ເຄືອຂ່າຍລຸ່ມນ້ຳຂອງຂໍໃຫ້ ຢຸດເຂື່ອນ

ສິດນີ
2015.10.08
F-thai-riparian ເຄືອຂ່າຍ ປະຊາຊົນ ລຸ່ມ ແມ່ນໍ້າຂອງ ໄທແລະກັມພູຊາ ຮຽກຮ້ອງໃຫ້ ທາງການລາວ ເຊົາສ້າງເຂື່ອນ ດອນສະໂຮງ
RFA

ໃນ ວັນທີ 6 ຕຸລາ 2015 ຜ່ານມາ ເຄື່ອຂ່າຍ ປະຊາຊົນ ລຸ່ມ ແມ່ນ້ຳຂອງ ຂອງໄທ, ໄດ້ເຜີຍແຜ່ ຖແລງການ ພາກ ປະຊາຊົນ ໄທ ກຳພູຊາ ແລະ ວຽດນາມ ວ່າດ້ວຍ ການ ສ້າງ ເຂື່ອນ ໃນ ເຂດ ລຸ່ມ ແມ່ນ້ຳຂອງ, ແລະ ໂຄສະນາ ໃຫ້ ປະຊາຊົນ ລົງ ລາຍຊື່ ໃນ ເຄືອຂ່າຍ ອິນເຕີເນັດ CHANGE.ORG, ເພື່ອ ຮຽກຮ້ອງ ໃຫ້ ຣັຖບານ ຂອງ 4 ປະເທດ ແມ່ນ້ຳຂອງ ຄື ໄທ ກຳພູຊາ ລາວ ແລະ ວຽດນາມ, ທົບທວນ ໂຄງການ ສ້າງ ເຂື່ອນ ທຸກເຂື່ອນ ໃສ່ ແມ່ນ້ຳຂອງ. ດັ່ງທ່ານ ຊານນະວົງ ວົງລາ ຈາກ ກຸ່ມ ຮັກ ຊຽງຄານ, ທີ່ ເປັນນຶ່ງ ໃນ ຈຳນວນ ປະຊາຊົນ ໄທ ທີ່ ສນັບສນູນ ຖແລງການ ດັ່ງກ່າວ ໄດ້ ກ່າວຕໍ່ ເອເຊັຽ ເສຣີ ໃນ ຕອນນຶ່ງ ວ່າ:

"ຫລັງຈາກ ເຮົາ ຮວບຮວມ ຣາຍຊື່ ແລ້ວ ເຮົາຕ້ອງ ເບິ່ງ ຈຳນວນ ວ່າ ຫຼາຍປານໃດ, ເພື່ອຈະໃຫ້ ກັບ ຣັຖມົນຕຣີ ຂອງ ແຕ່ລະ ປະເທດ ວ່າ ຕ້ອງມີການ ຮັບຟັງ ຕ້ອງມີການ ໂອ້ລົມ ກັນກ່ອນ ວ່າ ຈະ ເຮັດຢ່າງໃດ ຈະ ແກ້ໄຂ ບັນຫາ ໄດ້ ທີ່ ຜ່ານມາ ບໍ່ເຄີຍມີ ເລີຍ".

ຖແລງການ ໄດ້ ຮຽກຮ້ອງ ໃຫ້ ມີການ ປະຊຸມ ຮ່ວມກັນ ຣະຫວ່າງ ຣັຖບານ ກັບ ປະຊາຊົນ ໃນ ລຸ່ມ ແມ່ນ້ຳຂອງ, ແລະ ຕ້ອງ ການ ຢາກໃຫ້ ມີການ ສຶກສາ ກ່ຽວກັບ ຄຸນຄ່າ ແມ່ນ້ຳຂອງ ແລະ ຜົລກະທົບ ຈາກ ການສ້າງ ເຂື່ອນ, ເພື່ອ ຍັບຍັ້ງ ຄວາມ ເສັຽຫາຍ ທີ່ ຈະເກີດຂຶ້ນ ໃສ່ ແມ່ນ້ຳຂອງ, ຍ້ອນວ່າ ທີ່ ຜ່ານມາ ປະຊາຊົນ ບໍ່ເຄີຍມີ ສ່ວນຮ່ວມ ແລະ ຮັບຮູ້ ຂໍ້ມູນ ຢ່າງແທ້ ຈິງ.

ໃນ ຖແລງການ ໄດ້ ກ່າວເຖິງ ເຂື່ອນ ດອນສະໂຮງ ໂດຍ ໄດ້ ຮຽກຮ້ອງ ໃຫ້ ຣັຖບານ ລາວ ແລະ ຜູ້ໄດ້ຮັບ ສຳປະທານ, ໃຫ້ ຣາຍລະອຽດ ເພີ້ມຕື່ມ ກ່ຽວກັບ ຜົລກະທົບ ຈາກ ການສ້າງ ເຂື່ອນ ນີ້.

ໃນຕົ້ນ ອາທິດ ນີ້ ສຳນັກ ຂ່າວສານ ໃນ ກຳພູຊາ ຣາຍງານວ່າ ຣັຖບານ ແລະ ອົງການ ດ້ານ ສີ່ງແວດລ້ອມ ໃນ ກຳພູຊາ ກັງວົນ ກ່ຽວກັບ ຜົລກະທົບ ຈາກ ເຂື່ອນ ດອນສະໂຮງ ຢາກ ໃຫ້ ຣັຖບານ ລາວ ສຶກສາ ຜົລກະທົບ ເພີ້ມຕື່ມ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.