ນໍ້າເສັຽຈາກສວນມັນຕົ້ນ ຂອງຈີນ

ຫຼາຍພາກສ່ວນ ຢູ່ ແຂວງຫຼວງນໍ້າທາ ຈະຫາລືກັນ ເພື່ອ ຈະແກ້ໄຂ ບັນຫາ ບໍຣິສັດ ປຸງແຕ່ງ ແປ້ງມັນຕົ້ນ ສຳເຣັດຮູບ ຂອງຈີນ ທີ່ ສົ່ງຜົນກະທົບ ຕໍ່ ສິ່ງແວດລ້ອມ.

ສໍານັກງານປົກຄອງ ແຂວງ ຫຼວງນໍ້າທາ Singkèo Bouphavichith

ໃນແຂວງຫຼວງນໍ້າທາ ມີຫຼາຍຜແນກເຊັ່ນ: ຫ້ອງການ ປົກຄອງແຂວງ, ຜແນກ ຊັພຍາກອນ ທັມມະຊາດ ແລະ ສິ່ງແວດລ້ອມ, ຜແນກແຜນການ ແລະ ການລົງທຶນ ຕຣຽມປຶກສາກັນ ໃນວັນທີ 10 ສິງຫາ ທີ່ ຈະມາເຖິງນີ້ ເພື່ອແກ້ໄຂ ບັນຫາ ໂຮງງານ ມັນຕົ້ນ ຂອງຈີນ ຊື່ ບໍຣິສັດ ຈູເບົາແຢນ ປຸງແຕ່ງແປ້ງ ມັນຕົ້ນ ສຳເຣັດຮູບ ຈຳກັດ ຢູ່ເມືອງລອງ ທີ່ປ່ອຍນໍ້າເສັຽ ລົງໃສ່ນໍ້າຫ້ວຍ ຈົນເຮັດໃຫ້ ນໍ້າຂຸ່ນ ຊຶ່ງ ມີຜົນກະທົບ ຕໍ່ປະຊາຊົນ ທີ່ ຢູ່ຕາມແຄມນໍ້າ ແລະ ຢູ່ໃກ້ຄຽງໄດ້ຮັບ ຄວາມເດືອດຮ້ອນ, ດັ່ງ ເຈົ້າໜ້າທີ່ ເມືອງລອງ ທ່ານນຶ່ງ ກ່າວຕໍ່ ວິທຍຸ ເອເຊັຽເສຣີ ໃນວັນທີ 8 ສິງຫາ ນີ້ວ່າ:

“ພວກເຮົາ ກໍ່ຊິສົມທົບ ກັບຂັ້ນແຂວງ ໃນວັນທີ 10 ນີ້ ຈະລົມກັນ ສົມທົບກັບ ຂະແໜງ ສິ່ງແວດລ້ອມ ແຂວງ ເພື່ອຊອກຫາ ວິທີ ທາງອອກ ໃຫ້ມັນຫັ້ນນາ ເພາະເລື່ອງ ສີ່ງແວດລ້ອມ ມັນມີລົບ ລະກະມີສົມ ແລ້ວຊິເວົ້າ ກັນແນວນັ້ນ ການຄຸ້ມຄອງ ເຮົາຊິເຮັດ ແນວໃດ ອັນນັ້ນ ສົມທົບ ກັບແຜນການຕື່ມ ເວົ້າກັນແລ້ວ ຊິກັບຫາເມືອງ ແລ້ວຊິມາ ຮ້ອງຜູ້ກ່ຽວ ມາເວົ້າກັນຕືື່ມ”.

ທ່ານກ່າວອີກວ່າ ໂຮງງານດັ່ງກ່າວ ເປີດມາໄດ້ ປະມານ 1 ປີແລ້ວ ແຕ່ໃນລະຍະ ຫລັງມານີ້ ມີຝົນຕົກ ຕິດຕໍ່ກັນ ຫຼາຍມື້ ເຮັດໃຫ້ ນໍ້າເສັຽ ຈາກບໍ່ບຳບັດ ຫຼາຍບ່ອນ ໃນໂຮງງານ ນັ້ນເພີ້ມຂິຶ້ນ ຈົນລົ້ນບໍ່ ໄຫຼລົງໄປໃສ່ ຫ້ວຍ ໂດຍທີ່ບໍ່ມີ ຜູ້ກວດກາ ເບິ່ງແຍງ ເພາະ ໂຮງງານນິີ້ ໄດ້ປິດຊົ່ວຄາວມາ ແຕ່ເດີືອນເມສາ ທີ່ຜ່ານມາ ດັ່ງນັ້ນ ຈຳເປັນຕ້ອງ ໃຫ້ເຈົ້າຂອງ ໂຮງງານ ມາແກ້ໄຂ ບັນຫານີ້ ໃຫ້ໄດ້ ຢ່າງເດັດຂາດ ກ່ອນທີ່ຈະເປີດ ການຜລິດອີກ. ແຕ່ຖ້າຫາກ ເຂົາເຈົ້າ ບໍ່ແກ້ໄຂ ບັນຫາ ຢ່າງຈິງຈັງ ກໍ່ຈຳເປັນຕ້ອງ ໃຫ້ປິດ ໂຮງງານ ໄປຢ່າງ ຖາວອນ.

ກ່ຽວກັບເຣື້ອງນີ້ ວິທຍຸ ເອເຊັຽເສຣີ ໄດ້ຕິດຕໍ່ໄປຫາ ບໍຣິສັດຜລິດແປ້ງ ມັນຕົ້ນແລ້ວ ແຕ່ວ່າປັດຈຸບັນ ຜູ້ບໍຣິຫານ ຍັງໄປພັກຜ່ອນ ຢູ່ປະເທດ ຈີນ, ອີງຕາມຄໍາ ບອກເລົ່າຂອງ ພະນັກງານ ທ່ານນຶ່ງ ທີ່ເວົ້າເປັນ ພາສາຈີນ ສັ້ນໆ ທີ່ມີ ຄວາມໝາຍ ວ່າ:

“ພວກເຮົາ ຈະເດີນທາງ ກັບໂຮງງານ ທີ່ ຫຼວງນໍ້າທາ ອີກປະມານ 3 ຫາ 4 ມື້”.

ແລະ ກ່ອນຫນ້ານີ້ ໄດ້ມີການຮ້ອງຮຽນ ຈາກ ປະຊາຊົນ ບ້ານໂພນສຳພັນ ແລະ ບ້ານເຕົ້າໂຮມ ວ່ານໍ້າເສັຽ ຈາກ ໂຮງງານ ດັ່ງກ່າວ ໄດ້ ໄຫຼລົງໃສ່ ຫ້ວຍ ເຮັດໃຫ້້ນໍ້າ ໃນຫ້ວຍ ນັ້ນຂຸ່ນ ແລະ ມີສີດຳ ພ້ອມຍັງ ສົ່ງກິ່ນເໝັນ ຈົນ ເຮັດໃຫ້ ປະຊາຊົນ ທັງ 700 ຮ້ອຍ ຄອບຄົວ ບໍ່ກ້າລົງ ໄປອາບນໍ້າ ຢູ່ຫ້ວຍດັ່ງກ່າວ ເພາະ ຢ້ານເປັນຕຸ່ມ ຄັນຄາຍ, ແຕ່ ເຈົ້າໜ້າທີ່ ອະທິບາຍ ວ່າ ນໍ້າເສັຽ ດັ່ງກ່າວ ຍັງບໍ່ສົ່ງ ຜົນກະທົບ ຂັ້ນຮ້າຍແຮງ ແຕ່ຢ່າງໃດ.

2025 M Street NW
Washington, DC 20036
+1 (202) 530-4900
lao@rfa.org