ຜູ້ປະສົບພັຍເມືອງນານໄດ້ ນໍ້າດື່ມ
ທາງການ ແຂວງ ຫຼວງພຣະບາງ ເລັ່ງ ຜລິດ ນໍ້າດື່ມ ເພື່ອ ຊ່ອຍເຫຼືອ ຜູ້ ປະສົບພັຍ ຈາກ ເຫດການ ຕາດ ຫ່ຽນ ແຕກ, ນໍ້າ ໄຫຼຖ້ວມ ບ້ານເຮືອນ ແລະ ດິນ ເຈື່ອນ ຢູ່ ເມືອງນານ.
-
ໄມຊູລີ
2015-09-15 -
-
-
Your browser doesn’t support HTML5 audio
ເຈົ້າໜ້າທີ່ ແຂວງ ຫຼວງພຣະບາງ ເປິດເຜີຍ ວ່າ, ປັຈຈຸບັນ ທາງການ ແຂວງ ພວມເລັ່ງ ຜລິດ ນໍ້າດື່ມ, ໂດຍໃຊ້ ຣົດ ຜລິດນໍ້າ ຈາກ ຍິ່ປຸ່ນ, ເພື່ອແຈກ ໃຫ້ ປະຊາຊົນ ຜູ້ ປະສົບພັຍ ຈາກເຫດ ນໍ້າຖ້ວມ ແລະ ດິນ ເຈື່ອນ ຢູ່ ເມືອງນານ ຫລັງຈາກ ຕາດ ຫ່ຽນ ແຕກ, ເມື່ອ ວັນທີ່ 8 ກັນຍາ ຜ່ານມາ, ເພາະ ນໍ້າດື່ມ ເປັນສິ່ງ ທີ່ ປະຊາຊົນ ຕ້ອງການ ຫຼາຍທີ່ສຸດ ໃນ ເວລານີ້ ທ່ານ ກ່າວວ່າ:
“ເລັ່ງໃສ່ ສໍາຄັນ ທີ່ສຸດ ຕົ້ນຕໍ ລະແມ່ນ ເລັ່ງໃສ່ ນໍ້າດື່ມ ນໍ້າກິນ ນີ້ລະ, ໄປກ່ອນໝູ່ ອັນນີ້ ທາງ ຜແນກ ສາທາຣະນະສຸຂ ແຂວງ ກໍໄດ້ເອົາ ຣົດ ທີ່ ໄດ້ຮັບ ການ ຊ່ອຍເຫຼືອ ຈາກ ປະເທດ ຍິ່ປຸ່ນ ຫັ້ນ, ຣຢຖ ຜລິດນໍ້າ ໂດຍກົງ ຫັ້ນ ໄປຊ່ວຍ ຜລິດນໍ້າ ໃຫ້ ປະຊາຊົນ ຂົງເຂດ ທີ່ ໄດ້ຮັບ ຜົນກະທົບ ເທື່ອນີ້ ກໍຣະດົມ ໄປ ບັນເທົາທຸກ ໃຫ້ ແກ່ ປະຊາຊົນ”.
ເຈົ້າໜ້າທີ່ ທ່ານ ນີ້ ກ່າວ ຕໍ່ໄປວ່າ, ເຫດ ພັຍພິບັດ ທັມມະຊາດ ຄັ້ງນີ້, ໄດ້ ເຮັດໃຫ້ ປະຊາຊົນ ເດືອດຮ້ອນ ຫຼາຍຢ່າງ, ໂດຍສະເພາະ ນໍ້າ ສະອາດ ເປັນຕົ້ນ ນໍ້າ ປະປາ ຫຼື ນໍ້າສ້າງ ໃຊ້ການ ບໍ່ໄດ້ອີກ, ຊຶ່ງ ທາງການ ກໍໄດ້ນໍາ ນໍ້າ ສະອາດ ໄປ ແຈກຢາຍ, ແຕ່ ກໍ່ຍັງ ບໍ່ພຽງພໍ ດັ່ງນັ້ນ ຈຶ່ງຕ້ອງ ໃຊ້ ຣົຖຜລິດ ນໍ້າດື່ມ ມາຊ່ວຍ ເພື່ອ ເປັນການ ຫລຸດຜ່ອນ ຜົນກະທົບ ໃນ ຣະດັບ ນຶ່ງ.
ທ່ານ ວ່າ ໃນຣະຍະ ຜ່ານມາ ກໍມີ ຫຼາຍ ພາກສ່ວນ ໄດ້ ບໍຣິຈາກ ເງິນຄໍາ ເພື່ອ ບັນເທົາທຸກ ໃຫ້ແກ່ຜູ້ ປະສົບພັຍ ໄປແລ້ວ ຫຼາຍ ລ້ານ ກີບ, ແລະ ທາງການ ແຂວງ ກໍຍັງ ເປິດ ຮັບ ການ ບໍຣິຈາກ ຢູ່ ຖ້າຜູ້ໃດ ມີໃຈ ສັດທາ, ທາງ ແຂວງ ກໍ ຍິນດີ ຮັບ, ເພື່ອຈະໄດ້ ເອົາເຂົ້າ ສົບທົບ ກັບ ງົປ ຂອງ ທາງການ ໄປແຈກ ໃຫ້ ແຕ່ລະ ຄອບຄົວ ໃຫ້ ເຂົາເຈົ້າ ຄ່ອຍໆ ຟື້ນຟູ ສະພາບ ຄວາມ ເປັນຢູ່ ຄືນໃໝ່.
ສໍາລັບ ຄວາມ ເສັຽຫາຍ ນັ້ນ, ຣາຍງານ ແຈ້ງ ຢ່າງ ເປັນທາງການ ວ່າ, ນັບຕັ້ງແຕ່ ເກີດເຫດ ຈົນຮອດ ປັຈຈຸບັນ, ມີຜູ້ ເສັຽຊີວິດ 4 ຄົນ, ເປັນ ຜູ້ຍິງ 2 ຄົນ, ແລະ ຜູ້ຊາຍ 2 ຄົນ, ເຮືອນ ຖືກ ນໍ້າພັດ 9 ຫລັງ, ເຮືອນ ທີ່ ເພພັງ 32 ຫລັງ, ສັດ ລ້ຽງ ງົວ ຄວາຍ ຕາຍ ຍັງບໍ່ຮູ້ ຈໍານວນ, ເສັ້ນທາງ ຫຼວງ ແຫ່ງຊາດ ເລກທີ 4 ບໍຣິເວນ ລຽບ ຕີນພູ ສະແກນ ຖືກ ດິນ ເຈື່ອນ ຖົມ ຕັດຂາດ ການສັນຈອນ, ຊຶ່ງ ຂນະນີ້ ທາງ ເຈົ້າໜາທີ່ ທະຫານ ກວ່າ 400 ຄົນ ກໍາລັງ ສ້ອມແປງ ເພື່ອໃຫ້ ກັບຄືນສູ່ ສະພາບ ເດີມ.