມ ຢູ່ຫຼາຍແຂວງ ເປັນຕົ້ນ: ແຂວງເຊກອງ, ຈໍາປາສັກ, ສວັນນະເຂດ, ຜົ້ງສາລີ, ຫຼວງນໍ້າທາ ແລະອຸດົມໄຊ ແຕ່ໃນຂະນະດຽວກັນ ຣັຖບານລາວ ກໍມີແຜນດຶງດູດ ໃຫ້ນັກລົງທຶນມາສ້າງເຂື່ອນອີກ 26 ແຫ່ງ, ອີງຕາມຂໍ້ມູນ ຈາກແຜນພັທນາເສຖກິຈ ແລະ ສັງຄົມ ແຫ່ງຊາຕ ປີ 2021-2025.
ປະເທດຕອນລຸ່ມ ຂອງແມ່ນໍ້າຂອງ ຄື: ລາວ, ໄທຍ, ກັມພູຊາ ແລະວຽດນາມ ທັງໝົດ ໄດ້ເຊັນຂໍ້ຕົກລົງ ປາຣີສ໌ ວ່າດ້ວຍການປ່ຽນແປງ ຂອງສະພາບອາກາດ.
ໃນປະເທດລາວ ກໍມີການຈັດຕັ້ງປະຕິບັດ ແຜນງານປະກອບສ່ວນແຫ່ງຊາຕ ຂອງ ສປປ ລາວ ຂຶ້ນ ເພື່ອໃຊ້ເປັນຍຸທສາດ ທີ່ລາວຈະນໍາໃຊ້ເພື່ອຫຼຸດຜົລກະທົບ ຕໍ່ການປ່ຽນແປງຂອງດິນຟ້າອາກາດ ລະຫວ່າງປີ 2015-2030 ດັ່ງນີ້.
- ຍຸທສາດປ່າ ທີ່ຕັ້ງເປົ້າ ເພີ່ມພື້ນທີ່ປ່າໄມ້ປົກຫຸ້ມໃຫ້ໄດ້ 70% ພາຍໃນປີ 2020 ເຊິ່ງຫຼ້າສຸດ ຣັຖບານລາວ ມີແຜນກຽມຮ່າງຍຸທສາດປ່າໄມ້ ສະບັບໃໝ່ ເພື່ອເລື່ອນເປົ້າໝາຍ ໄປເປັນປີ 2025.
- ຍຸທສາດພັທນາພະລັງງານ ໝຸນວຽນ ເພື່ອເພີ່ມສັດສ່ວນ ການໃຊ້ພະລັງງານໝຸນວຽນ ໃຫ້ເຖິງ 30% ແລະເພີ່ມສັດສ່ວນ ການໃຊ້ພະລັງງານຊີວະພາບ ໃຫ້ເຖິງ 10% ຂອງຄວາມຕ້ອງການເຊື້ອເພີງ ໃນການເດີນທາງ ພາຍໃນປີ 2025.
- ໂຄງການນໍາໃຊ້ໄຟຟ້າ ໃນພື້ນທີ່ຊົນນະບົດ.
- ນໍາໃຊ້ການຂົນສົ່ງຢ່າງຍືນຍົງ ສ້າງເຄືອຂ່າຍຖນົນ ແລະເພີ່ມການໃຊ້ຂົນສົ່ງມວນຊົນ.
- ກໍ່ສ້າງໂຄງການ ເຂື່ອນໄຟຟ້າຂນາດໃຫຍ່ ເພື່ອສົ່ງອອກພະລັງງານສະອາດ ໄປຍັງປະເທດເພື່ອນບ້ານ ເປັນຕົ້ນ ໄທຍ ແລະວຽດນາມ.
- ນໍາໃຊ້ແຜນການດໍາເນີນງານ ດ້ານການປ່ຽນແປງດິນຟ້າອາກາດ ເປັນຕົ້ນ ການເບິ່ງແຍງການປະເມີນຄວາມສໍາເຣັດ ຂອງນະໂຍບາຍຕ່າງໆ.