ມ.ໂຂງ ປາຂ່່າໃກ້ສູນພັນ
ປາຂ່າ ໃນແມ່ນໍ້າຂອງ ຢູ່ເຂດ ເມືອງໂຂງ ແຂວງຈຳປາສັກ ໃກ້ຈະສູນພັນ.
-
ສຸພັດຕາ
2018-04-26 -
-
-
Your browser doesn’t support HTML5 audio
ຈຳນວນປ່າຂ່າ ໃນແມ່ນໍ້າຂອງ ຢູ່ເມືອງໂຂງ ແຂວງຈຳປາສັກ ຫຼຸດລົງເລື້ອຍໆ ຈົນໃກ້ສູນພັນແລ້ວ ຫຼັງຈາກມີການລັກລອບ ໃຊ້ອຸປກອນ ຫາປາ ຊນິດທຳລາຍລ້າງ ເປັນຕົ້ນເຄື່ອງຊ໋ອດໄຟຟ້າ ແລະຣະເບີດ ນອກຈາກນີ້ແລ້ວ ຍັງມີການ ສ້າງເຂື່ອນດອນສະໂຮງ ໃກ້ກັບບ່ອນຢູ່ ອາສັຍຂອງປ່າຂ່າ ແລະເຮັດໃຫ້ປານ້ອຍຊນິດອື່ນໆຫຼຸດລົງເຊັ່ນກັນ, ດັ່ງເຈົ້າໜ້າທີ່ ອະນຸຮັກພັນປາເມືອງໂຂງ ກ່າວຕໍ່ເອເຊັຍເສຣີ ໃນວັນທີ 26 ເມສາ ນີ້ວ່າ:
“ຜ່ານມາບໍ່ເຂົ້າໃຈກ່ຽວກັບປາຂ່ານີ້ ໄປຖືກໂຕ່ງ ຖືກມອງ ໂດຍບໍ່ມີການອະນຸຮັກສາ ມັນຈັ່ງທຳໃຫ້ປານັ້ນຫຼຸດນ້ອຍລົງ ຄິດວ່າປານີ້ບໍ່ມີຄຸນຄ່າ ຊັ້ນນ່າ ຕະກີ້ຢູ່ນີ້ ໃນວັງຕົວນີ້ ມີຢູ່ຫມ້ອງ 17-18 ໂຕ ແລ້ວກໍ່ມາມີຢູ່ວັງເຮົານີ້ 3 ໂຕ 4 ໂຕເທົ່ານັ້ນ.”
ເຈົ້າໜ້າທີ່ເວົ້າວ່າ ແຕ່ກີ້ປາຂ່າ ໃນເຂດຊາຍແດນແມ່ນໍ້າຂອງ ລາວ-ກັມພູຊາ ນັ້ນມີຫຼາຍໂຕ ທັງຢູ່ແຂວງຊຽງແຕງ ປະເທດກັມພູຊາ ແລະ ແຂວງຈຳປາສັກ ເຊັ່ນ: ເຂດບ້ານຫາງສະດຳ, ຫາງຄອນ ແລະບ້ານນາກະສັງ ເມືອງໂຂງ.
ອົງການຄຸ້ມຄອງສັດປ່າໂລກ ຫຼື WWF ຣາຍງານວ່າປັດຈຸບັນຈຳນວນປາຂ່າ ໃນຝັ່ງກັມພູຊາເຫຼືອປະມານ 90 ໂຕ ຢູ່ເຂດບ້ານຫາງຄອນ ເມືອງໂຂງ ຊຶ່ງເປັນບ່ອນດຽວ ໃນປະເທດລາວ ທີ່ມີປາຊນິດນີ້ ພຽງ 5 ໂຕ ແລະເມື່ອເດືອນມີນາ ທີ່ຜ່ານມານີ້ ເຈົ້າໜ້າທີ່ອະນຸຮັກ ພັນປາ ຜູ້ນີ້ກໍບອກວ່າ ລູກປາຂ່າອາຍຸ 3 ເດືອນ ຕາຍໄປອີກແລ້ວ 1 ໂຕ:
“5 ໂຕ ກັບໂຕນ້ອຍ ໂຕຕາຍຫັ້ນ ມັນຖືກຜົນກະທົບ ກໍ່ເໝືອນກັບເດັກນ້ອຍເຮົານິແລ້ວ ເພາະວ່າມັນເກີດໃໝ່ ມັນກະທົບແຮງ ຫຼາຍກໍເລີຍ ຕາຍຫຼືວ່າຊິເປັນນໍານໍ້າ ບໍແບບວ່າມີພິດໄພ ເວົ້າເລື້ອງສາຍນໍ້າຂອງແຕ່ຈີນລົງມາ ຈັງເຂົາສິເອົາອິສັງໃສ່ຈັ່ງໃດ ແລ້ວເທລົງນໍ້າຂອງ ໃຫ້ນໍ້າເປິ ນໍ້າເປື້ອນ ເຮົາກໍ່ໍບໍ່ເຂົ້າໃຈໂຕນີ້ນິ່ນະ ເລື່ອງການອະນຸຮັກສາ ພວກເຮົາກໍເຮັດເຕັມທີ່ແລ້ວ ເຮົານີ້ກໍ່ໄດ້ໃຊ້ໜ່ວນລາດຕະເວນຕລອດ.”
ທ່ານກ່າວຕື່ມວ່າ ເພື່ອອະນຸຮັກປາຂ່າ ທີ່ຍັງເຫຼືອໃນຕອນນີ້ໄວ້ ເຈົ້າໜ້າກໍມີການກວດກາ ລາດຕະເວນເຂັ້ມງວດຂຶ້ນ ແລະຈະລົງໂທດຜູ້ທີ່ໃຊ້ ອຸປກອນຫາປາ ທີ່ຕ້ອງຫ້າມ ນັ້ນນຳດ້ວຍ.