ເຈົ້າໜ້າທີ່ຍຶດຢາຂ້າຫຍ້າ ຈາກ ສວນກ້ວຍ
ເຈົ້າຫນ້າທີ່ເມືອງນານ ແຂວງຫລວງພຣະບາງ ຍຶດ ແລະທຳລາຍ ຢາຂ້າຫຍ້າ ທີ່ໃຊ້ໃນ ສວນປູກກວ້ຍ.
-
ສິດນີ
2017-11-03 -
-
-
Your browser doesn’t support HTML5 audio
ໃນມື້ວັນທີ 27 ເດືອນຕຸລາຜ່ານມາ ຫ້ອງການກະສິກັມແລະປ່າໄມ້ ເມືອງນານ ແຂວງຫລວງພຣະບາງ ໄດ້ລົງໄປກວດກາ ແລະທຳລາຍ ຢາຂ້າຫຍ້າຈຳນວນ 274 ລິດ ທີ່ໃຊ້ໃນສວນກ້ວຍ ຂອງຈີນ ຫລາຍແຫ່ງ ແລະຈາກພໍ່ຄ້າ ຄົນວຽດນາມ ຈຳນວນນຶ່ງ ທີ່ພາກັນເອົາເຂົ້າມາ ຊຶ່ງຢາດັ່ງກ່າວ ເປັນຢາ ທີ່ຮ້າຍແຮງຕໍ່ສຸຂພາບ ຂອງປະຊາຊົນ. ດັ່ງເຈົ້າຫນ້າທີ່ ຫ້ອງການ ກະສິກັມ ແລະປ່າໄມ້ເມືອງນານ ທ່ານນຶ່ງກ່າວ ໃນມື້ວັນທີ 1 ພຶສຈິກາ ນີ້ວ່າ:
"ທຳລາຍແລ້ວຫວາ ແມ່ນພວກສ່ວນກ້ວຍຈີນນະ ຢາອັນຕຣາຍຈາກວຽດນາມ ທີ່ນຳເຂົ້າບໍ່ຖືກຕ້ອງ ພວກເຮົາກໍກວດລຽນຕິດ ເດືອນນຶ່ງ ສອງເທື່ອ".
ທ່ານກ່າວຕື່ມວ່າ ຫລັງຈາກທຳລາຍໄປແລ້ວ ເຈົ້າຫນ້າທີ່ກໍໄດ້ເອີ້ນ ຜູ້ທີ່ນຳເຂົ້າມາ ມາອົບຮົມ ເພື່ອໃຫ້ຂະເຈົ້າໄດ້ຮູ້ ແລະເຂົ້າໃຈກ່ຽວກັບ ຜົລກະທົບ ຕໍ່ສິ່ງແວດລ້ອມ ຈາກຢາດັ່ງກ່າວ ແລະຫ້າມບໍ່ໃຫ້ເອົາ ເຂົ້າມາອີກ. ແຕ່ເຖິງຢ່າງໃດກໍຕາມ ເຈົ້າຫນ້າທີ່ ຍັງເຂັ້ມງວດ ກ່ຽວກັບ ເຣື້ອງນີ້ຢູ່ ຍ້ອນວ່າຢາຂ້າຫຍ້າ ຍັງບໍ່ຫມົດໄປຈັກເທື່ອ.
ຜ່ານມາເຈົ້າຫນ້າທີ່ຫ້ອງການ ຊັພຍາກອນທັມມະຊາດ ແລະສິ່ງແວດລ້ອມ ທີ່ເມືອງນານ ເຄີຍເຂົ້າໄປກວດກາ ຢາຂ້າຫຍ້າ ທີ່ໃຊ້ໃນສວນ ກ້ວຍ ຂອງຄົນຈີນຫລາຍແຫ່ງ ແຕ່ເຈົ້າຂອງ ບໍ່ອະນຸຍາດ ໃຫ້ເຂົ້າ ຈົນເກີດມີບັນຫາກັນ ໃນທີ່ສຸດ ເຈົ້າຫນ້າທີ່ ໄດ້ເອີ້ນເຈົ້າຂອງສວນກ້ວຍ ໄປປັບໃຫມ ແລະເຣື້ອງດັ່ງກ່າວ ກໍມິດງຽບໄປ ຊົ່ວຣະຍະນື່ງ.
ເຖິງແມ່ນວ່າທາງການລາວ ໄດ້ປະກາດຍົກເລີກ ການປູກກ້ວຍໃນຫຼາຍແຂວງ ແລ້ວກໍຕາມ ແຕ່ສວນກ້ວຍທີ່ເມືອງນານ ໃນເນື້ອທີ່ປະມານ 700 ເຮັກຕາ ຍັງຈະສືບຕໍ່ໄປ ຈົນຮອດປີ 2019 ຍ້ອນຍັງ ເຫລືອສັນຍາສຳປະທານ. ວ່າງເດືອນມີນາ ຜ່ານມາ ບໍຣິສັດປູກກ້ວຍຂອງຈີນ 4 ບໍຣິສັດ ໄດ້ຕັດຕົ້ນກ້ວຍ ອອກຈາກນາ ປະຊາຊົນ ຈຳນວນ 78 ເຮັກຕາ ແລ້ວຄືນດີນ ໃຫ້ແກ່ເຈົ້າຂອງ ຂະເຈົ້າ.