ການເສວະນາໃນບັນຫາ ເຂື່ອນ

ທ່ານ RICHARD CRONIN, DIRECTOR OF THE STIMSON CENTER, SEA PROGRAM
ທ່ານ RICHARD CRONIN, DIRECTOR OF THE STIMSON CENTER, SEA PROGRAM (RFA)

0:00 / 0:00

ໃນ ວັນທີ 9 ຕຸລາ ຜ່ານມາ ສູນກາງ ສຶກສາ ວິຈັຍ ຄົ້ນຄວ້າ ຣະດັບ ສູງ ຂອງ ສະຫະຣັດ ກ່ຽວກັບ ບັນຫາ ທ້າທາຍ ໃນໂລກ ທີ່ ມີສູນກາງ ຢູ່ ນະຄອນ ຫລວງ WASHINGTON DC ສະຫະຣັດ ອະເມຣິກາ ໄດ້ເປີດ ການ ເສວະນາ ປະຈຳ ປີ ຂຶ້ນ, ໃນຫົວຂໍ້ ທີ່ວ່າ ການ ສ້າງເຂື່ອນ ໃສ່ ແມ່ນ້ຳຂອງ ໂດຍ ທົ່ວໄປ ຂອງ ບັນດາ ປະເທດ ເອເຊັຽ ອາຄະເນ.

ຜູ້ ທີ່ ເຂົ້າຮ່ວມ ເສວະນາ ສ່ວນໃຫຽ່ ໃຫ້ຄວາມ ຄິດເຫັນ ວ່າ ການສ້າງ ເຂື່ອນ ໃສ່ ແມ່ນ້ຳຂອງ ບໍ່ວ່າ ຈະເປັນ ຂ້າງເທິງ ຫລື ຂ້າງລຸ່ມ ຄວນສ້າງ ບົນພື້ນຖານ ຄວາມ ໂປ່ງໄສ ສົມດູນ ໃຫ້ ຜົລປໂຍດ ທຸກຝ່າຍ, ສຶກສາ ຂໍ້ມູນ ໃຫ້ ຖິ່ຖ້ວນ ແລະ ປະສານງານ ຮ່ວມກັນ ກັບຫຼາຍ ພາກສ່ວນ ທີ່ ກ່ຽວຂ້ອງ, ໃນນັ້ນ ຮ່ວມດ້ວຍ ອົງການ ສາກົນ. ດັ່ງທ່ານ RICHARD CRONIN ຜູ້ ບໍຣິຫານ ສູນກາງ ຄົ້ນຄວ້າ ກ່າວ ໃນ ຕອນນຶ່ງ ວ່າ:

"ວິທີ ທີ່ ຣັຖບານ ລາວ ເຮັດ ໃນ ປັດຈຸບັນ ກໍ ແມ່ນວ່າ ໃຫ້ ສຳປະທານ ແກ່ ນັກ ລົງທຶນ ຕ່າງຊາດ ເຂົ້າມາ ສ້າງ ເຂື່ອນ ແບບ ທຸຣະກິດ ການຄ້າ ຊຶ່ງ ບໍ່ເປັນ ຫົນທາງ ທີ່ ດີປານໃດ ໂດຍສະເພາະ ລາວ ຈະສ້າງ 9 ເຂື່ອນ ຕາມ ລຳ ແມ່ນ້ຳຂອງ".

ທ່ານ ກ່າວ ເພີ້ມວ່າ ການສ້າງ ເຂື່ອນ ໃສ່ ແມ່ນ້ຳຂອງ ຖືວ່າເປັນ ບັນຫາ ທີ່ ສຳຄັນ ໃນ ການພັທນາ ເສຖກິດ ແລະ ສັງຄົມ ຂອງ ປະເທດ ນັ້ນໆ, ແຕ່ ຕ້ອງມີ ຄວາມ ໂປ່ງໄສ ແລະ ຄວາມ ສົມດູນ ເພື່ອ ຜົລປະໂຫຍດ ຂອງ ທຸກຝ່າຍ ໃນການໃຊ້ ຊັພຍາກອນ ນ້ຳ ຮ່ວມກັນ.

ທ່ານກ່າວ ອີກວ່າ ມີ 4 - 5 ບໍຣິສັດ ໃນບາງ ໂຄງການ ຈາກ 5 ປະເທດ ຂາດການ ປະສານງານ ຮ່ວມກັນ ນີ້ເປັນການ ບໍຣິຫານ ຈັດການ ບໍ່ໄດ້ດີ ປານໃດ ໃນການສ້າງ ຣາຍໄດ້ ໃຫ້ແກ່ ປະເທດຊາດ ໃນ ຣະຍະ ສັ້ນ ແລະ ໃນ ຣະຍະຍາວ ກໍຈະບໍ່ ຊ່ອຍລາວ ຫຼາຍ ປານໃດ.

ການ ເສວະນາ ເທື່ອນີ້ ມີ ນັກ ວິຊາການ ແລະ ນັກ ວິທຍາສາດ ຣະດັບ ສູງ ຂອງ ສະຫະຣັດ ແລະ ບາງ ປະເທດ ເຂົ້າຮ່ວມ ເພື່ອ ແລກປ່ຽນ ຄວາມ ຄິດເຫັນ ກັນ ໃນບັນຫາ ທີ່ ສຳຄັນ, ດັ່ງ ການສ້າງ ເຂຶ່ອນ ໃສ່ ແມ່ນ້ຳຂອງ ຊຶ່ງ ເປັນ ແມ່ນ້ຳ ນາໆຊາດ, ທີ່ ປະຊາຊົນ ຫຼາຍ ຮ້ອຍ ລ້ານ ຄົນ ຈາກ ຫຼາຍ ປະເທດ ທີ່ ແມ່ນ້ຳຂອງ ໄຫຼຜ່ານ ອາສັຍ ການລ້ຽງ ຄອບຄົວ ຈາກ ແມ່ນ້ຳ ສາຍນີ້ ມາແຕ່ ດຶກດຳບັນ.

ກຸ່ມ ນັກ ວິຊາການ ໃນການ ເສວະນາ ເຫັນວ່າ ໂຄງການ ສ້າງ ເຂື່ອນ ໃສ່ ນ້ຳຂອງ ຖ້າບໍ່ມີ ການ ວາງແຜນ, ການ ບໍຣິຫານ ຈັດການ ແລະ ການ ປະສານ ຮ່ວມກັນ ໂດຍດີ ຈະສົ່ງ ຜົລກະທົບ ຕໍ່ ຊີວິດ ການເປັນຢູ່ ຂອງ ປະຊາຊົນ ທ້ອງຖິນ, ຣະບົບ ນິເວດ, ການ ຂຶ້ນລົງ ຂອງ ຝຸງປາ ແລະ ການ ໄຫລ ຂອງ ດິນຕົມ ທີ່ ອຸດົມ ສົມບູນ ໄປສູ່ເຂດ ປາກ ແມ່ນ້ຳ ລາຍໃຫຽ່.