ບັນຫາຂີ້ເຫຽື້ອຢູ່ຫຼວງພຣະບາງ

ຈໍາປາທອງ
2015.10.16
F-LP ນໍ້າຄານ ຫລວງພຣະບາງ ຍາມແລງ
Marcel

ທ່ານ ສະເຫວີຍ ສີລາວັນ ຫົວຫນ້າ ຜແນກ ມໍຣະດົກ ໂລກ ແຂວງ ຫຼວງພຣະບາງ ຮັບວ່າ ປັນຫາ ຂີ້ເຫຍື້ອ ເປັນສິ່ງ ທີ່ ທາງການ ແກ້ໄຂ ບໍ່ໄດ້ 100% ຍ້ອນວ່າ ຂາດງົປ ຫຼື ທຶນຮອນ, ຈຳນວນ ນັກທ່ອງທ່ຽວ ກໍຫຼາຍ ຣົດ ເກັບຂີ້ເຫຍື້ອ ບໍ່ສາມາດ ໄປເກັບໄດ້ ເລື້ອຍໆ ຕາມຄວາມ ຕ້ອງການ ຂອງ ປະຊາຊົນ. ທ່ານ ກ່າວຕໍ່ ເອເຊັຽ ເສຣີ ວ່າ:

“ກະຍ້ອນ ທຶນຮອນ ຍ້ອນມີ ຄວາມຈຳກັດ ຫຼາຍຢ່າງ ເຮັດບໍ່ທົ່ວ ບໍ່ເຖິງ, ເພາະວ່າ ຫຼວງພຣະບາງ ເປັນເມືອງ ທ່ອງທ່ຽວ ການ ກຳນົດ ເວລາ ເກັບ ຈຳນວນ ຂີ້ເຫຍື້ອ ກໍອາດ ຈະເພີ່ມຂຶ້ນ ຫຼາຍ. ເວລາ ທີ່ເຮົາ ມາຈັດເກັບ ອາດ ບໍ່ຖືກໃຈ ປະຊາຊົນ ຈະໃຫ້ມັນ 100% ກໍຍັງ ຫຍຸ້ງຍາກ. ແຕ່ວ່າ ແນ່ນອນລະ ທາງ ຣັຖບານ ແລະ ອຳນາດ ປົກຄອງ ທ້ອງຖິ່ນ ກໍຕັ້ງຫນ້າ ພຍາຍາມ ແກ້ໄຂ ປັນຫາ ໃຫ້ ມັນດີ ຂຶ້ນ”.

ສຳລັບ ເຣື້ອງ ອາຄານ ບ້ານເຮືອນ, ຈາກ ການສຳຣວດ ຮ່ວມກັບ ສະຖາບັນ ເຕັກໂນໂລຊີ ໂຕກຽວ ຂອງ ຍີ່ປຸ່ນ ແຕ່ ປີ 2000 ຫາ 2010 ພົບວ່າ ການ ປ່ຽນແປງ ຂອງ ສິ່ງ ປຸກສ້າງ ມີ ທັ້ງຜົນດີ ແລະ ບໍ່ດີ. ຜົນດີ ແມ່ນ ປະຊາຊົນ ໄດ້ ບູຣະນະ ສ້ອມແປງ ໃຫ້ ຖືກ ຣະບຽບ ການ ເປັນເມືອງ ມໍຣະດົກ ໂລກ. ແຕ່ດ້ານ ບໍ່ດີ ຄື ຫລັງ ປັບປຸງ ແລ້ວ ກໍ ຖືກ ດັດແປງ ເຮັດ ທຸຣະກິດ ທ່ອງທ່ຽວ ເຖິງ ຜູ້ເປັນ ເຈົ້າຂອງນັ້ນ ສ່ວນຫຼາຍ ຍັງເປັນຊາວ ຫຼວງພຣະບາງ ຢູ່:

“ຕົວຢ່າງ ແມ່ນວ່າ ຊົງລາວ ການນຳໃຊ້ ວັສດຸ ມີການ ປະຕິບັດ ແນວໂນ້ມ ດີຂຶ້ນ ເຮັດໃຫ້ ຄຸນນະພາບ ຕົວເມືອງ ດ້ານ ສະຖາປັດ ໄດ້ຮັບ ການປັບປຸງ. ແຕ່ວ່າ ຢູ່ໃນຫັ້ນ ກໍມີ ຈຸດປະສົງ ການ ທ່ອງທ່ຽວ ໂດຍສະເພາະ ບ້ານພັກ ຮ້ານ ອາຫານ. ແຕ່ວ່າ ສ່ວນໃຫຢ່ ຍັງເປັນ ເຈົ້າຂອງ ເດີມ ເປັນຜູ້ ດຳເນີນການ ຢູ່".

ເມື່ອ ຕົ້ນອາທິດ ນີ້ ອົງການ ຢູເນສໂກ ໄດ້ສະແດງ ຄວາມ ເປັນຫ່ວງນຳ ເມືອງ ຫຼວງພຣະບາງ ທີ່ ບໍ່ເປັນ ຣະບຽບ ຮຽບຮ້ອຍ ດີ ເທົ່າທີ່ຄວນ ແລະ ນຳ ບ້ານເຮືອນ ທີ່ ປ່ຽນແປງ ສະພາບ ໄປ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.