ນັກວິຊາການດ້ານການກະເສດ ທີ່ແຂວງຄຳມ່ວນ ທ່ານນຶ່ງເວົ້າວ່າ, ການສ້າງເຂື່ອນໃສ່ແມ່ນ້ຳຂອງ ເຮັດໃຫ້ວິຖີຊີວິດ ຂອງຊາວບ້ານ ປ່ຽນແປງ ເປັນຕົ້ນການຫາປາແລະການປູກຝັງໃນຍາມແລ້ງ ຍ້ອນຣະດັບນ້ຳຂຶ້ນລົງ ບໍ່ເປັນປົກກະຕິ ແລະ ບໍ່ເປັນໄປຕາມ ຣະດູການ. ດັ່ງທ່ານກ່າວໃນຕອນນຶ່ງວ່າ:
"ສ່ວນຫລາຍມັນກະທົບກັບພວກຫາຢູ່ຫາກິນ, ພວກປະມົງແນວນັ້ນ, ຊາວບ້ານແຕ່ກ່ອນ ໄດ້ຫລາຍສາຍນ້ຳ ບໍ່ປົກກະຕິ ນ້ຳມັນເລິກລົງ ບາງເທື່ອກໍຂຶ້ນຜິດປົກກະຕິຫັ້ນນ່າ, ມັນກໍບໍ່ຄືແຕ່ເກົ່າ ການຫາປູຫາປາມັນກໍຍາກ ມັນບໍ່ຄືແຕ່ກ່ອນ ມັນຫນ້ອຍລົງ."
ທ່ານກ່າວຕື່ມວ່າ ຜົລກະທົບດັ່ງກ່າວ ພົບເຫັນເກີດຂຶ້ນໃນໄລຍະ ສອງປີຜ່ານມາ ຊຶ່ງຊາວບ້ານອອກໄປຫາປາ ບໍ່ໄດ້ປາຕາມທີ່ເຄີຍເປັນມາ ຍ້ອນປາມີຫນ້ອຍລົງ ແລະ ຫາຍາກ, ບາງແຫ່ງຊາວປະມົງຈັບປາບໍ່ໄດ້ເລີຍ. ທ່ານວ່າ ການສ້າງເຂື່ອນໃສ່ແມ່ນ້ຳຂອງ ສົ່ງຜົລກະທົບ ຕໍ່ ຣະບົບນິເວດ ແລະການຫາຢູ່ຫາກິນ ຂອງປະຊາຊົນ ຕາມລຳແມ່ນ້ຳຂອງ:
"ຫາກແຕ່ວ່າແນ່ນອນແລ້ວ ມັນຕ້ອງກະທົບຢູ່ແລ້ວຈາກ ເຂື່ອນ ບໍ່ຫນ້ອຍກໍຫລາຍ ບໍ່ວ່າ ແຕ່ລາວເຮົາຫນ່າຮອດຈີນ ຫາກແຕ່ວ່າຜົລກະທົບ ມັນກໍຫລີກລ່ຽງບໍ່ໄດ້ ມັນກະທົບຫນ້ອຍ ນ້ຳບໍ່ຄ່ອຍຖ້ວມ ປະຊາຊົນປູກຫັ້ນປູກຫນີ້ ຕາມແຄມຝັ່ງ ແຄມດອນ ແຄມຄອນ ມັນຂຶ້ນມາແບບບໍ່ຮູ້ ແບບບໍ່ມີຝົນ."
ນອກຈາກ ຄຳເຫັນຂອງນັກວິຊາການດ້ານການກະເສດແລ້ວ, ຊາວບ້ານທ່ານນຶ່ງຢູ່ເມືອງຫີນບູນ ກໍເວົ້າເຫມືອນກັນວ່າ ການສ້າງເຂື່ອນ ສົ່ງຜົລກະທົບ ຕ່ໍວິຖີຊີວິດ ຂອງປະຊາຊົນໃຫຍ່ຫຼວງ, ດັ່ງທ່ານກ່າວວ່າ:
"ແຕ່ກອ່ນມີໂອ້, ຜົລກະທົບມີຫລາຍ ມັນຫາຢູຫາປາທາງເຮົາມັນບໍ່ສູ່ຫາກິນ ໃນນ້ຳຂອງ ແຕ່ກ່ອນນະມີ ແຕ່ດຽວນີ້ບໍ່ມີ ຄັນມີກໍມີບໍ່ຫລາຍ."
ຕາມແຜນຍຸທສາດ ສປປລາວ ມີແຜນການຈະສ້າງເຂືື່ອນ 9 ເຂື່ອນ ໃສ່ແມ່ນ້ຳຂອງ ຊຶ່ງໃນປັດຈຸບັນ, ກຳລັງສ້າງສອງເຂື່ອນ, ດັ່ງເຂື່ອນ ໄຊຍະບູຣີ ແລະ ເຂື່ອນດອນສະໂຮງ, ມີແຜນການຈະສ້າງເພີ້ມອີກສອງເຂື່ອນ ດັ່ງເຂື່ອນປາກລາຍ ແລະປາກແບງ ແລະ ເຂື່ອນອື່ນໆ ໃນອະນາຄົດ.