ໂຮງງານຊິເມັນຣະເບີດຫິນ ມີທັງ ເສັຽຊີວິດ ທັງບາດເຈັບ
2019.10.07

ເມື່ອວັນທີ 5 ຕຸລາ 2019 ໂຮງງານຜລິດຊິເມັນ ຫຼວງພຣະບາງ ຂອງບໍຣິສັດຈີນ ຢູ່ບ້ານໂພນມະນີ ເມືອງນໍ້າບາກ ແຂວງຫຼວງພຣະບາງ ໄດ້ຣະເບີດຫິນຜາ ເພື່ອເອົາຫິນປ້ອນໂຮງງານ ເຮັດໃຫ້ຫິນໄປຕົກໃສ່ ບ້ານເຮືອນປະຊາຊົນ ແຕ່ຍັງບໍ່ຮູ້ຈໍານວນ ຄັກແນ່ ເຮັດໃຫ້ຊາວບ້ານ ເສັຽຊີວິດ 1 ຄົນ ແລະບາດເຈັບອີກ 23 ຄົນ. ໃນນັ້ນບາດເຈັບສາຫັດ 8 ຄົນ. ປັດຈຸບັນ ຫ້ອງການຕໍາຣວດເມືອງນໍ້າບາກ ຍັງບໍ່ສາມາດ ເປີດເຜີຍຂໍ້ມູນລະອຽດໄດ້ເທື່ອຍ້ອນ ຍັງເກັບຂໍ້ມູນ ຢູ່ບ່ອນເກີດເຫດຢູ່, ອີງຕາມຄໍາເວົ້າຂອງ ເຈົ້າໜ້າທີ່ເມືອງ ນໍ້າບາກ ຕໍ່ RFA ໃນວັນທີ 7 ຕຸລາ ນີ້:
"ຕໍາຣວດຂະເຈົ້າຍັງບໍ່ໃຫ້ຂ່າວ ເປັນທາງການ ຜແນກເພິ່ນດໍາເນີນກອງປະຊຸມເມືອງ ທາງເຮົາທາງນັກຂ່າວເຮົາ ກະຢາກໄດ້ຂໍ້ມູນ ມາອອກ ຂ່າວຢູ່ ແຕ່ວ່າທາງຕໍາຣວດເພິ່ນບໍ່ອອກໃຫ້ ເພິ່ນວ່າຄັນແມ່ນຫຍັງຕາມທາງອອນລາຍຫັ້ນວ່າມີ 2 ແຕ່ວ່າມັນ ບໍ່ເປັນທາງການເຮົາຍັງເວົ້າ ບໍ່ໄດ້."
ນາງກ່າວຕື່ມວ່າ ຂນະນີ້ຮູ້ພຽງແຕ່ວ່າ ເຈົ້າໜ້າທີ່ ກ່ຽວຂ້ອງ ໄດ້ລົງພື້ນທີ່ໄປກວດກາ ບ້ານເຮືອນ ປະຊາຊົນທີ່ຖືກຫິນແຕກໃສ່ ແລະ ໄດ້ນໍາ ສົບຜູ້ເສັຽຊີວິດ ໄປກວດຫາສາເຫດ ການເສັຽຊີວິດ ຢ່າງລະອຽດ ແຕ່ຍັງບໍ່ມີຣາຍງານວ່າ ທາງບໍຣິສັດຜລິດຊິເມັນ ດັ່ງກ່າວຂອງຈີນ ຈະຮັບ ຜິດຊອບ ແບບໃດຕໍ່ການເສັຽຊີວິດ ຂອງຊາວບ້ານ.
ໃນຂນະດຽວກັນ ເຈົ້າໜ້າທີ່ຫ້ອງການ ສາທາຣະນະສຸກ ເມືອງນໍ້າບາກ ກໍກ່າວວ່າພາຍຫລັງ ເກິດເຫດນັ້ນ ທາງພາກສ່ວນກ່ຽວຂ້ອງ ກໍໄດ້ນໍາຄົນເຈັບ ທັງໝົດໄປປິ່ນປົວ ຢູ່ໂຮງໝໍເອກກະຊົນ ຂອງຈີນຢູ່ເຂດບ້ານນໍ້າຖ້ວມ ແຕ່ທາງໂຮງໝໍ ບໍ່ອະນຸຍາດ ໃຫ້ ເຈົ້າໜ້າທີ່ ສາທາຣະນະສຸກ ເຂົ້າໄປເບິ່ງຄົນເຈັບ ແຕ່ຢ່າງໃດ:
"ບໍ່ໄດ້ສົ່ງມາໂຮງໝໍເມືອງ ຂະເຈົ້າເອົາເຂົ້າໂຮງໝໍຈີນ ຢູ່ນໍ້າຖ້ວມ ບໍ່ໄດ້ຣາຍລະອຽດນ່າ ສິເຂົ້າໄປພຸ້ນ ເພິ່ນກະບໍ່ໃຫ້ເຂົ້າໄປເລີຍ, ເລີຍບໍ່ໄດ້ ຂໍ້ມູນ."
ກ່ຽວກັບເຣື່ອງທີ່ວ່ານີ້ RFA ໄດ້ຕິດຕໍ່ໄປຫາຫ້ອງການຕໍາຣວດ ເມືອງນໍ້າບາກ, ໄປຫາຫ້ອງການພລັງງານ ແລະບໍ່ແຮ່, ຫ້ອງການແຮງງານ ແລະ ສວັດດິການສັງຄົມ ແລະ ບໍຣິສັດຈີນ ເພື່ອຂໍຮູ້ລາຍລະອຽດເພີ່ມຕື່ມ ແຕ່ເຈົ້າໜ້າທີ່ ເວົ້າຄືກັນໝົດວ່າ ຍັງບໍ່ສາມາດ ໃຫ້ຣາຍລະອຽດ ຫລາຍໄປກວ່ານີ້ໄດ້.
ເຈົ້າໜ້າທີ່ແຂວງຫລວງພຣະບາງ ທ່ານນຶ່ງທີ່ບໍ່ປະສົງອອກຊື່ ແລະ ຕໍາແໜ່ງ ເວົ້າວ່າໂຮງງານ ຜລິດຊິເມັນຂອງບໍຣິສັດຈີນ ແຫ່ງດັ່ງກ່າວ ໄດ້ຜລິດຊິເມັນມາແລ້ວ ຫລາຍປີໂດຍທາງການແຂວງ ຫລວງພຣະບາງ ເປັນຜູ້ອະນຸມັດໃຫ້. ສ່ວນສາເຫດ ທີ່ເຮັດໃຫ້ ມີຄົນເສັຽຊີວິດ ຍ້ອນນັ້ນ ອາດແມ່ນຄວາມຜິດພາດ ທາງດ້ານເທັກນິກ:
"ເຣື່ອງອາຍຸສໍາປະທານມັນແມ່ນ 40 ກວ່າປີ ໂຕບໍ່ຫີນໂຕນີ້ ມັນບໍ່ໃຫຍ່ດອກ ເວົ້າແທ້ນີ໋ ກະເປັນເຂດກໍນົດ ຂອງແຂວງເຮົາ ເປັນອຸດສາ ຫະກັມ ຂນາດນ້ອຍ ຄວາມຈິງມັນກະໜ້າສິຜິດພາດ ທາງດ້ານເທັກນິກ ຫັ້ນແຫລະ ບໍ່ຮູ້ວ່າຂະເຈົ້າເຮັດແບບໃດເນາະ."
ຕໍ່ເຫດການທີ່ເກີດຂຶ້ນນັ້ນ ຜູ້ໃຊ້ສື່ສັງຄົມອອນລາຍ ໃນລາວ ຫລາຍຄົນກໍໄດ້ວິພາກວິຈານ ພ້ອມທັງຮຽກຮ້ອງ ໃຫ້ພາກສ່ວນກ່ຽວຂ້ອງ ເປີດເຜີຍຂໍ້ມູນຢ່າງລະອຽດ ຈະແຈ້ງ ແລະສະແດງຄວາມຮັບຜິດຊອບ ຕໍ່ຜູ້ເສັຽຊີວິດ ແລະຄວາມເສັຽຫາຍ ທັງໝົດ.