ນໍ້າຂອງລົ້ນຝັ່ງທໍາລາຍ ເຄື່ອງປູກ

ນໍ້າຂອງ ໄຫລຖ້ວມ ຮົ້ວສວນ ເຄື່ອງປູກ ຂອງ ປະຊາຊົນ ເມືອງ ປາກຊັນ ແຂວງ ບໍຣິຄໍາໄຊ.

ສະພາບຄວາມເສັຽຫາຍ ຈາກພັຍນໍ້າຖ້ວມ ຢູ່ທາງພາກເໜືອ ຂອງລາວ RFA

ນໍ້າຂອງ ລົ້ນຝັ່ງ ໄຫລເຂົ້າຖ້ວມ ຮົ້ວສວນ ຂອງ ປະຊາຊົນ ຢູ່ຕາມແຄມ ນໍ້າຂອງ ເມືອງປາກຊັນ ແຂວງ ບໍຣິຄໍາໄຊ ເຮັດໃຫ້ ພືດຜົລປູກ ເສັຽຫາຍ ຍ້ອນ ຖືກນໍ້າຖ້ວມ ມາເກືອບ 10 ມື້ແລ້ວ. ຕາມຄໍາເວົ້າ ຂອງ ປະຊາຊົນ ບ້ານ ສອງຄອນ ທ່ານນຶ່ງ ຕໍ່ RFA ໃນ ວັນທີ 23 ສິງຫາ ນີ້:

"ໂອ໋ ຮອດແລ້ວ ຮອດຕະລິ່ງແລ້ວ ມີແຕ່ວ່າມັນຂຶ້ນ ນໍ້າຈະຖ້ວມ ເຄື່ອງເຮືອນ ຮົ້ວສວນ ແລ້ວດຽວນີ້ນະ ແຕ່ວ່າຖ້ວມເຮືອນ ຖ້ວມບ້ານ ຍັງ, ມັນຖ້ວມສວນ ເຄື່ອງປູກຝັງ ເຄື່ອງ ທໍາການຜລິດແລ້ວ ຕາຍຫຼາຍແລ້ວ ໝາກພິກໝາກເຂືອ ໝາກແຕງ ຖົ່ວຕາຍໝົດ".

ຮອດປັດຈຸບັນ ພື້ນທີ່ ການຜລິດ ຂອງປະຊາຊົນ ຢູ່ບ້ານສອງຄອນ ທີ່ມີ 100 ປາຍຄອບຄົວ ເສັຽຫາຍເຖິງ 35 ເຮັກຕາປາຍ. ແລະຍັງມີ ປະຊາຊົນ ອີກ 2 ບ້ານ ຄືບ້ານ ປະຊຸມ ແລະ ບ້ານທ່າບໍ່ ຊຶ່ງພື້ນທີ່ ການຜລິດ ກໍຖືກນໍ້າຖ້ວມ ເສັຽຫາຍ ເຊັ່ນກັນ.

ທ່ານກ່າວຕື່ມວ່າ ຕອນນີ້ ປະຊາຊົນ ກໍຕຽມພ້ອມ ຮັບມືກັບ ນໍ້າຂອງ ທີ່ອາຈໄຫລເຂົ້າຖ້ວມ ຫຼາຍຂຶ້ນຕື່ມອີກ. ແຕ່ໂດຍ ປົກກະຕິແລ້ວ ທຸກປີ ຜ່ານມາ ນໍ້າຂອງ ບໍ່ເຄີຍຖ້ວມ ຮອດເຮືອນ ປະຊາຊົນ ແຕ່ປີນີ້ ຍັງບໍ່ຮູ້ໄດ້ ເພາະນໍ້າຂອງ ຂຶ້ນຫຼາຍກວ່າ ທຸກປີ. ທາງ RFA ໄດ້ຖາມໄປຍັງ ພາກສ່ວນ ທີ່ກ່ຽວຂ້ອງ ຂອງແຂວງ ບໍຣິຄໍາໄຊ ກ່ຽວກັບ ການຕຣຽມພ້ອມ ຮັບມືກັບ ສະຖານະການ ນໍ້າຂອງ ລົ້ນຕລິ່ງ ທີ່ ອາຈໄຫຼຖ້ວມ ບ້ານເຮືອນ ປະຊາຊົນ, ຈຶ່ງໄດ້ຮັບ ຄໍາຕອບວ່າ ໄດ້ກຽມ ມາຕລອດ:

"ເອີ໊ ກໍມີຕຽມຕລອດ ຕຽມແຮງງານ ຕຽມພາຫານະ ແລະ ຕຽມວັດຖຸ ຊ່ວຍເຫລືອ ແຕ່ຍັງ ບໍ່ທັນໄດ້ ເກີດຂຶ້ນ ເນາະ".

ທ່ານກ່າວຕື່ມວ່າ ປັດຈຸບັນ ທາງແຂວງ ກໍາລັງຕິດຕາມ ຣະດັບນໍ້າ ຢ່າງໃກ້ຊິດ ໂດຍສະເພາະ ບໍຣິເວນ ເມືອງ ປາກກະດິງ ແລະ ເມືອງ ປາກຊັນ ທີ່ ມີນໍ້າຖ້ວມ ທຸກປີ, ໜ້າເປັນຫ່ວງ ເພາະນໍ້າຂອງ ຂຶ້ນຫຼາຍກວ່າ ທຸກປີ.

2025 M Street NW
Washington, DC 20036
+1 (202) 530-4900
lao@rfa.org