ນໍ້າອູຂຸ່ນ ຍ້ອນຮ່ອນຄໍາ
2013.04.30

ການຮ່ອນຄໍາ ຂອງຊາວບ້ານ ໃນ ລໍານໍ້າອູ ຫລວງພຣະບາງ ໂດຍ ໃຊ້ສານ ໄຊຍານາຍ ບາຫລອດ ຈົນເຮັດໃຫ້ ນໍ້າຂຸ່ນ.
ຊາວບ້ານ ທີ່ອາສັຍ ຢູ່ແຄມ ນໍ້າອູ ຕອນລຸ່ມ ເຂດເມືອງປາກອູ ແຂວງ ຫລວງພຣະບາງ ເວົ້າວ່າ ຣະຍະ 2 ເດືອນ ຜ່ານມານີ້ ນໍ້າ ໃນລໍານໍ້າອູ ເຂດເມືອງ ປາກອູ ມີສະພາບຂຸ່ນ ຊຶ່ງຊາວບ້ານ ເຊື່ອວ່າ ເປັນຍ້ອນການ ຮ່ອນຄໍາ ຕາມ ບໍຣິເວນ ນໍ້າອູ ຕອນເທິງ. ກ່ຽວກັບ ເຣື່ອງດັ່ງກ່າວ ເຈົ້າໜ້າທີ່ ຜແນກຊັພຍາກອນ ແລະ ສິ່ງແວດລ້ອມ ແຂວງ ຫລວງພຣະບາງ ກໍວ່າ ມີຊາວບ້ານ 2-3 ບ້ານ ໄດ້ພາກັນ ຮ່ອນຄໍາ ແລະ ມີຜົລກະທົບ ເກີດຂຶ້ນ ແດ່ເລັກນ້ອຍ:
"ການຮ່ອນຄໍາ ຕາມລໍານໍ້າ ຂອງ ຖືວ່າມີ ຢູ່ຕາມ ລໍານໍ້າອູ ປະມານ 2-3 ບ້ານນີ້ແຫລະ ຂະເຈົ້າເຮັດ ແຕ່ວ່າ ຜົລກະທົບ ນີ້ ຣະຍະ ຜ່ານມານີ້ ກໍເລັກໆ ນ້ອຍໆ ຖືວ່າເປັນໜັກໆ ບໍ່ມີ".
ຊາວບ້ານ ທີ່ວ່າໄດ້ຮັບ ຜົລກະທົບ ນັ້ນ ເວົ້າວ່າ ການຮ່ອນຄໍາ ໃນນໍ້າອູ ທາງເທິງນັ້ນ ມີການໃຊ້ ສານປະເພດ ໄຊຍານາຍ ແລະ ບາຫລອດ ເມື່ອນໍ້າຂຸ່ນ ຊາວບ້ານ ກໍຢ້ານວ່າ ສານເຄມີ ດັ່ງກ່າວ ອາຈຕົກຄ້າງ ແລະ ປົນເປື້ອນ ລົງມາຕາມ ແມ່ນໍ້າ ແລະ ເປັນຜົລຮ້າຍ ຕໍ່ສັດນໍ້າ ແລະ ຊາວບ້ານ ທີ່ເອົານໍ້າ ມາໃຊ້ມາກິນ.
ຢ່າງໃດກໍຕາມ ເຈົ້າໜ້າທີ່ ວ່າ ຜົລກະທົບ ໃນຊ່ວງນີ້ ໜ້າຈະໝົດ ໄປແລ້ວ ເພາະ ການຮ່ອນຄໍາ ເລັກນ້ອຍ ຂອງ ຊາວບ້ານ ທ້ອງຖີ່ນ ດໍາເນີນໄປ ໃນຊ່ວງ ຣະຍະ ເວລາ ສັ້ນໆ ແຕ່ເດືອນ 2 ຫາເດືອນ 4 ເທົ່ານັ້ນ. ປັຈຈຸບັນ ນໍ້າອູ ຂຶ້ນສູງ ຊາວບ້ານ ບໍ່ສາມາດ ຮ່ອນຄໍາ ໄດ້ ແລະ ບັນຫາ ຄົງໝົດໄປແລ້ວ.