ລະດັບ ນໍ້າຂອງຫຼຸດລົງຕໍ່າສຸດ ໃນຮອບ 60 ປີ

ຄະນະກັມມາທິການ ແມ່ນໍ້າຂອງສາກົລ ໄດ້ອອກຖແລງການ ກ່ຽວກັບສະພາບນໍ້າຂອງ ຫຼຸດຕໍ່າສຸດ 3 ປີຕິດຕໍ່ກັນ ແລະຕໍ່າສຸດໃນຮອບ 60 ປີ ຊຶ່ງໃນປີ 2020 ຖືວ່າມີລະດັບ ທີ່ຕໍ່າທີ່ສຸດ. ພ້ອມດຽວກັນກໍໄດ້ຮຽກຮ້ອງໃຫ້ 6 ປະເທດ ສະມາຊິກແມ່ນໍ້າຂອງ ດຳເນີນການແກ້ໄຂບັນຫາ ແມ່ນໍ້າຂອງແຫ້ງແລ້ງ ແລະມີຄວາມຜັນຜວນນັ້ນນໍາດ້ວຍ.

ສະພາບແມ່ນ້ຳຂອງແຫ້ງ ເຂດເມືອງປາກຊົມ ແຂວງເລີຍ , ວັນທີ 12 ມົກກະຣາ 2022. RFA

ໃນວັນທີ 13 ມົກກະຣາ ຜ່ານມາ ຄະນະກັມມາທິການ ແມ່ນໍ້າຂອງສາກົລ ໄດ້ອອກຖແລງການ ກ່ຽວກັບສະພາບນໍ້າຂອງ ມີລະດັບ ຕໍ່າສຸດ 3 ປີຕິດຕໍ່ກັນແລະຕໍ່າສຸດໃນຮອບ 60 ປີ ຊຶ່ງໃນປີ 2020 ຖືວ່າມີລະດັບ ທີ່ຕໍ່າທີ່ສຸດ. ພ້ອມດຽວກັນກໍໄດ້ຮຽກຮ້ອງໃຫ້ 6 ປະເທດ ສະມາຊິກແມ່ນໍ້າຂອງ ດຳເນີນການແກ້ໄຂບັນຫາ ແມ່ນໍ້າຂອງແຫ້ງແລ້ງ ແລະມີຄວາມຜັນຜວນນັ້ນນໍາດ້ວຍ.

ດຣ. ແອນ ພິຈ ຫັຕດະ (Dr. An Pich Hatda), ປະທານເຈົ້າໜ້າທີ່ ບໍຣິຫານເລຂາທິການ ຄະນະກັມມາທິການແມ່ ນໍ້າຂອງສາກົລກ່າວວ່າ:

ເມື່ອຮວມກັນແລ້ວ ປັດຈັຍເຫຼົ່ານີ້ອາດເຮັດໃຫ້ເກີດ ຜົລກະທົບຕໍ່ ຜົລຜລິດທາງການກະເສຕ, ການປະມົງ ແລະ ສ້າງຄວາມກົດດັນຕໍ່ຊາວບ້ານ ທີ່ໃຊ້ຊີວິດແຄມແມ່ນໍ້າຂອງ ອີກທັງຍັງເປັນພັຍຄຸກຄາມ ຕໍ່ລະບົບນິເວດ ແມ່ນໍ້າຂອງນຳດ້ວຍ. ຄວາມຮ່ວມມື ໃນເຊີງບຸກຈຶ່ງເປັນສິ່ງທີ່ສຳຄັນ ບໍ່ແມ່ນແຕ່ຈາກປະເທດຈີນ ເທົ່ານັ້ນ ແຕ່ຫາກປະເທດສະມາຊິກທັງໝົດ ຕ້ອງຮ່ວມມືກັນເພື່ອແກ້ໄຂບັນຫາທີ່ເກີດຂຶ້ນ.

ປັດຈຸບັນສະພາບແມ່ນໍ້າຂອງ ທີ່ໄຫຼຜ່ານປະເທດລາວ ໄດ້ຫຼຸດລະດັບລົງໃນຫຼາຍພື້ນທີ່ ໂດຍສະເພາະຕັ້ງແຕ່ເຂດ ນະຄອນຫຼວງວຽງຈັນ ລົງໄປຫາແຂວງຄຳມ່ວນ ມີລະດັບຢູ່ລະຫວ່າງ 1.1-2.2 ແມັດ ເຮັດໃຫ້ຊາວປະມົງ ບໍ່ສາມາດຫາປາຂາຍໄດ້ ເປັນເວລາຫຼາຍມື້ແລ້ວ ສົ່ງຜົລໃຫ້ຮ້ານຂາຍປາ ຫຼາຍຮ້ານຂາດແຄນປາແມ່ນໍ້າຂອງ. ເຈົ້າຂອງຮ້້້ານຂາຍປາຢູ່ນະຄອນ

ຫຼວງວຽງຈັນກ່າວຕໍ່ວິທຍຸເອເຊັຽເສຣີໃນວັນທີ 14 ມົກກະຣາ ນີ້ວ່າ:

ຢາກໜ້ອຍລົງຫຼາຍ ເພາະວ່າຊ່ວງນີ້ແມ່ນປາບົກຂຶ້ນຫຼາຍ ຢູ່ວຽງນີ້ເຂົາກໍມາເອົາ ຕັ້ງແຕ່ພາກໃຕ້ປາໃນຊ່ວງນີ້ນ່າປົກກະຕິແລ້ວມັນກາອຶດຢູ່ແລ້ວເນາະ ມັນກະຈະຫາຍາກ ແຕ່ວ່າປີນີ້ແມ່ນປາໜ້ອຍຫຼາຍ ທຽບກັບປີຜ່ານໆ ມາ ເຖິງວ່າຍາມປາຫຼາຍກາບໍ່ມີປາ.

ໃນຂະນະທີ່ແມ່ຄ້າຂາຍປາ ຢູ່ນະຄອນຫຼວງວຽງຈັນອີກຍານາງນຶ່ງ ກໍຢືນຢັນວ່າ ຊາວປະມົງບໍ່ໄດ້ສົ່ງມາຂາຍໃຫ້ຮ້ານຂອງລາວ ເປັນເວລາ 2 ສັປດາແລ້ວ ຍ້ອນຫາປາບໍ່ໄດ້ຄືແຕ່ກ່ອນ ແຕ່ກໍບໍ່ໄດ້ຖາມລະອຽດຫຼາຍໄປກ່ວານັ້ນວ່າ ເກີດຈາກສາເຫດໃດກັນແທ້.

ຫຼາຍມື້ແລ້ວປະມານສອງອາທິດແລ້ວ ບໍ່ມີປາມາຂາຍຊື້ບໍ່ໄດ້ຂະເຈົ້າຫາປາບໍ່ໄດ້ ເພິ່ນວ່າເຮົາກາບໍ່ຮູ້ ເຮົາບໍ່ໄດ້ຖາມຂະເຈົ້າຊໍ້າ ເພິ່ນວ່າບໍ່ໄດ້ ເຮົາກາບໍ່ໄດ້ຂາຍ ລະກະແລ້ວ.

ເຈົ້າໜ້າທີ່ລາວທ່ານນຶ່ງ ທີ່ເຮັດວຽກໃກ້ຊິດແມ່ນໍ້າຂອງກ່າວວ່າ ສະພາບນໍ້າຂອງມີຄວາມຜັນຜວນ ໃນຫຼາຍເຂດນັ້ນ ຍ້ອນເກີດຈາກການບໍຣິຫານ ຈັດການຂອງເຂື່ອນ ໃນແມ່ນໍ້າຂອງທັງໃນຈີນ ແລະລາວ ຊຶ່ງບາງມື້ກໍກັກນໍ້າໄວ້ ແລະບາງມື້ກໍບໍ່ໄດ້ປ່ອຍນໍ້າອອກ ມີສ່ວນເຮັດໃຫ້ເກີດສະພາບຕໍ່າສຸດ ໃນຮອບຫຼາຍປີ ແລະການຂຶ້ນ-ລົງຂອງແມ່ນໍ້າຂອງ ກໍຜິດທັມມະຊາດ.

ມັນການຂຶ້ນກັບພຸ້ນ ນໍ້າມາຕັ້ງແຕ່ຈີນພຸ້ນແລ້ວ ນໍ້າເໜືອມາໜ້ອຍ ເພິ່ນກາເພີ່ມນໍ້າຂຶ້ນ ມີບາງ

ເທື່ອຂືຶ້ນບາງເທື່ອລົງນ່າ ມັນລົງຫຼາຍໆ ເຂົາກາປ່ອຍໃຫ້ມັນຢູ່ໃນລະດັບ ອັນນັ້ນຕື່ມຫັ້ນນ່າ.

ສ່ວນຊາວໄທຍ ທີ່ຢູ່ຕິດແຄມນໍ້າຂອງຫຼາຍຄົນກໍວ່າ ໃນໄລຍະນີ້ລະດັບນໍ້າຕໍ່າຫຼາຍ ເຮັດໃຫ້ຫາປາເກືອບບໍ່ໄດ້ ຫຼືຄັນຫາໄດ້ກໍມີໜ້ອຍຫຼາຍທີ່ສຸດ ຊຶ່ງພວກເຂົາເຈົ້າເຊື່ອວ່າ ນີ້ຄືຜົລກະທົບຈາກສ້າງເຂື່ອນ ໃສ່ແມ່ນໍ້າຂອງຫຼາຍແຫ່ງ ແລະຄັນສ້າງເຂື່ອນຕື່ມອີກກໍແຮງຊິເຮັດໃຫ້ ແມ່ນໍ້າຂອງບົກແຫ້ງຫຼາຍຂຶ້ນ.

ຊາວບ້ານຢູ່ແຂວງເລີຍທ່ານນຶ່ງກ່າວວ່າ:

ຍ້ອນນໍ້າເຂື່ອນລະບໍ່ປົກກະຕິ ນໍ້າມັນຍັງແຫ້ງຂນາດນີ້ເນາະ ສ້າງຂຶ້ນອີກມັນກາແຫ້ງໆ ຫຼາຍບໍ່ມີໃຜມາຊົດເຊີຍບໍ່ມີໃຜມາແກ້ໄຂແລ້ວ

ໃນຂະນະດຽວກັນ, ນັກວິຊາການດ້ານແມ່ນໍ້າຂອງ ປະຈຳປະເທດໄທຍ ທ່ານນຶ່ງກ່າວວ່າ ໃນໄລຍະ 3 ປີມານີ້ ແມ່ນໍ້າຂອງມີລະດັບຕໍ່າສຸດ ສາເຫດນຶ່ງກໍປະຕິເສດບໍ່ໄດ້ວ່າ ເກີດຍ້ອນການສ້າງເຂື່ອນ ໃສ່ແມ່ນໍ້າຂອງ ແຕ່ສະພາບການປ່ຽນແປງ ໃນແມ່ນໍ້າຂອງ ທີ່ເຫັນໄດ້ຊັດເຈັນໃນເວລານີ້ ແມ່ນເກີດຂຶ້ນຂອງໄຄທີ່ເກີດຂຶ້ນຜິດລະດູການ.

ທ່ານໄດ້ກ່າວວ່າ ໄລຍະ 3-4 ປີມານີ້ແຫຼະ ທີ່ມີບັນຫາເລື່ອງລະດັບ ແມ່ນໍ້າຂອງແຫ້ງ ໄຄກໍໄປເຣີ່ມອອກໃນປາຍ ເດືອນມົກກະຣາ ຫາ ກຸມພາ ແຕ່ວ່າປີນີ້ຕົ້ນເດືອນທັນວາ ໄຄເຣີ່ມອອກແລ້້ວ ນໍ້າກໍໃສຂຶ້ນຄັນຫາກິນກໍພໍໄດ້ ແຕ່ຊິໃຫ້ຫາກິນຕາມແມ່ນໍ້າຂອງ ຄືແຕ່ກ່ອນກໍຈະບໍ່ໄດ້ອີກ ຍ້ອນປາຫຼຸດລົງຫຼາຍ.

ທ່ານກ່າວຕື່ມວ່າ ບັນຫາແມ່ນໍ້າຂອງ ມີລະດັບຕໍ່າ ຍັງເຮັດໃຫ້ເກີດຜົລກະທົບ ຕໍ່ການແລ່ນເຮືອສິນຄ້າໃນແມ່ນໍ້າຂອງ ໂດຍສະເພາະເຮືອສິນຄ້າຈີນ ທີ່ເກືອບຈະບໍ່ເຫັນອີກເລີຍ. ຊຶ່ງສະແດງ ໃຫ້ເຫັນເຖິງການບໍຣິຫານ ຈັດການນໍ້າຂອງ ເຂື່ອນຫຼາຍແຫ່ງ ທີ່ຍັງຕ້ອງມີການປັບປຸງຄືນ ເພື່ອໃຫ້ການໄຫຼຂອງແມ່ນໍ້າຂອງ ກັບມາເປັນແບບທັມມະຊາດ.

ປັດຈຸບັນແມ່ນໍ້າຂອງ ທີ່ມີລະດັບຕໍ່າສຸດໃນລາວ ແມ່ນຢູ່ເຂດນະຄອນປາກເຊ ແຂວງຈຳປາສັກ ວັດແທກໄດ້ປະມານ 1.1 ແມັດ ແລະ ນະຄອນຫຼວງວຽງຈັນ ວັດແທກໄດ້ປະມານ 1.7 ແມັດ ສ່ວນລະດັບນໍ້າຂອງສູງທີ່ສຸດ ຢູ່ເຂດດອນສະໂຮງ ແຂວງຈຳປາສັກ ວັດແທກໄດ້ປະມານ 6.2 ແມັດ. ອີງຕາມຂໍ້ມູນຫຼ້າສຸດຂອງເວັບໄຊຕ໌ ຄະນະກັມມາທິການ ແມ່ນໍ້າຂອງສາກົລ ໃນວັນທີ 14 ມົກກະຣາ 2022.

2025 M Street NW
Washington, DC 20036
+1 (202) 530-4900
lao@rfa.org