ທາງການຫຼວງພຣະບາງເຕືອນ ຣະວັງ ດິນ ເຈື່ອນ
ແຂວງ ຫລວງພຣະບາງ ຕັກເຕືອນ ກ່ຽວກັບ ຄວາມ ປອດພັຍ ໃນການ ໃຊ້ຖນົນ ຕາມຮ່ອມພູ ຫລັງຈາກ ກວດດິນ ເຈື່ອນ.
-
ສິດນີ
2014-09-21 -
-
-
Your browser doesn’t support HTML5 audio
ຫລັງຈາກ ເກີດເຫດ ດິນ ເຈຶ່ອນ ໃສ່ ຖນົນ ເລກທີ 7 ແລະ ທີ 13 ເຫນືອ ຢູ່ເຂດພູຄູນ ແຂວງ ຫລວງພຣະບາງ ຍາວ ຫລາຍສິບ ກິໂລ ແມັດ ເມື່ອ ວັນທີ 17 ກັນຍາ ຜ່ານມາ ຍ້ອນ ລົມພະຍຸ ແຄວແມກີ ເຮັດໃຫ້ມີ ຝົນຕົກຫນັກ ໃນພື້ນທີ່ ດັ່ງກ່າວ ຫລ້າສຸດ ເຈົ້າຫນ້າທີ່ ໂຍທາ ທິການ ໄດ້ແກ້ໄຂ ບັນຫາ ກວດດິນເຈື່ອນ ອອກຈາກ ເສັ້ນທາງ ແລະ ໄດ້ເຕືອນ ຜູ້ທີ່ຂັບຂີ່ ຍວດຍານ ພາຫານະ ໃຫ້ຣະມັດ ຣະວັງ ເປັນພິເສດ:
"ແກ້ໄຂ ສໍາເຣັດຫມົດ ແລ້ວ ດິນເຈື່ອນ ຖືວ່າ ບໍ່ມີບັນຫາ ຫຍັງ ມີແຕ່ທາງ ມັນຢາກມື່ນ ເນາະ ປົກກະຕິ ຫົກລໍ້ ກັບ ສີບລໍ້ ຂື້ນໄປນີ້ ໄປໄດ້ ຣົຖພວງ ຣົຖຍາວ ໄປແລ້ວມັນ ກໍຊີ່ມື່ນ ມື່ນແລ້ວ ມັນກໍຊີ່ ຕົກຮ່ອງທາງ ພວກເຮົາ ກໍເອົາຣົຖ ແມກໂຄ ໄປແກ່ ປັດຈຸບັນນີ້ ກໍທຽວ ປົກຕິ".
ທ່ານກ່າວ ຕື່ມວ່າ ເສັ້ນທາງ ສອງເສັ້ນ ທີ່ມີດິນ ເຈື່ອນໃສ່ ນັ້ນ ແມ່ນເສັ້ນທາງ ຂຶ້ນພູ ທີ່ມີຣົຖ ແລ່ນຜ່ານຫລາຍ ໃນ ແຕ່ລະມື້ ເຖິງແມ່ນວ່າ ຈະ ກວດດິນເຈື່ອນ ອອກ ທາງກໍຍັງ ມື່ນຢູ່ ເພາະ ຝົນຍັງຕົກໃສ່ ເລັກນ້ອຍ ໃຫ້ຜູ້ຂັບຣົດ ຣະມັດຣະວັງ ທາງມື່ນ ໃຫ້ຂັບຊ້າໆ ໃນ ບໍຣິເວນ ດັ່ງກ່າວ.
ໃນວັນທີ 18 ກັນຍາ ຜ່ານມາ ທີ່ເຂດ ພູສະແກນ ເມືອງນ່ານ ແຂວງ ຫລວງພຣະບາງ ກໍ່ເກີດເຫດ ຣົດໂດຍສານ ມື່ນ ເສັຽຫລັກ ປີ້ນລົງ ຮ່ອງ ແຄມທາງ ແຕ່ບໍ່ມີ ຜູ້ໃດ ໄດ້ຮັບ ບາດເຈັບ ຫຼື ເສັຽຊິວິດ.
ຢ່າງໃດກໍຕາມ ການ ພຍາກອນ ອາກາດ ໃນ ອາທິດນີ້ ຍັງຈະມີ ຝົນຕົກອີກ ໃນຫລາຍແຂວງ ໃຫ້ ປະຊາຊົນ ຣະມັດຣະວັງ ເປັນພິເສດ. ໃນ ປັດຈຸບັນ ເຈົ້າຫນ້າທີ່ ກ່ຽວຂ້ອງ ກຳລັງ ຮິບໂຮມ ຂໍ້ມູນ ຄວາມເສັຽຫາຍ ຈາກນ້ຳຖ້ວມ ຢູ່ ຍັງບໍ່ຮູ້ ວ່າເສັຽຫາຍ ຫລາຍປານໃດ ຈາກ ນ້ຳຖ້ວມ ໃນເທື່ອນີ້ ທີ່ ແຂວງ ຫລວງພຣະບາງ ແລະ ໃນແຂວງ ອື່ນໆ.